ວິທີເຮັດໃຫ້ຮູຂຸມຂົນໃນໃບໜ້ານ້ອຍລົງ

 

. ຜັກກາດຂາວ ແລະ ໝາກນາວນອກຈາກຈະໃຊ້ໃນ ການປະກອບອາຫານໄດ້ແລ້ວຍັງ ຍັງສາມາດໃຊ້ໃນການເຮັດໃຫ້ຮູ ຂຸມຂົນນ້ອຍລົງ ແລະວິທີການເຮັດ ຄືນຳຜັກກາດສອງເຖິງສາມໃບມາ ແລ້ວນຳໄປບົດໃຫ້ລະອຽດຈາກ ນັ້ນໃຫ້ນຳນ້ຳໝາກນາວທີ່ຄັ້ນໄວ້ ແລ້ວໄປປະສົມກັບຜັກກາດຂາວທີ່ບົດເອົາໄວ້ແລ້ວປະມານ  2-3  ບ່ວງແກງແລ້ວນຳໄປທາໃຫ້ທົ່ວບໍລິເວນໃບໜ້າປະໄວ້ປະມານ 20-25 ນາທີຈາກນັ້ນລ້າງອອກດ້ວຍນ້ຳສະ ອາດ.

  1. ນຳໄຂ່ຂາວມາ 1 ໜ່ວຍ ຈາກນັ້ນນຳມາປະສົມກັບນ້ຳໝາກ ນາວ 1 ບ່ວງແກງ  ນຳມາທາໃຫ້ ທົ່ວໃບໜ້າປະໄວ້ປະມານ 15-20  ນາທີ  ແລ້ວລ້າງອອກດ້ວຍນ້ຳອຸ່ນ ແລະລ້າງດ້ວຍນ້ຳເຢັນອີກເທື່ອ1ສ່ວນຄົນທີ່ມີຜິວແຫ້ງໃຫ້ໃຊ້ສະ ເພາະໄຂ່ຂາວໃຫ້ງົດການໃຊ້ນ້ຳ ໝາກນາວ.
  2. ນ້ຳກ້ອນ ແລະໝາກນາວ: ຂັ້ນຕອນທຳອິດທຳຄວາມສະອາດ ຜິວໜ້າ ແລະຕາມດ້ວຍນ້ຳເຢັນໆ ຫົດທີ່ໃບໜ້າ ຫຼື ໃຊ້ນ້ຳກ້ອນຫໍ່ຜ້ານຸ້ມໆແລ້ວຖູໃຫ້ທົ່ວໃບໜ້າຄວາມ ເຢັນຈາກນ້ຳກ້ອນຈະເຮັດໃຫ້ກ້າມ ຊີ້ນໃບໜ້າຫົດໂຕ ແລະກໍ່ຈະເຮັດ ໃຫ້ຮູຂຸມຂົນນ້ອຍລົງຊົ່ວຄາວຈາກ ນັ້ນໃຊ້ຜ້າສະອາດເຊັດໜ້າໃຫ້ແຫ້ງ ແລະສຸດທ້າຍໃຫ້ນຳໝາກນາວທາໃຫ້ທົ່ວໃບໜ້າປະໄວ້ປະມານ 10 ນາທີ ແລ້ວລ້າງອອກດ້ວຍນ້ຳສະ ອາດ.
  3. ກ້ວຍຫອມ ຫຼື ກ້ວຍນ້ຳ: ຂັ້ນຕອນທຳອິດຊອຍໝາກກ້ວຍ ເປັນຕ່ອນນ້ອຍໆແລ້ວຕື່ມນົມສົດ ຫຼື ນ້ຳເຜິ້ງລົງໄປບົດໃຫ້ລະອຽດ ຈົນເປັນເນື້ອດຽວກັນຈາກນັ້ນນຳ ມາພອກໜ້າ ແລະລຳຄໍປະໄວ້ປະ ມານ 25-30 ນາທີ ແລ້ວລ້າງ ອອກດ້ວຍນ້ຳອຸ່ນແລ້ວເຊັດໜ້າໃຫ້ ແຫ້ງດ້ວຍຜ້າສະອາດຊ່ວຍໃຫ້ຜິວ ໜ້າສະອາດຂຶ້ນ.
  4. ນ້ຳຕານຊາຍ: ໃຫ້ເອົານ້ຳຕານຊາຍມາປະສົມກັບນ້ຳເຜິ້ງ ແລະນ້ຳມັນໝາກກອກແລ້ວນຳໄປທາໃບໜ້າແລ້ວກໍ່ຂັດເບົາໆ ໂດຍໝູນນິ້ວເປັນວົງກົມເບົາໆເນັ້ນສ່ວນທີ່ມີຮູຂຸມຂົນກວ້າງ ແລະຜິວມັນປະໄວ້ປະມານ 3-4 ນາທີ ແລ້ວລ້າງ ອອກດ້ວຍນ້ຳທີ່ເຢັນນ້ຳເຜິ້ງຍັງມີຊັບພະຄຸນໃນການຊ່ວຍຫຼຸດຄວາມມັນບົນໃບໜ້າ ແລະເຮັດໃຫ້ຮູຂຸມ ຂົນນ້ອຍລົງອີກດ້ວຍ.
  5. ຮຽບຮຽງໂດຍ: ຟ້າ