ເຊກອງ ເປີດຂະບວນປະຕິບັດແຜນພັດທະນາ ແລະແກ້ໄຂຄວາມທຸກຍາກບ້ານໃຫຍ່ນາວາ

ພິທີເປີດຂະບວນປະຕິບັດແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກ ແບບມີສ່ວນຮ່ວມຂອງປະຊາຊົນບ້ານໃຫຍ່ນາວາ ເມືອງລະມາມ ຈັດຂຶ້ນໃນວັນທີ 25 ທັນວາ 2024 ທີ່ໂຮງຮຽນປະຖົມບ້ານດັ່ງກ່າວ ໂດຍມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ຕຸລາວັນ ວົງໄຊ ເຈົ້າເມືອງລະມາມ, ບັນດາທ່ານການນໍາ-ອະດີດການນໍາ, ຫົວໜ້າ-ຮອງພະແນກ, ຫ້ອງການ-ອົງການທຽບເທົ່າ, ບໍລິສັດ, ລັດວິສາຫະກິດອ້ອມຂ້າງແຂວງ-ເມືອງ, ອົງການປົກຄອງບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.
ໃນພິທີ, ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍແຕ່ງຕັ້ງຄະນະຊີ້ນໍາ, ວິຊາການ ແລະ ກອງເລຂາ ປະຕິບັດແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກປະຊາຊົນ; ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍແບ່ງຄວາມຮັບຜິດຊອບໃຫ້ພະແນກການ, ອົງການທຽບເທົ່າຂັ້ນແຂວງ, ຂັ້ນເມືອງ, ບໍລິສັດ, ລັດວິສາຫະກິດ ແລະ ເອກະຊົນ ລົງຊຸກຍູ້ຊ່ວຍເຫລືອຄອບຄົວທຸກຍາກຢູ່ບ້ານໃຫຍ່ນາວາ; ຜ່ານແຜນດໍາເນີນງານ ຈັດຕັ້ງປະຕິບັດໂຄງການພັດທະນາ ແລະ ແກ້ໄຂຄວາມທຸກຍາກບ້ານໃຫຍ່ນາວາ ລວມມີ 8 ເປົ້າໝາຍ 4 ແຜນງານໃຫຍ່ 12 ໂຄງການ 83 ກິດຈະກໍາຍ່ອຍ.
ບ້ານໃຫຍ່ນາວາ ແມ່ນບ້ານໜຶ່ງຂອງເມືອງລະມາມ ມີເນື້ອທີ່ການປົກຄອງທັງໝົດ 10.991 ເຮັກຕາ, ປະກອບມີ 4 ຄຸ້ມ 157 ຫລັງຄາເຮືອນ 226 ຄອບຄົວ, ມີພົນລະເມືອງ 1.066 ຄົນ, ຍິງ 512 ຄົນ. ໃນໄລຍະຜ່ານມາ, ພັກ-ລັດຖະບານ ກໍຄືຄະນະພັກ, ອົງການປົກຄອງແຂວງ ໄດ້ສຸມທຶນຮອນຫລາຍສິບຕື້ກີບ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ ເສັ້ນທາງ, ຊົນລະປະທານ, ໂຮງຮຽນ, ລະບົບໄຟຟ້າ, ນໍ້າປະປາ ແລະ ອື່ນໆໃຫ້ປະຊາຊົນໄດ້ຊົມໃຊ້ພັດທະນາເສດຖະກິດຄອບຄົວ. ແຕ່ເຫັນວ່າ ການພັດທະນາຍັງມີລັກສະນະຊັກຊ້າ ຊຶ່ງຜ່ານການເກັບຂໍ້ມູນຕົວຈິງ ພາຍໃນບ້ານມີຄອບຄົວທຸກຍາກ ກວມເຖິງ 94,25% ຂອງຄອບຄົວທັງໝົດ.
ທ່ານ ເຫລັກໄຫລ ສີວິໄລ ມີຄໍາເຫັນວ່າ: ການເປີດຂະບວນການຄັ້ງນີ້, ຖືວ່າເປັນນິມິດໝາຍສໍາຄັນ ໃນການຜັນຂະຫຍາຍແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ສູ່ຊີວິດຕົວຈິງຂອງປະຊາຊົນ. ທັງນີ້, ກໍເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ, ປຸກລະດົມການມີສ່ວນຮ່ວມ ຂອງປະຊາຊົນໃນການພັດທະນາໃຫ້ມີຄວາມຍືນຍົງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງດ້ານຈິນຕະນາການ, ແນວຄິດຮັກສາຄອງເດີມ, ຂີ້ຄ້ານມັກງ່າຍ ແລະ ແບບແຜນການດໍາລົງຊີວິດແບບເກົ່າຫລ້າຫລັງ ໄປສູ່ການດຳລົງຊີວິດແບບໃໝ່ສີວິໄລ, ປັບປຸງການຈັດຕັ້ງໃນລະບົບການເມືອງ, ຍົກສູງຄວາມສາມາດນໍາພາຂອງຄະນະພັກ-ອົງການປົກຄອງ, ກໍາລັງ ປກຊ-ປກສ ບ້ານໃຫ້ເຂັ້ມແຂງ, ສ້າງວຽກເຮັດງານທໍາ ແລະ ລາຍໄດ້ທີ່ໝັ້ນຄົງໃຫ້ປະຊາຊົນ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເພື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ພ້ອມນີ້, ທ່ານເຈົ້າແຂວງ ໄດ້ຮຽກຮ້ອງມາຍັງບັນດາຂະແໜງການ, ອົງການປົກຄອງບ້ານ ກໍຄືພໍ່ແມ່ປະຊາຊົນ ຈົ່ງພ້ອມກັນເປັນເຈົ້າການເຂົ້າຮ່ວມທຸກຂະບວນການ ເພື່ອປະຕິບັດແຜນພັດທະນາ ແລະ ແກ້ໄຂຄວາມທຸກຍາກບ້ານໃຫຍ່ນາວາ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ສັນຍາ