ລະມາມເປີດງານບຸນຊ່ວງເຮືອປະຈຳປີ 2024

ໃນວັນທີ 3 ທັນວາ 2024 ເມືອງລະມາມ ແຂວງເຊກອງ ໄດ້ຈັດງານບຸນຊ່ວງເຮືອປະຈຳປີ 2024 ຢູ່ທີ່ທ່ານ້ຳເຊກອງ ໂດຍເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນການພັກ, ອະດີດຮອງນາຍົກລັດຖະມົນຕີ, ມີ ທ່ານ ເຫລັກໄຫລ ສີວິໄລ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງພ້ອມດ້ວຍການນຳພັກລັດຂັ້ນແຂວງ, ເມືອງ, ພະນັກງານອາວຸໂສບຳນານ, ແຂກຖືກເຊີນຈາກແຂວງໃກ້ຄຽງ, ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ແລະນັກສີພາຍເຮືອຊ່ວງເຂົ້າຮ່ວມ.

ທ່ານ ປອ ຕຸລາວັນ ວົງໄຊ ເຈົ້າເມືອງໆລະມາມ ກ່າວເປີດພິທີວ່າ: ບຸນຊ່ວງເຮືອ ເມືອງລະມາມ ປີນີ້ແມ່ນໄດ້ເປີດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ບັນດາເຜົ່າພວມສຸມໃສ່ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 49 ປີ, ລະນຶກວັນຄ້າຍວັນເກີດ ຂອງປະທານໄກສອນ ພົມວິຫານ ຜູ້ນາທີ່ແສນເຄົາລົບຮັກ ຄົບຮອບ 104 ປີ ເວົ້າລວມ, ເວົ້າສະເພາະແຂວງເຊກອງ-ເມືອງລະມາມພວກເຮົາ ໄດ້ສຸມໃສ່ສ້າງຂະ ບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ອົງຄະນະພັກເມືອງ, ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ, ຊົມເຊີຍຜົນສໍາເລັດ ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ (1984-2024), ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2024 ດ້ວຍບັນຍາ ກາດອັນຟົດຟື້ນ ແລະ ມີຜົນສໍາເລັດຫຼາຍດ້ານ ທີ່ເປັນໜ້າເພິ່ງພໍໃຈ.

ການຈັດງານເທດສະການບຸນຊ່ວງເຮືອຢູ່ແຂວງເຊກອງ ໄດ້ເລີ່ມຈັດຂຶ້ນທໍາອິດໃນ ປີ 1988 ພາຍຫຼັງການປະກາດສ້າງແຂວງເຊກອງ ໄດ້ 4 ປີ ( ປີ 1984) ໄລຍະນັ້ນ ມີເຮືອຊ່ວງເຂົ້າຮ່ວມແຂ່ງ ຂັນພຽງແຕ່ 5 ລໍາ ເທົ່ານັ້ນ ຄື ເຮືອບ້ານດອນຈັນ, ບ້ານດ່ານ, ບ້ານໂມ, ບ້ານປາກໂທນ ແລະ ບ້ານວັດ ຫຼວງ ໃນເບື້ອງຕົ້ນ ແມ່ນແຂວງເປັນເຈົ້າພາບ ໂດຍກຳນົດເອົາເດືອນ 12 ສາກົນ ຂອງທຸກໆປີ ເປັນມື້ ຈັດງານ, ມາຮອດປີ 1995 ທາງແຂວງມອບໃຫ້ເມືອງ ເປັນເຈົ້າພາບຈັດງານດັ່ງກ່າວ ຈົນຮອດປັດຈຸ ບັນ; ນັບແຕ່ນັ້ນມາ ງານບຸນຊ່ວງເຮືອປະຈຳປີ ກໍ່ໄດ້ກາຍເປັນປະເພນີ ແລະ ເຕີບໃຫຍ່ເປັນຂະບວນຟົດ ຟື້ນ ກວ້າງຂວາງ ມາຮອດປີນີ້ ຄົບຮອບ 36 ປີ ເຊິ່ງໄດ້ກຳນົດເອົາ ວັນທີ 3 ທັນວາ (12) ຂອງທຸກໆປີ (ຕາມຂໍ້ຕົກລົງຂອງເຈົ້າແຂວງສະບັບ ເລກທີ 230/ຈຂ.ຊກ, ລົງວັນທີ 29 ກັນຍາ (9) 2023) ເປັນປະເພນີ ຫຼື ເປັນງານບຸນຊ່ວງເຮືອ ປະເພນີ ປະຈຳປີ ຂອງແຂວງເຊກອງ ກໍ່ຄືຊາວເມືອງລະມາມພວກເຮົາ ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ: ສໍາລັບການຈັດງານບຸນຊ່ວງເຮືອປະເພນີ ປະຈະປີ 2024 ເປັນການສືບສານວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງຊາດຂອງທ້ອງຖິ່ນ, ທັງເປັນການອະນຸລັກຮັກສາ, ສ່ອງແສງໃຫ້ເຫັນເຖິງພື້ນຖານການເສີມຂະຫຍາຍມູນເຊື້ອທາງດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ຊາວແຂວງເຊກອງ ພ້ອມ ທັງເປັນການເຕົ້າໂຮມຄວາມສາມັກຄີ, ຮັກແພງ ແລະ ສ້າງໄມຕຣີຈິດມິດຕະພາບເຊິ່ງກັນ ແລະກັນ.

