ໃບໝາກຍົມ ສາມາດປິ່ນປົວ ໝາກສຸກໝາກໃສໄດ້

ຕຸ່ມໝາກສຸກໝາກໃສ  ເປັນພະຍາດທີ່ສາ ມາດຕິດຕໍ່ກັນໄດ້ງ່າຍໆພົບວ່າປະມານ 90% ຂອງຄົນທີ່ຍັງບໍ່ເຄີຍເປັນໝາກສຸກໝາກໃສເປັນພະຍາດນີ້ຫຼັງຈາກການໄດ້ຮັບເຊື້ອຈາກຄົນອື່ນ ໂດຍຈະເລີ່ມຕົ້ນດ້ວຍການຂຶ້ນຕຸ່ມໃນໄລຍະລະຫວ່າງ 7-12 ວັນ ຫຼັງສຳພັດເຊື້ອ, ຊຶ່ງເມື່ອມີຄົນໜຶ່ງໃນເຮືອນເປັນພະຍາດນີ້ແລ້ວກໍ່ຈະພົບວ່າພີ່ນ້ອງໃນເຮືອນຈະເລີ່ມມີອາການຕິດເຊື້ອນີ້ໃນໄລຍະປະມານ 2 ອາທິດຕໍ່ມາ.

ໃບໝາກຍົມຮັກສາພະຍາດໝາກສຸກໝາກໃສ ໄດ້ພຽງແຕ່ນຳເອົາໃບໝາກຍົມລະດັບກາງ (ບໍ່ແກ່ ເກີນໄປ ແລະບໍ່ອ່ອນເກີນໄປ) ມາປະມານ 2-3 ກຳມືຫຼັງຈາກນັ້ນນຳມາຕົ້ມກັບນ້ຳໃຫ້ຟົດ 20 ນາທີແລ້ວກໍ່ປົງໝໍ້ລົງປະສົມກັບນ້ຳເຢັນເພື່ອເຮັດໃຫ້ນ້ຳອຸ່ນໆຈາກນັ້ນກໍ່ນຳມາອາບວັນລະ 3 ຄັ້ງ, ເຊົ້າ- ສວຍ-ແລງ ຫຼັງອາບນ້ຳແລ້ວອາການກໍ່ຈະຄ່ອຍໆ ດີຂຶ້ນ.

ຮຽບຮຽງໂດຍ: ຟ້າ