ສາລະວັນ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ

ແຂວງສາລະວັນໄດ້ຈັດພິທີປະກາດເປັນແຂວງຈົບການສຶກສາ ຊັ້ນມັດທະຍົມຕອນຕົ້ນບໍາລຸງສຳ ລັບປະຊາຊົນຢ່າງເປັນທາງການ ແລະເປັນແຂວງທີ 7ຂອງທົ່ວປະ ເທດໃນວັນທີ 26 ເມສາ ຜ່ານມາ ທີ່ສະໂມສອນຂອງແຂວງໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະ ມົນຕີກະຊວງສຶກສາທິການ ແລະກີລາ, ມີທ່ານ ສີສຸວັນ ວົງຈອມສີ  ເຈົ້າແຂວງສາລະວັນ, ບັນດາຄະນະປະຈຳພັກແຂວງ, ຮອງເຈົ້າ ແຂວງສະຫວັນນະເຂດ, ຈຳປາສັກ, ເຊກອງ, ອັດຕະປື, ອະດີດການນຳ,ຂະແໜງການທີ່ກ່ຽວຂ້ອງຂັ້ນສູນ ກາງ, ແຂວງ, ເມືອງ, ພະນັກງານ ລັດຖະກອນ, ທະຫານ-ຕຳຫຼວດ, ນັກຮຽນຮູ້ປັນຍາຊົນ ແລະພໍ່ແມ່ ປະຊາຊົນອ້ອມຂ້າງເທດສະບານ ເມືອງເຂົ້າຮ່ວມ.

ທ່ານ ສຸນີນາມມະບົວລີຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງໄດ້ກ່າວລາຍງານກ່ຽວກັບຜົນສຳເລັດການບຳລຸງຍົກລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ, ຊຶ່ງໄດ້ປະຕິບັດ ການຮຽນການສອນລຶບລ້າງຄວາມບໍ່ຮູ້ໜັງສື ແລະບໍາລຸງວັດທະນະ ທໍາຢ່າງເປັນລະບົບຕໍ່ເນື່ອງ ໂດຍ ໄດ້ຈັດຕັ້ງຜັນຂະຫຍາຍແຜນປະຕິ ບັດງານແຫ່ງຊາດການສຶກສາເພື່ອ ທຸກຄົນ,ບໍາລຸງຍົກລະດັບການສຶກ ສາຊັ້ນປະຖົມທີ່ສອດຄ່ອງໂດຍການຈັດການຮຽນການສອນເໜາະສົມກັບສະພາບຕົວຈິງ ແລະວິທີການດໍາລົງຊີວິດຂອງປະຊາຊົນ ບັນດາເຜົ່າຊຶ່ງເອົາການຮຽນການ ສອນຄວບຄູ່ກັບການຝຶກອົບຮົມວິ ຊາຊີບຂັ້ນພື້ນຖານ ແລະການຍົກລະດັບຄຸນນະພາບຊີວິດຂອງຜູ້ ຮຽນໃຫ້ດີຂຶ້ນເຮັດໃຫ້ສາມາດປະ ກາດແຂວງສາລະວັນເປັນແຂວງຈົບຊັ້ນປະຖົມບຳລຸງໃນປີ 2014 ແລະເປັນແຂວງທີ 11 ແລະໄດ້ສືບ ຕໍ່ການບຳລຸງຍົກລະດັບການສຶກ ສາຊັ້ນມັດທະຍົມຕອນຕົ້ນໃຫ້ກຸ່ມ ເປົ້າໜາຍຊາວໜຸ່ມຜູ້ໃຫຍ່, ຜູ້ດອຍ ໂອກາດ, ພາດໂອກາດຮຽນຕໍ່ໃນ ສາຍສາມັນ, ນັບແຕ່ປີ 2015-2018 ສາມາດປະກາດເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງໄດ້ 8 ຕົວເມືອງທົ່ວແຂວງ, ມີຜູ້ຮຽນ ຈົບມັດທະຍົມຕອນຕົ້ນທັງໜົດ 13.614 ຄົນ, ຍິງ 6.098 ຄົນ.

