ສິງກະໂປເປີດໂຕນ້ຳຕົກໃນຮົ່ມສູງທີ່ສຸດໃນໂລກ

ສິງກະໂປຂະຫຍາຍພື້ນທີ່ສະໜາມບິນຊາງງິເພື່ອເປີດໃຫ້ບໍລິການນໍ້າຕົກໃນຮົ່ມທີ່ສູງທີ່ສຸດໃນໂລກຫວັງໃຫ້ນັກເດີນທາງມາທ່ຽວຊົມສະໜາມບິນເພື່ອໃຊ້ຈ່າຍຊື້ສິນຄ້າ ແລະຮັບປະທານອາຫານ.

ຕາມຂ່າວຕ່າງປະເທດລາຍງານເມື່ອບໍ່ດົນມານີ້ວ່າສິງກະໂປ ເປີດໃຫ້ບໍລິການນ້ຳຕົກໃນຮົ່ມສູງ ທີ່ສຸດໃນໂລກ 40 ແມັດ ຢູ່ໃນຮ້ານຄ້າໃຫຍ່ທີ່ມີຊື່ວ່າ ຈີເວລ ຄອມເພລັກໃນມູນຄ່າການກໍ່ສ້າງ 1,3 ຕື້ໂດລາສະຫະລັດ ໃນຂະໜາດພື້ນທີ່ 135.700 ຕາແມັດ ຢູ່ສະໜາມບິນສາກົນຊາງງີເພື່ອດຶງດູດນັກທ່ອງທ່ຽວໂດຍສະເພາະໃນອຸດສາຫະກຳການບິນ ແລະຈັດຫາສິ່ງອຳນວຍຄວາມສະດວກທີ່ຫຼາກຫຼາຍເພື່ອໃຫ້ຜູ້ໂດຍສານທີ່ເດີນທາງມາກັບເຮືອບິນສາມາດໃຊ້ເວລາຢ່າງຄຸ້ມຄ່າໃນລະຫວ່າງການຕໍ່ເຮືອບິນໃນສະໜາມບິນສາກົນຊາງງີ ຊຶ່ງອອກແບບໂດຍໂມເຊ່ຊາບດີ ສະຖາປະນິກ ຜູ້ທີ່ມີຜົນງານໃນການອອກແບບ.

ສະໜາມບິນຊາງງິໄດ້ຮັບຄະແນນສຽງໃຫ້ເປັນສາຍການບິນທີ່ດີທີ່ສຸດໃນໂລກ 7 ປີຕິດຕໍ່ກັນ ແລະປີກາຍ ນີ້ຮັບຮອງຜູ້ໂດຍສານ 65,5 ລ້ານ ເທື່ອຄົນ.

ນສພ ເສດຖະກິດ-ສັງຄົມ