ແຂ່ງຂັນຂີ່ລົດຖີບສົ່ງເສີມການທ່ອງທ່ຽວ ແລະຮັກສາສິ່ງແວດລ້ອມ

ວັນທີ 24 ເມສາ ຜ່ານມາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຮ່ວມກັບຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນໄດ້ຈັດການແຂ່ງຂັນຂີ່ລົດຖີບຈາກຈຸດ ສວນແກ້ວຫຼັກເມືອງ ເມືອງຊຳເໜືອ ໄປຫາເມືອງວຽງໄຊ ຖານທີ່ໝັ້ນ ການປະຕິວັດລາວ, ເປັນກຽດເຂົ້າຮ່ວມໃນການແຂ່ງຂັນຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະ ນະ ບໍລິຫານງານສູນ ກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ວົງ ເພັດ ບຸນມະນີ ເລຂາຄະນະບໍລິ ຫານງານຊາວໜຸ່ມແຂວງຫົວພັນ ແລະພາກສ່ວນກ່ຽວຂອງເຂົ້າຮ່ວມ.

ຈຸດປະສົງກໍເພື່ອເປັນການສົ່ງ ເສີມການທ່ອງທ່ຽວ ແລະຮັກສາ ສິ່ງແວດລ້ອມ, ທັງເປັນການສະເຫຼີມ ສະຫຼອງວັນສ້າງຄັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 64 ປີ, ການແຂ່ງຂັນຄັ້ງນີ້ມີນັກ ກີລາເຂົ້າຮ່ວມທັງໝົດ 43 ທ່ານ ໃນນີ້ໄດ້ແບ່ງເປັນ 2 ສາຍຄື: ສາຍອາວຸໂສ ແລະຊາວໜຸ່ມ, ຜ່ານການ ແຂ່ງຂັນເຫັນໄດ້ສາຍອາວຸໂສຊະ ນະເລີດໄດ້ແກ່ທ່ານ ແຊ້ວສານ ໂລວົງແສງ ບ້ານພັນໄຊ ແລະສາຍ ຊາວໜຸ່ມໄດ້ແກ່ທ່ານ ຫົງຝົງ ອູ່ສະຫວາງ ບ້ານພັນໄຊ ພ້ອມນີ້ຍັງໄດ້ ແຂ່ງຂັນການຂີ່ລົດຖີບຊ້າຊະນະເລີດໄດ້ແກ່ທ່ານ ຄຳແພງ ອຸ່ນມະນີ ລັດວິສາຫະກິດໄຟຟ້າລາວ ສາຂາຫົວພັນ ຊຶ່ງໄດ້ຮັບຂັນຈາກສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ.

ນສພ ເສດຖະກີດ-ສັງຄົມ