LSEV ລົດໄຟຟ້າຜະລິດດ້ວຍລະບົບ 3 ມິຕິ

ລົດໄຟຟ້າ LSEV ເປັນລົດຂະໜາດນ້ອຍທີ່ພີມດ້ວຍ ລະບົບການພີມໂຄງສ້າງ 3 ມິຕິສາມາດແລ່ນໄດ້ດ້ວຍ ຄວາມໄວ 70 ກິໂລແມັດຕໍ່ຊົ່ວໂມງ.

ຕາມຂ່າວຕ່າງປະເທດລາຍງານວ່າ  LSEV ເປັນລົດ ພະລັງງານໄຟຟ້າຂະໜາດ 2 ບ່ອນນັ່ງຜະລິດໂດຍ x elec tric vehicle limited ບໍລິສັດຂອງຮົງກົງ (ສປ ຈີນ) ແລະ Polymaker ໂດຍທັງສອງບໍລິສັດຮ່ວມມືກັນສ້າງລົດ ຊຶ່ງໃຊ້ລະບົບການພີມໂຄງສ້າງ 3 ມິຕິ ໃນການສ້າງສ່ວນປະກອບຂອງລົດ ຈຶ່ງເຮັດໃຫ້ໃຊ້ເວລາໃນການປະກອບນ້ອຍກວ່າ ລົດແບບອື່ນໆພຽງແຕ່ໃຊ້ໄລຍະເວລາພຽງ 3 ວັນເທົ່ານັ້ນ ລົດກໍ່ພ້ອມໃຊ້ງານໄດ້ແລ້ວ ພ້ອມກັນນີ້ບໍລິ ສັດຍັງຫຼຸດສ່ວນປະກອບທີ່ບໍ່ຈຳເປັນອອກເຮັດໃຫ້ມີຊີ້ນສ່ວນຢູ່ພຽງ 57 ສ່ວນ ແລະມີນໍ້າໜັກພຽງແຕ່ 450 ກິໂລກຣາມ ເທົ່ານັ້ນຖືວ່າເປັນອີກໜຶ່ງຄວາມກ້າວໜ້າຂອງນະ ວັດຕະກຳຍານຍົນແຕ່ລົດໄຟຟ້າຄັນນີ້ຕ່າງຈາກລົດລຸ້ນອື່ນ ເພາະຜະລິດດ້ວຍລະບົບການພິມໂຄງສ້າງ 3 ມິຕິ

ຢ່າງໃດກໍຕາມລົດ Polymaker ສາມາດແລ່ນໄດ້ດ້ວຍຄວາມໄວສູງສຸດ 70 ກິໂລແມັດ ຕໍ່ຊົ່ວໂມງ ແລະແລ່ນໄດ້ 150 ກິໂລແມັດຕໍ່ການ ຊາກໄຟເຕັມ 1 ຄັ້ງ. 

ນສພ ເສດຖະກິດ-ສັງຄົມ