Xiaomi ສົ່ງອອກສະມາດໂຟນ Mi 9 ແລະMi 9SE ໄດ້ເຖິງ 15 ລ້ານໜ່ວຍ

Xiaomi ຜູ້ຜະລິດສະມາດ ໂຟນລາຍໃຫຍ່ຂອງ ສປ ຈີນກຳລັງເຕີບໂຕຢ່າງວ່ອງໄວໄດ້ສົ່ງອອກສະມາດໂຟນ Mi 9 ໄດ້ຫຼາຍກວ່າ 1 ລ້ານ ໜ່ວຍທົ່ວໂລກແລ້ວຫຼັງ ຈາກທີ່ເລີ່ມວາງຈຳໜ່າຍເມື່ອທ້າຍ ເດືອນກຸມພາ 2019 ທີ່ຜ່ານມາ.

ນັ້ນໝາຍຄວາມວ່າ XiaomiMi 9 ມີຍອດສົ່ງອອກເຖິງຫຼັກ 1 ລ້ານໜ່ວຍໃນເວລາພຽງແຕ່ປະມານເດືອນເທົ່ານັ້ນ ແລະຫາກລວມ ຍອດສົ່ງອອກຂອງ XiaomiMi 9 SE ແລະExplorer ຊຶ່ງເປັນເວີ ຊັນພິເສດເຂົ້າໄປຕື່ມອີກກໍຈະເຮັດ ໃຫ້ສະມາດໂຟນຊີຣີ  Mi 9 ມີຍອດ ສົ່ງອອກຫຼາຍກວ່າ 1,5 ລ້ານໜ່ວຍ ເລີຍແຕ່ເຖິງຢ່າງນັ້ນ Xiaomi 9 SE ກໍຍັງບໍ່ໄດ້ວາງຈຳໜ່າຍທົ່ວ ໂລກໃນຂະນະນີ້ເມື່ອປີ  2018 ຜ່ານ ມານັ້ນ Xiaomi ປະສົບຄວາມສຳເລັດດ້ວຍການຈຳໜ່າຍສະມາດ ໂຟນຊີຣີ Mi 9 (ລວມທັງເວີຊັນ SE ແລະExplorer ອີກດ້ວຍ)ໄດ້ເຖິງ 1 ລ້ານໜ່ວຍໃນໄລຍະ ເວລາພຽງແຕ່ 3  ອາທິດ  ແລະເຖິງ 6 ລ້ານໜ່ວຍໃນໄລຍະເວລາ 4 ເດືອນ  ພ້ອມທັງຍັງຈຳໜ່າຍ  Red  mi Note 7 ໄດ້ເຖິງ 1 ລ້ານໜ່ວຍໃນໄລຍະເວລາ 1 ເດືອນ.

Xiaomi  ກຳລັງຈະມີອາຍຸຄົບ9 ປີ  ໃນອີກບໍ່ດົນ ຊຶ່ງທາງບໍລິສັດ ຈະສະຫຼອງພ້ອມກັບປ່ອຍໂປຣໂມ ຊັນສຳລັບປະເທດຈີນ ແລະອິນເດຍຊຶ່ງເປັນຕະຫຼາດສະມາດໂຟນທີ່ໃຫຍ່ເປັນອັນດັບຕົ້ນໆຂອງໂລກ.

ນສພ ເສດຖກິດ-ສັງຄົມ