ນໍ້າສະໝຸນໄພເພື່ອສຸຂະພາບ

ການເຮັດນ້ຳບອງ ຫຼື ນ້ຳໝັກໝາກໄມ້ແມ່ນ ການນຳສະໝຸນໄພ ຫຼື ໝາກໄມ້ຊະນິດໃດກໍ່ໄດ້ມາຊອຍ ຫຼື ທຸບກ່ອນໃສ່ລົງໄປໃນຂວດແກ້ວທີ່ມີນ້ຳສະອາດ   ເຊັ່ນ: ທຸບຫົວສີໃຄບີບນ້ຳໝາກນາວໃສ່ ຫຼື ໃສ່ທັງ ເປືອກເພື່ອໃຫ້ໄດ້ທັງລົດຊາດກີ່ນ ແລະນ້ຳມັນຫອມ ລະເຫີຍໃສ່ສະໝຸນໄພ ຫຼື ໝາກໄມ້ໄວ້ຢ່າງນ້ອຍຊົ່ວໂມງກ່ອນດື່ມ ຫຼື ເກັບໄວ້ດົນໆກ່ອນນັ້ນຄວນເກັບ ໄວ້ໃນຕູ້ເຢັນແຕ່ວ່າວິຕາມີນຊີອາດຫຼຸດລົງຕາມໄລຍະ ເວລາເນື່ອງຈາກວິຕາມີນຊີເປັນວິຕາມີນທີ່ລະລາຍນ້ຳຫາກໃຊ້ນ້ຳກ້ອນກໍ່ຄວນເປັນນ້ຳກ້ອນທີ່ມາຈາກໂຮງງານທີ່ສະອາດໃຫ້ໃຊ້ນ້ຳສົ້ມສາຍຊູອັດຕາສ່ວນ1:10 ຫຼື ປະມານນ້ຳ 1 ລິດຕໍ່ນ້ຳສົ້ມສາຍຊູ 3 ບ່ວງ ແຊ້ໝາກໄມ້ໄວ້ປະມານ 10-15 ນາທີເພື່ອໃຫ້ຄວາມ ສະອາດທີ່ແທ້ຈິງ.

ຂໍ້ຄວນລະວັງ: ການດື່ມສາມາດດື່ມໄດ້ທັງວັນ ແຕ່ຕອນເຊົ້າບໍ່ຄວນດື່ມເຢັນເກີນໄປຄວນດື່ມໃນອຸນຫະພູມທຳມະດາບໍ່ເຢັນເກີນໄປເພື່ອໃຫ້ດີຕໍ່ລະບົບຂັບ ຖ່າຍໃຫ້ບີບໝາກນາວລົງໄປ 1 ປ່ຽງ ນອກຈາກນີ້ສຳລັບຜູ້ຍິ່ງທີ່ມີປະຈຳເດືອນຂໍແນະນຳບໍ່ໃຫ້ດື່ມເຢັນເລີຍຄວນດື່ມແບບອຸ່ນໆອາດຈະດີກວ່າເພື່ອຫຼຸດອາການ ປວດທ້ອງຂອງປະຈຳເດືອນ.

ຮຽບຮຽງໂດຍ: ຟ້າ