ສາເຫດ ແລະອາການຂອງຄົນທີ່ມີໄຂມັນ ອຸດຕັນໃນເສັ້ນເລືອດ

ຄົນທີ່ຕຸ້ຍຈະມີຄວາມສ່ຽງສູງກັບພະຍາດໄຂມັນອຸດຕັນໃນ ເສັ້ນເລືອດແຕ່ຄົນສ່ວນຫຼາຍກໍບໍ່ຮູ້ ວ່າຕົນເອງອາດກຳລັງເປັນພະ ຍາດໄຂມັນອຸດຕັນໃນເສັ້ນເລືອດ ພະຍາດດັ່ງກ່າວຈະຄ້າຍໆຄືກັບພະຍາດຫົວໃຈທີ່ເກີດຈາກກ້າມເນື້ອຫົວໃຈຕີບເພາະມີເລືອດໄຫຼວຽນຫົວໃຈບໍ່ພຽງພໍ, ເລືອດຈຶຶ່ງບໍ່ສາມາດ ໄປຫຼໍ່ລ້ຽງຮ່າງກາຍໄດ້ແລະເຮັດໃຫ້ເຮົາມີອາການອ່ອນເພຍໄດ້ງ່າຍ.

* ສາເຫດຂອງອາການຂອງຄົນທີ່ມີໄຂມັນອຸດຕັນໃນເສັ້ນເລືອດ.

  1. ນໍ້າໜັກຫຼາຍຈົນເກີນໄປ.
  2. ກິນອາຫານທີ່ມີໄຂມັນບໍ່ດີ ເປັນຈຳນວນຫຼາຍເກີນໄປ ແລະບໍ່ ກິນຜັກ.
  3. ບໍ່ມັກອອກກຳລັງກາຍ.
  4. ສູບຢາ ແລະມັກດື່ມທາດ ແອວກໍຮໍ.

* ອາການຂອງຄົນທີ່ມີໄຂມັນ ອຸດຕັນໃນເສັ້ນເລືອດ.

  1. ເມື່ອຍງ່າຍກວ່າປົກກະຕິ.
  2. ເຈັບຫົວ, ໜ້າມືດຄືກັບຈະ ເປັນລົມ.
  3. ໃຈສັັ່ນ, ໃຈເຕັ້ນໄວ, ປາຍມື ປາຍຕີນເຢັນ.
  4. ແໜ້ນເອິກ, ເຈັບເອິກຄືກັບ ມີຫຍັງມາກົດທັບ.
  5. ນໍ້າໜັກຫຼາຍຈົນເກີນໄປ.

ສະນັ້ນເຮົາສາມາດຫຼີກລຽງໄດ້ ກໍຄວນເຮັດເປັນປະຈຳ, ຄວນອອກ ກຳລັງກາຍຢ່າງສະໝໍ່າສະເໝີຢ່າງ ໜ້ອຍອາທິດລະ 3 ຄັ້ງ, ຄວນກິນອາຫານທີ່ຊ່ວຍຫຼຸດໄຂມັນໄດ້, ຫຼຸດ ການດື່ມແອວກໍຮໍ ແລະເຮັດໃຈໃຫ້ ສະບາຍພຽງເທົ່ານີ້ກໍຫ່າງໄກຈາກໄຂມັນອຸດຕັນໃນເສັ້ນເລືອດ.

ຮຽບຮຽງໂດຍ: ຟ້າ