ທ່ານເຈົ້າເມືອງລະມາມກ່າວຕື່ມອີກວ່າ: ໃນງານແຂ່ງຂັນກິລາຊ່ວງເຮືອປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 13 ລຳ ປະກອບມີ 19 ຄະນະ, ໃນນັ້ນມີສີພາຍເພດຊາຍ 15 ຄະນະ, ສີພາຍເພດຍິງ 4 ຄະນະ, ເຊິ່ງແບ່ງອອກເປັນ 3 ປະເພດຄື: ເຮືອປະເພດ 19 - 22 ສີພາຍ (ປະເພນີ ) ມີ 12 ຄະນະ, ຍິງ 4 ຄະນະ; ເຮືອປະເພດ 19 - 22 ສີພາຍ (ເຄິ່ງສຸດ) ມີ 3 ຄະນະ (ມີແຕ່ທິມຊາຍ) ແລະ ເຮືອປະເພດ 8 ສີພາຍ ມີ 4 ຄະນະ ( ມີແຕ່ ທີມຊາຍ) ໃນໂອກາດ ເລີດງາມຍາມດີມື້ນີ້, ຂໍເຊີນຊວນບັນດາທ່ານ, ແຂກທີ່ມີກຽດໄດ້ເບິ່ງ, ໄດ້ຊົມ ແລະ ສົ່ງແຮງໃຈແຮງເຊຍເຮືອຊ່ວງ ຢ່າງສຸດກົກສຸດປາຍ ພ້ອມທັງປະກອບສ່ວນ ໃຫ້ຄວາມຮ່ວມໄມຮ່ວມມີໃນການເປັນເຈົ້າພາບທີ່ດີຮ່ວມກັນ ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທຸກປະການ. ພິເສດຮຽກຮ້ອງມາຍັງ ນັກສີພາຍເຮືອຊ່ວງ ທຸກຄະນະແມ່ນຮັກສາ ນໍ້າໃຈ, ຄວາມສາມັກຄີ, ມີນໍ້າໃຈນັກກິລກາ, ຮູ້ແພ້ຮູ້ຊະນະ, ຮູ້ໄດ້ຮູ້ເສຍ ແລະປະຕິບັດຕາມກະຕິກາ , ກົດລະ ບຽບການແຂ່ງຂັນຢ່າງເຂັ້ມງວດ.
ຂ່າວ: ອັດສະວິນ