ເມືອງນອງສຸມໃສ່ຫຼາຍດ້ານປະຕິບັດແຜນພັດທະນາເສດຖະກິດ

  ເມືອງນອງເປັນເມືອງໜຶ່ງທີ່ຂຶ້ນກັບແຂວງສະຫວັນນະເຂດມີທ່າແຮງຫຼາຍດ້ານໃນການດຶງດູດເອົາການລົງທຶນເປັນຕົ້ນຂະແໜງກະສິກຳ,ອຸດສາຫະກຳ ແລະອື່ນໆເພື່ອເປັນແຮງພັກດັນເຮັດໃຫ້ເສດຖະກິດພາຍໃນເມືອງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງເຮັດໃຫ້ປະຊາຊົນພາຍໃນເມືອງມີຊີວິດການເປັນຢູ່ທີ່ດີຂຶ້ນປະຈຸບັ ນທົ່ວເມືອງປະຕິບັດໄດ້ 62 ໂຄງການມູນຄ່າ 26,25 ຕື້ກີບ ກວມເອົາ 61,4% ຂອງແຜນການ.

  ທ່ານ ສຸພາພອນ ນັນທະນາວອນ ເຈົ້າເມືອງໆນອງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາໃຫ້ຮູ້ວ່າ: ປະຈຸບັນໄດ້ຫັນເອົາພະ ນັກງານຫຼັກແຫຼ່ງລົງປະຈຳຢູ່ຈຸດສຸມກຸ່ມບ້ານທັງໝົດ 18 ສະຫາຍ, ຍິງ 1 ສະຫາຍ ໃນນັ້ນມີຄະນະພັກເມືອງ 7 ສະຫາຍ, ຍິງ 1 ສະຫາຍ, ມີບ້ານພັດທະນາ 4 ບ້ານ ມີ 820 ຄອບຄົວ, ບ້ານພົ້ນທຸກ 38 ບ້ານກວມເອົາ 54 ສ່ວນຮ້ອຍຂອງບ້ານທັງໝົດມີ 2.259 ຄອບຄົວ,ພ້ອມນັ້ນກໍ່ຍັງໄດ້ເອົາໃຈໃສ່ຈັດສັນພູມລໍາເນົາຂອງປະຊາຊົນທີ່ຖືກຜົນກະທົບຈາກການສ້າງເຂື່ອນໄຟຟ້າເຊລະນອງ 1 ຢູ່ເຂດຈຸດສຸມແກ້ງລີ້ນມີຈຳນວນ 2 ບ້ານຄື: ບ້ານລະເບົານ້ຳມີ 56 ຫຼັງຄາ ແລະບ້ານລ໊ອຍນ້ຳມີ 32 ຫຼັງຄາ, ທົ່ວເມືອງມີໜ່ວຍພັກທັງໝົດ 92 ໜ່ວຍພັກມີ 892 ສະຫາຍ, ຍິງ 141 ສະຫາຍ, ສ້າງໜ່ວຍພັກປອດ ໃສເຂັ້ມແຂງໜັກແໜ້ນໄດ້ 26 ໜ່ວຍພັກ, ຂະຫຍາຍຊາວໜຸ່ມໄດ້ 22 ຮາກຖານມີ 92 ໜ່ວຍ, ຈັດຕັ້ງຂໍ້ແຂ່ງຂັນແມ່ຍິງ 3 ດີປະເພດ 1 ມີ1.723 ຄົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສ້າງບ້ານປ້ອງກັນຊາດໄດ້ 24 ບ້ານມີ 1.540 ຄອບຄົວ, ສ້າງບ້ານປ້ອງກັນຄວາມສະຫງົບໄດ້ 28 ບ້ານມີ 2.197 ຄອບຄົວ.

  ນອກນັ້ນຍັງໄດ້ເອົາໃຈໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຕາມ 8 ແຜນງານ 101 ໂຄງການມາຮອດປະຈຸບັນປະຕິບັດໄດ້ 62 ໂຄງ ການກວມເອົາ 61,4% ມູນຄ່າ 26,25 ຕື້ກີບ, ສະເພາະທຶນຂອງລັດມີ 33 ໂຄງການມູນຄ່າ 30,3 ຕື້ກີບ, ດ້ານການສ້າງລາຍຮັບໄດ້ຊອກຫາແຫຼ່ງລາຍຮັບເຂົ້າງົບປະມານແຫ່ງລັດປະຈຸບັນສາມາດປະຕິບັດໄດ້ 1,86 ຕື້ກີບ, ລາຍຮັບຈາກສ່ວຍສາອາກອນ 1 ຕື້ກວ່າກີບ, ພາສີທີ່ດິນ 248 ລ້ານກີບ, ຊັບສິນ ລັດ 572 ລ້ານກີບ.

  ພ້ອມດຽວກັນນັ້ນການກໍ່ສ້າງເສັ້ນທາງແຕ່ບ້ານດົງຫາເມືອງນອງສຳເລັດ 93,93%, ເສັ້ນທາງແຕ່ເທສະບານເມືອງຫາຊາຍແດນເມືອງຕະໂອ້ຍ ແຂວງສາລະວັນ ຍາວ 39,2 ກິໂລແມັດ ສຳເລັດ 80%, ສ້າງບ້ານວັດທະນະທຳໄດ້ທັງໝົດ 22 ບ້ານມີ 1.425 ຄອບຄົວ.

ພາບຂ່າວ: ນສພ ເສດຖະກິດ-ສັງຄົມ