ສະເຫຼີມສະຫຼອງການເຂົ້າເປັນສະມາຊິກອົງການແຮງງານສາກົນຄົບຮອບ 60 ປີ

ພິທີສະເຫຼີມສະຫຼອງການເຂົ້າເປັນສະມາຊິກອົງການແຮງງານສາກົນຂອງ ສປປ ລາວ ຄົບຮອບ 60 ປີ ຈັດຂຶ້ນວັນທີ 5 ທັນວາ 2024 ທີ່ຫ້ວັດທະນາທຳແຫ່ງຊາດ ເປັນກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ຈິລເບີກຕ ຮຸນໂບ ຜູ້ອໍານວຍການໃຫຍ່ອົງການແຮງງານສາກົນ ທ່ານ ນາງ ຊີວຢຽນ ຊຽນ ຜູ້ອຳ ນວຍການອົງການແຮງງານສາກົນປະຈຳພາກພື້ນ ປະຈຳຢູ່ບາງກອກ ປະເທດໄທ ແລະພາກສ່ວນກ່ຽວຂ້ອງ.

ໃນພິທີທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ ສປປ ລາວ ເຂົ້າເປັນສະມາຊິກຂອງ ອົງການແຮງງານສາກົນ ໃນວັນທີ 23 ມັງກອນ ປີ 1964 ແມ່ນເປັນເຫດການທີ່ມີຄວາມສຳຄັນໂດຍມີການຮ່ວມມືຢ່າງໃກ້ສິດຂອງກະຊວງແຮງງານແລະສະຫັວດດີການສັງຄົມສູນກາງສະຫະພັນກຳມະບານລາວສະພາການຄ້າອຸດສາຫະກຳແຫ່ງຊາດລາວ ແລະອົງການແຮງງານສາກົນເຊິ່ງລັດຖະບານໄດ້ເອົາໃຈໃສ່ສ້າງ ແລະປັບປຸງພື້ນຖານໂຄງລ່າງໃຫ້ແກ່ການພັດທະນາສືມືແຮງງານທັງກັບທີ່ ແລະເຄື່ອນທີ່ສະ ໜອງອຸປະກອນພັດທະນາຫລັກສູດໃຫ້ເໝາະສົມ ສ້າງຄວາມເຂັມແຂງຮອບດ້ານໃຫ້ແກ່ບຸກຄະລາກອນເປັນຕົ້ນແມ່ນຄູເຝິກຄູທົດສອບສີມືແຮງງານໃຫ້ບັນດາສູນພັດ ທະນາສືມີແຮງງານໃນຂອບເຂດທົ່ວປະເທດ ພ້ອມກັນນີ້ຍັງຖືສຳຄັນໃນການສ້າງ ແລະ ປັບປຸງຂໍ້ມູນຂ່າວສານຕະຫຼາດແຮງງານໃຫ້ມີຄວາມທັນສະໄໝເທື່ອລະກ້າວໃຫ້ສາມາດນຳໃຊ້ເປັນເຄື່ອງມືໃນການດັດສົມຄວາມຕ້ອງການ ແລະ ຄວາມອາດສາມາດໃນການສະໜອງກຳລັງແຮງງານໃຫ້ແກ່ຕະຫຼາດແຮງງານພາຍໃນປະເທດໃນແຕ່ລະໄລຍະຢ່າງມີປະສິດທິພາບ.

ການຄຸ້ມຄອງ ແລະ ປົກປ້ອງສິດຜົນປະໂຫຍດແຮງງານ ໄດ້ໃຫ້ຄວາມສໍາຄັນ ແລະປະຕິບັດຕາມຫຼັກການ ຫຼືທຳມະນູນຂອງອົງການແຮງງານສາກົນ (ILO) ໂດຍສະ ເພາະແມ່ນຫຼັກການສາມຝ່າຍ ເຮັດໃຫ້ທຸກການພິຈາລະນາ ແລະ ການຕົກລົງກ່ຽວ ກັບບັນຫາແຮງງານຕ້ອງປະກອບມີອົງການ ຕາງໜ້າລັດຖະບານ ອົງການຜູ້ຕາງ ໜ້າຜູ້ອອກແຮງງານ ແລະອົງການຜູ້ຕາງໜ້າຜູ້ໃຊ້ແຮງງານເຂົ້າຮ່ວມຢ່າງເປັນລະບົບໄດ້ເຮັດໃຫ້ຜູ້ອອກແຮງງານ ແລະຜູ້ໃຊ້ແຮງງານຢູ່ ສປປ ລາວ ໄດ້ຮັບການປົກປ້ອງສິດ ແລະຜົນປະໂຫຍດຕາມກົດໝາຍເຮັດໃຫ້ປະສິດທິພາບຂອງແຮງງານນັບມື້ນັບເພີ່ມສູງຂື້ນ ຕະຫຼອດໄລຍະຜ່ານມາ ສປປ ລາວ ໄດ້ໃຫ້ຮ່ວມມື ແລະ ໄດ້ຮັບການສະໜັບສະໜູນທັງທາງດ້ານເຕັກນິກວິຊາການ ວັດຖຸອຸປະກອນ ແລະ ດ້ານງົບປະມານຈາກອົງການແຮງງານສາກົນໂດຍກົງ ແລະ ຜ່ານອົງການຈັດຕັ້ງສາກົນອື່ນໆ ການຮ່ວມມື ແລະຊ່ວຍເຫຼືອດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາວຽກງານແຮງງານລວມໄປເຖິງການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນຢ່າງດີ ແລະມີປະສິດທິພາບສູງ.

ການສະເຫຼີມສະຫຼອງວັນຄົບຮອບ 60 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອົງການແຮງງານສາກົນຄັ້ງນີ້ຈະກາຍເປັນຂີດໝາຍສໍາຄັນແຫ່ງການເພີ່ມທະວີຮ່ວມມືລະ ຫວ່າງ ສປປ ລາວ ແລະ ອົງການແຮງງານສາກົນໃນສະເພາະໜ້າ ແລະ ຍາວນານໃນສະນາຄົດ ສປປ ລາວ ແລະ ອົງການແຮງານສາກົນ ຈະສືບຕໍ່ເປັນຄູ່ຮ່ວມມືທີ່ດີ ແລະ ມີປະສິດທິພາບສູງຂຶ້ນ ໃນນາມຕາງໜ້າລັດຖະບານຂໍຢືນຢັນວ່າ ສປປ ລາວ ຈະເປັນປະເທດໜຶ່ງທີ່ຍາດໄດ້ຜົນສຳເລັດໃບການຈັດຕັ້ງປະຕິບັດມາດຕະຖານຂອງອົງການແຮງງານສາກົນໂດຍສະເພາະແມ່ນບັນດາມາດຕະຖານແຮງານສາກົນວາງອອກທີ່ ສປປ ລາວ ໄດ້ເຂົ້າເປັນພາຄີແລ້ວຈະສືບຕໍ່ຮ່ວມມືກັບອົງການສາມຝ່າຍ ເພື່ອຄົ້ນຄວ້າຄວາມເປັນໄປໄດ້ໃນການເຂົ້າເປັນພາຄີຂອງສົນທິສັນຍາສະບັບອື່ນໆຂອງອົງການທີ່ເຫັນວ່າມີຄວາມສອດສ່ອງ ແລະເປັນຜົນປະໂຫຍດໃຫ້ແກ່ປະເທດຊາດ ແລະຊາວຜູ້ແຮງງານລາວ.
.

ແຫລ່ງຂ່າວ ວຽງຈັນໃໝ່