ຫົວພັນ ຍ້ອງຍໍນັກຮຽນເກັ່ງ

ເມື່ອບໍ່ດົນມານີ້ພະແນກສຶກສາທິການ ແລະກີລາແຂວງຫົວພັນໄດ້ຈັດພິທີຍ້ອງຍໍຜົນງານຂອງນັກຮຽນເກັ່ງທີ່ເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງລະດັບຊາດຢູ່ນະຄອນຫຼວງວຽງຈັນໃຫ້ກຽດເຂົ້າຮ່ວມ ຂອງທ່ານ ມອນສິງ ເພັດວຽງສີຮອງຫົວໜ້າພະແນກ ສກຂ ຫົວພັນ, ມີພະນັກງານພາຍໃນພະແນກ,ຜູ້ອຳນວຍການ, ພະນັກງານຄູອາ ຈານໂຮງຮຽນອ້ອມຂ້າງແຂວງ, ນັກຮຽນ, ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.

 ທ່ານ ໄຊສົມພອນ ບົວດອກ ທອງ  ຫົວໜ້າຂະແໜງສາມັນສຶກສາ ພະແນກ ສກຂ ຫົວພັນ ຫົວໜ້າ ນຳພາເຂົ້າຮ່ວມແຂ່ງຂັນນັກຮຽນ ເກັ່ງລະດັບຊາດໃຫ້ຮູ້ວ່າ: ການແຂ່ງຂັນນັກຮຽນລະດັບຊາດ ຊັ້ນ ມ4 ແລະມ7 ທົ່ວປະເທດໄດ້ເປີດຂຶ້ນ ຢ່າງເປັນທາງການໃນຄັ້ງວັນທີ 26-29 ມີນາ ຜ່ານມາ ໃນນັ້ນ ແຂວງຫົວພັນ ໄດ້ສົ່ງນັກສອບເສັງເຂົ້າຮ່ວມຈຳນວນ 8 ນ້ອງ, ໃນນັ້ນຊັ້ນ ມ4 ຈຳນວນ  4  ນ້ອງ, ຊັ້ນ ມ7 ຈຳນວນ 4 ນ້ອງ, ຜ່ານການສອບເສັງຕົວຈິງນາງ  ດາວ  ພາສຸກ ແກ້ວ  ມະນີ ນັກຮຽນຈາກໂຮງຮຽນ  SOS ແຮັກມານໄມເນີ ເມືອງຊຳເໜືອ ສາມາດຍາດໄດ້ລາງວັນອັນດັບທີ 2 ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ4 ໄດ້ຮັບຫຼຽນເງິນ 1 ຫຼຽນ ພ້ອມດ້ວຍເງິນສົດ ຈຳນວນ 4 ລ້ານກີບ, ໄດ້ຮັບລາງວັນຊົມເຊີຍ ວິຊາພາສາລາວ-ວັນນະຄະດີ ຊັ້ນ ມ7 ຈາກນ້ອງ ທ້າວ ລັດຕະສິນ ສິງທະວົງ ຈາກໂຮງຮຽນ ມປ ຕົວແບບແຂວງຫົວພັນ ແລະລາງວັນ ຊົມເຊີຍວິຊາຄະນິດສາດທ້າວເຊັງຈື່ເຮີ ຈາກໂຮງຮຽນ ມສ ຊຳໃຕ.້ເພື່ອເປັນການຊົມເຊີຍ ແລະ ເປັນການຊຸກຍູ້ສົ່ງເສີມຕໍ່ຜົນງານ ດັ່ງກ່າວພະແນກສຶກສາທິການໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າ ແຂວງຫົວພັນແລະທຶນການສຶກສາ ໃຫ້ຄູນຳພາ  ແລະນ້ອງນັກຮຽນເກັ່ງ ທີ່ຍາດໄດ້ລາງວັນໃນຄັ້ງນີ້ຕາມລຳ ດັບຄື: ມອບໃບຍ້ອງຍໍທ່ານເຈົ້າ ແຂວງຫົວພັນ ແລະເງິນສົດຈຳ ນວນ 3  ລ້ານກີບ  ໃຫ້ແກ່ນາງ  ດາວ ພາສຸກ ແກ້ວມະນີ, ມອບໃບຍ້ອງຍໍຂອງຫົວໜ້າພະແນກ ສກຂ ຫົວພັນ ແລະເງິນສົດໃຫ້ແກ່ຄະນະນຳພາ 1 ລ້ານກີບ ແລະມອບໃບຍ້ອງຍໍ ຂອງຫົວໜ້າພະແນກ ສກຂ ຫົວພັນ ແລະເງິນສົດ 5 ແສນກີບ ໃຫ້ແກ່ ສອງນ້ອງທີ່ໄດ້ລາງວັນຊົມເຊີຍ.

ນສພ ເສດຖະກິດ-ສັງຄົມ