LINE ອັບເດດໃໝ່ຍ້າຍບັນຊີໄປມືຖືໃໝ່ ໄດ້ງ່າຍກວ່າເກົ່າ

ເມື່ອເດືອນກຸມພາ ທີ່ຜ່ານ ມາ LINE ໄດ້ອັບເດດເວີຊັນ 9.2.0  ໂດຍແກ້ບັນຫາການຍ້າຍ ບັນຊີໄປມືຖືໃໝ່ທີ່ຜູ້ໃຊ້  LINE ຫຼາຍຄົນຕ້ອງປະສົບດ້ວຍການປັບປ່ຽນ ວິທີການລົງທະບຽນ ແລະຍ້າຍບັນ ຊີໃໝ່ເພື່ອໃຫ້ໝັ້ນໃຈໄດ້ວ່າຜູ້ໃຊ້ LINE ທຸກຄົນຈະສາມາດຍ້າຍບັນຊີໄປມືຖືໜ່ວຍໃໝ່ໄດ້ຢ່າງບໍ່ມີບັນ ຫາ.

ຫຼັງຈາກການອັບເດດຄັ້ງນີ້ຜູ້ໃຊ້ ທຸກຄົນທີ່ສະໝັກບັນຊີ LINE ໃໝ່ ຈະຖືກບັງຄັບໃຫ້ລົງທະບຽນລະຫັດຜ່ານດ້ວຍຈາກທີ່ກ່ອນໜ້ານີ້ໃຊ້ແຕ່ພຽງເບີໂທກໍສາມາດລົງທະບຽນໄດ້ແລ້ວພ້ອມສະແດງຂໍ້ຄວາມຢືນຢັນຫຼັງລົງທະບຽນວ່າຜູ້ໃຊ້ຈະ ສາມາດຍ້າຍບັນຊີໄປເຄື່ອງໃໝ່ໄດ້ຢ່າງບໍ່ມີບັນຫາສຳລັບວິທີການຍ້າຍບັນຊີໄປເຄື່ອງໃໝ່ນັ້ນຖ້າຫາກບັນ ຊີປັດຈຸບັນທີ່ໃຊ້ຢູ່ຍັງບໍ່ເຄີຍລົງທະບຽນອີເມລແລະລະຫັດຜ່ານຜູ້ໃຊ້ຈະຕ້ອງເຂົ້າໄປລົງທະບຽນໃຫ້ຮຽບຮ້ອຍກ່ອນໃນSettings> Account ຫຼັງຈາກນັ້ນເມື່ອຕ້ອງການ ຍ້າຍໄປເຄື່ອງໃໝ່ໃນກໍລະນີໃຊ້ເບີ ໂທເດີມກໍໃຫ້ເອົາຊິມໃສ່ເຄື່ອງໃໝ່ ເປີດແອບ LINE ແລ້ວປະກອບ ເອກະສານເບີໂທພ້ອມລະຫັດຢືນ ຢັນ ແລະລະຫັດຜ່ານກໍເປັນອັນ ຮຽບຮ້ອຍແຕ່ຖ້າເປັນການປ່ຽນເບີ ໂທໃໝ່ນັ້ນຫຼັງຈາກປະກອບເອກະ ສານເບີໃໝ່ ແລະລະຫັດຢືນຢັນແລ້ວ ໃຫ້ເລືອກໂອນຍ້າຍບັນຊີເຂົ້າສູ່ລະ ບົບດ້ວຍເບີເດີມຈາກນັ້ນເບີເດີມ ແລະລະຫັດຜ່ານກໍຈະສາມາດຍ້າຍ ບັນຊີເດີມມາໃຊ້ກັບເບີໃໝ່ໄດ້ທັນທີ ຫຼື ຫາກບໍ່ເຄີຍຕັ້ງລະຫັດຜ່ານມາກ່ອນບໍ່ວ່າຈະເປັນກໍລະນີໃຊ້ເບີເດີມຫຼື ປ່ຽນເບີໃຫ້ເປີດແອບ LINE ໃນ ມືຖືເຄື່ອງໃໝ່ແລ້ວກົດສົ່ງໝາຍ ເລກຢືນຢັນຈາກນັ້ນນຳໝາຍເລກຢືນຢັນທີ່ໄດ້ຈາກLINEໃນມືຖືເຄື່ອງເດີມມາໃສ່ໃນເຄື່ອງໃໝ່ແລະ ກຳນົດລະຫັດຜ່ານໃໝ່ກໍເປັນອັນ ຮຽບຮ້ອຍ.

ທັງນີ້ການໂອນຍ້າຍບັນຊີ  LINE ໄປເຄື່ອງໃໝ່ນັ້ນປະຫວັດການແຊັດຈະບໍ່ຖືກຍ້າຍໄປນຳເນື່ອງຈາກ LINE ບໍ່ມີການເກັບຂໍ້ມູນແຊັດໄວ້ບົນເຊີເວີຊຶ່ງຜູ້ໃຊ້ຈະຕ້ອງ  Back- Up ຂໍ້ມູນແຊັດຈາກເຄື່ອງເກົ່າກ່ອນ ຈະຍ້າຍໄປເຄື່ອງໃໝ່.

ນສພ ເສດຖະກິດສັງຄົມ