ສຳລັບທິດທາງແຜນພັດທະນາ ຮອດປີ 2020 ແມ່ນການສຶກສາ ຕ້ອງດຳເນີນໄປຢ່າງເປັນລະບົບຕໍ່່ ເນື່ອງໃນທຸກຊັ້ນທຸກສາຍ, ຖືເອົາເປັນບັນຫາຕົ້ນຕໍ  ແລະເປັນໃຈກາງ ຂອງການພັດທະນາຊັບພະຍາກອນມະນຸດ, ປັບປຸງວິທີການຮຽນການສອນ, ສູ້ຊົນຜັນຂະຫຍາຍເນື້ອໃນຄາດໜາຍ 4 ບຸກທະລຸຂອງຂະ ແໜງການສຶກສາ-ກີລາ, ສືບຕໍ່ປັບ ປຸງບັນຫາຂາດເຂີນຄູເຫຼືອບໍ່ພໍ ໂດຍ ສະເພາະເຂດຫ່າງໄກສອກຫຼີກ, ເພີ່ມທະວີການລົງທຶນຂອງລັດເຂົ້າ ໃສ່ວຽກງານການສຶກ,  ພ້ອມທັງປຸກລະດົມການສຶກສາເປັນຂອງທົ່ວສັງຄົມແນໃສ່ປັບປຸງໃຫ້ມີຄຸນນະພາບ ແລະມີບາດກ້າວຂຶ້ນເປັນລຳດັບ.

ສ່ວນຂະບວນການຈັດຕັ້ງການ ຮຽນການສອນແມ່ນມີຫຼາຍອັນທີ່ ພົ້ນເດັ່ນມີບຸກຄົນ ແລະກົມກອງດີ ເດັ່ນທີ່ໄດ້ຮັບການຍ້ອງຍໍນັບແຕ່ຂັ້ນເມືອງຮອດຂັ້ນຫຼຽນໄຊແຮງງານຊັ້ນ I ມີທັງໜົດ 317 ກົມກອງ, ບຸກຄົນ 1.617 ຄົນ. ໃນນັ້ນ, ຍ້ອງຍໍຂັ້ນເມືອງ 86 ກົມກອງ, ບຸກຄົນ 362 ຄົນ, ຂັ້ນພະແນກສຶກສາທິ ການ ແລະກີລາ 71 ກົມກອງ, ບຸກຄົນ 119 ຄົນ, ຂັ້ນແຂວງ 41 ກົມກອງ, ບຸກຄົນ 284 ຄົນ, ຂັ້ນກະຊວງສຶກສາທິການ ແລະກີລາ 26 ກົມກອງ, ບຸກຄົນ 119 ຄົນ, ຂັ້ນ ລັດຖະບານ 37  ກົມກອງ, ບຸກຄົນ, 127 ຄົນ, ຫຼຽນກາແຮງງານ 36 ກົມກອງ, ບຸກຄົນ 89 ຄົນ, ຫຼຽນໄຊແຮງງານຊັ້ນ III ມີ 11 ກົມກອງ, ບຸກຄົນ 53 ຄົນ, ຫຼຽນໄຊແຮງ ງານຊັ້ນ II ມີ 7 ກົມກອງ, ບຸກຄົນ 41 ຄົນ, ຫຼຽນໄຊແຮງງານຊັ້ນມີ 2 ກົມກອງ ແລະ9 ບຸກຄົນ.

ຈາກນັ້ນ,ໃນພິທີໄດ້ມອບໃບຍັ້ງ ຢືນການຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງໃຫ້ແຂວງສາລະວັນຢ່າງເປັນທາງການພ້ອມທັງມອບໃບຍ້ອງຍໍໃຫ້ກົມກອງບຸກຄົນທີ່ມີຜົນງານໃນການເຄື່ອນໄຫວການຮຽນ ການສອນຕອນທ້າຍຂອງພິທິໄດ້ມີການຕັດແຖບຜ້າ ແລະລັ່ນຄອງ ເພື່ອເປັນສັກຂີພິຍານໃນການປະ ກາດເປັນແຂວງຈົບມັດທະຍົມຕອນ ຕົ້ນບໍາລຸງຢ່າງເປັນທາງການ.

ໂດຍ: ກິນດາວັນ