ກອງຮ້ອຍຮັບປະກັນໂຮງຮຽນວຽງໄຊ ສະຫຼຸບຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ

ວັນທີ 25 ເມສາ 2019 ກອງຮ້ອຍຮັບປະກັນໂຮງຮຽນກໍ່ ສ້າງນາຍສິບເລກ 2 ວຽງໄຊສະ ຫຼຸບຂໍ້ແຂ່ງຂັນ 4 ບຸກປະຈຳສົກ ປີ 2018 ແລະຜ່ານທິດທາງແຜນ ການປະຈຳປີ 2019 ແລະຜ່ານທິດທາງແຜນການປະຈໍາສົກປີ 2019-2020 ຂຶ້ນພາຍໄຕ້ການ ເປັນປະທານຂອງທ່ານ ພັນຕີ ພັດ ພອນມະນີ ເລຂາໜ່ວຍພັກກອງ ຮ້ອຍຮັບປະກັນ, ເປັນກຽດເຂົ້າ ຮ່ວມທ່ານ ພັນຕີ ຈັນໂທ ສີປະ ພອນ ຮອງຫົວໜ້າພະແນກຊາວ ໜຸ່ມໂຮງຮຽນ, ຄະນະກອງພັນນັກ ຮຽນ, ຄະນະໜ່ວຍຊາວໜຸ່ມ, ຄະນະບໍລິຫານງານຊາວໜຸ່ມທົ່ວໂຮງຮຽນ ແລະສະມາຊິກຊາວໜຸ່ມເຂົ້າ ຮ່ວມ.

ທ່ານ ຮ້ອຍເອກ ວັນໄຊ ພົມ ມະວົງ ເລຂາໜ່ວຍຊາວໜຸ່ມກອງຮ້ອຍຮັບປະກັນໂຮງຮຽນກໍ່ສ້າງ ນາຍສິບເລກ 2 ວຽງໄຊຂຶ້ນຜ່ານ ບົດສະຫຼຸບປະຈໍາສົກປີ 2018 - 2019 ຊຶ່ງໄດ້ຍົກໃຫ້ເຫັນຫຼາຍບັນ ຫາເຂົ້າໃນການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວ ໜຸ່ມພາຍໃນໂຮງຮຽນມີແນວຄິດການເມືອງໜັກແໜ້ນ,ຕ້ານໄດ້ປະກົດການຫຍໍ້ທໍ້ຕ່າງໆທີ່ກໍ່ຄວາມບໍ່ສະຫງົບ, ຕັ້ງໜ້າປະຕິບັດຂໍ້ແຂ່ງຂັນ 4 ບຸກ,ສ້າງໃຫ້ສະມາຊິກຊາວໜຸ່ມມີລະບຽບວິໄນ, ປະຕິບັດ 7 ລະບອບ 18 ວຽກໃນແຕ່ລະວັນ ກໍ່ຄືບັນດາຂໍ້ກໍານົດກົດລະບຽບ ຂອງໂຮງຮຽນໄດ້ຢ່າງເຂັ້ມງວດ. ທົ່ວກອງຮ້ອຍຮັບປະກັນມີສໍາມະ ຊິກຊາວໜຸ່ມ 43 ສະຫາຍ, ໃນນັ້ນຍິງ 39 ສະຫາຍ ສ້າງໄດ້ສະ ມາຊິກຊາວໜຸ່ມນໍາໜ້າ 4 ບຸກ 90,96%, ປະເພດແຂງ 9,30% ແລະສ້າງໄດ້ໜ່ວຍຊາວໜຸ່ມ  4  ບຸກ, ຂະຫຍາຍເຂົ້າເປັນສະມາຊິກພັກ ສົມບູນໄດ້ 2 ສະຫາຍ ພະແນກ ຊາວໜຸ່ມໂຮງຮຽນສ້າງລາຍຮັບ ໄດ້ທັງໝົດແມ່ນ: 18,53  ລ້ານກີບ. ນອກນີ້ຍັງວຽກງານອື່ນໆຂອງພະ ແນກຊາວໜຸ່ມໂຮງຮຽນໄດ້ຊີ້ນຳໆພາທຸກວຽກງານຂອງຊາວໜຸ່ມ ໂຮງຮຽນມີຜົນສໍາເລັດສູງ.

ພ້ອມດຽວກັນສະຫາຍໄດ້ຜ່ານ ທິດທາງແຜນການປະຈໍາສົກປີ 2019-2020 ໂດຍຖືເອົາຂໍ້ແຂ່ງຂັນ 4 ບຸກກໍ່ຄືມະຕິຕ່າງໆມາຜັນ ຂະຫຍາຍຢູ່ບັນດາໜ່ວຍ,  ຮັບຮູ້  ແລະຕ້ານບັນດາປາກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃນສະມາຊິກຊາວໜຸ່ມ ຂອງກອງຮ້ອຍໃຫ້ລຸດລົງຢ່າງ ຂາດຕົວ, ສ້າງໃຫ້ໄດ້ຊາວໜຸ່ມ 4 ບຸກກວມເອົາ 2/3 ຂອງຈໍານວນ ສະມາຊິກທັງໝົດ.

ໂອກາດທີ່ມີຄວາມໝາຍຄວາມ  ສໍາຄັນສະຫາຍ  ພັນຕີ  ພັດພັນມະນີ ເລຂາໜ່ວຍພັກກອງຮ້ອຍຮັບປະ ກັນໄດ້ໂອ້ລົມຕໍ່ຄະນະໜ່ວຍຊາວໜຸ່ມກອງຮ້ອຍຮັບປະກັນຫຼາຍບັນ ຫາ ໂດຍສະເພາະແມ່ນພ້ອມກັນ ເຕົ້າໂຮມຄວາມສາມັກຄີມີຄວາມເປັນເອກະພາບພາຍໃນໃຫ້ເລິກ, ສຶກສາອົບຮົມການເມືອງນໍາພາ ແນວຄິດໃຫ້ສະຊິກຊາວໜຸ່ມມີແນວຄິດການເມືອງໜັກແໜ້ນ, ເປັນກໍາ ລັງປະຈັນບານໃຫ້ແກ່ກົມກອງທັງຮັບປະກັນໄດ້ດ້ານຄວາມສະຫງົບ-ປອດໄພ, ສ້າງໃຫ້ໄດ້ຊາວໜຸ່ມນຳ ໜ້າ 4 ບຸກກວມອັດຕາສ່ວນສູງທີ່ ຄະນະພັກຂັ້ນເທິງວາງອອກ ແລະ ສ້າງຂະບວນການຕ່າງໆຂອງຊາວໜຸ່ມພາຍໃນກົມກອງກໍ່ຄືໂຮງຮຽນໃຫ້ຟົດຟື້ນແຂງແຮງຢ່າງຕໍ່ເນື່ອງ, ສໍາມາຊິກຊາວໜຸ່ມເອື້ອຍນ້ອງເຂົ້າ ໃນການຕົ້ມຫຸງປຸງແຕ່ງບັນດາ ເຮືອນຄົົວຂອງນັກຮຽນ,ຕ້ອງມີອາ ຫານລົດຊາດແຊບໃຫ້ແກ່ນັກຮຽນ ປາສະຈາກອາຫານບູດເນົ່າ ແລະ ສ້າງໃຫ້ຕົນເອງກາຍເປັນຊາວໜຸ່ມ 4 ບຸກຢ່າງໜ້າຊື້ນຊົມ.

ນສພ ເສດຖະກິດ-ສັງຄົມ