3 ເດືອນໄຊຍະຂຶ້ນທະບຽນວິສາຫະກິດໄດ້ 53 ທະບຽນ, ມີທຶນຈົດທະບຽນ 57,3 ຕື້ກິີບ

  ຕາມການໃຫ້ຂໍ້ມູນຈາກພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊຍະບູລີ, ໃຫ້ຮູ້ວ່າໃນງວດ I, 3 ເດືອນຕົ້ນປີ 2019 ແຂວງໄຊຍະບູລີສາມາດຂຶ້ນທະ ບຽນວິສາຫະກິດໄດ້ 53 ທະບຽນ, ມີທຶນຈົດທະບຽນທັງໝົດ 57, 3 ຕື້ກີບ, ໃນນັ້ນມີຂະແໜງອຸດສາຫະກໍາ 10 ທະ ບຽນ ມີທຶນ 9 ,3 ຕື້ກີບ, ຂະແໜງ ການຄ້າ 26 ທະບຽນມີທຶນ 32,2 ຕື້ກີບ, ຂະແໜງບໍລິຫານ 15 ທະບຽນມີທຶນ 4,3 ຕື້ກີບ ແລະ ຂະແໜງກະສິກຳ 2 ທະບຽນມີທຶນ 11,3 ຕື້ກີບ, ໂດຍລວມແລ້ວປະຈຸບັນທົ່ວແຂວງໄຊຍະບູລີມີຫົວໜ່ວຍທຸລະກິດທັງໝົດ 9,4 ພັນຫົວໜ່ວຍ, ມີທຶນທັງໝົດ 3,4 ຕື້ ກີບ, ໃນນີ້ຂະແໜງອຸດສາຫະກຳການຄ້າ 750 ທະບຽນ, ມີທຶນ 531 ຕື້ກວ່າກີບ, ຂະແໜງການຄ້າ 4,6 ພັນທະບຽນມີທຶນ 1,08 ພັນຕື້ກີບ, ຂະແໜງບໍລິຫານ 3,7 ພັນທະບຽນມີທຶນ 1,3 ພັນຕື້ກີບ, ຂະແໜງກະສິກຳ 342 ທະບຽນມີທຶນ 418 ຕື້ກວ່າກີບ.

  ພ້ອມນີ້ຍັງໄດ້ອອກເອກະສານອະນຸຍາດສ້າງຕັ້ງ ແລະດຳເນີນກິດຈະການຕ່າງໆໄດ້ 25 ແຫ່ງ, ໃນນີ້ໄດ້ອະນຸຍາດສຶບຕໍ່ 15 ແຫ່ງ, ອອກໃໝ່ 10 ແຫ່ງເຊັ່ນ: ໂຮງງານນ້ຳດື່ມ 1 ແຫ່ງ, ໂຮງງານປຸງແຕ່ງເມັດຢາງສັງເຄາະ 1 ແຫ່ງ, ໂຮງງານປຸງແຕ່ງຊາບູຮານ 1 ແຫ່ງ, ໂຮງງານໄມ້ ແລະ ປັບປຸງຄຸນນະພາບຂີ້ ເຖົ່າລອຍ 1 ແຫ່ງ, ໂຮງງານອິດບ໊ອກ 1 ແຫ່ງ, ໂຮງງານຕັດຫຍິບ 3 ແຫ່ງ, ໃນ 3 ເດືອນປີຕົ້ນປີມູນຄ່າການຜະລິດດ້ານອຸດສາຫະກຳ-ຫັດຖະກໍາປະຕິບັດໄດ້ 39,24 ຕຶ້ກີບ ແລະ ມູນຄ່າການຈໍາໜ່າຍຜະລິດຕະພັນດ້ານອຸດສາຫະກຳ-ຫັດຖະກຳ ບັນລຸໄດ້ 50,19 ຕຶ້ກີບ.

  ດ້ານການສົ່ງອອກ ແລະນຳເຂົ້າສິນຄ້າ 3 ເດືອນຜ່ານມາສາມາດສົ່ງອອກສິນຄ້າໄປຕ່າງປະເທດໄດ້ 15 ລ້ານກວ່າໂດລາ, ທຽບໃສ່ແຜນການປີປະຕິບັດໄດ້ 48,30% ທຽບໃສ່ຊ່ວງໄລຍະດຽວກັນຂອງປີຜ່ານມາແມ່ນຫຼຸດ 50%, ສິນຄ້າທີ່ສົ່ງອອກສ່ວນຫຼາຍຈະເປັນຜະລິດຕະພັນກະສິກຳ, ເຄື່ອງປ່າຂອງດົງ, ຂີ້ເຖົ່າລອຍ, ປຸຍຊີວະພາບ, ເຫຼັກເສດ ແລະ ເສດເຈ້ຍ, ຂະນະທີ່ສິນຄ້ານຳເຂົ້າມີມູນຄ່າທັງໝົດ 5 ລ້ານກວ່າໂດລາທຽບໃສ່ແຜນການປີປະຕິບັດໄດ້ 28,39% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 88,77%, ສ່ວນຫຼາຍສິນຄ້ານຳເຂົ້າແມ່ນສະບຽງອາຫານ ແລະເຄື່ອງດື່ມ, ອຸປະກອນກໍ່ສ້າງ ແລະເຄື່ອງໄຟຟ້າ, ພາຫະນະ ແລະອາໄຫຼ່, ແນວພັນຮັບໃຊ້ການ ຜະລິດ, ເຄື່ອງປັບປຸງໂຮງງານ, ອົກຊີແຊນສຳເລັດຮູບ, ສ່ວນການນຳເຂົ້າໂຄງການກໍ່ສ້າງພື້ນຖານໂຄງລາງຂອງແຂວງມີມູນຄ່າ ທັງໝົດ 16 ລ້ານກວ່າໂດລາ, ສ່ວນໃຫຍ່ແມ່ນອຸປະກອນກໍ່ສ້າງ ແລະເຄື່ອງໃຊ້ໄຟຟ້າສານເຄມີ, ນ້ຳ ມັນເຊື້ອໄຟ, ໃນ 3 ເດືອນງວດ II ສົກປີ 2019 ຕ້ອງສ້າງສິ່ງອຳນວຍຄວາມສະດວກໃຫ້ຜູ້ປະກອນການສົ່ງອອກສິນຄ້າໄປຕ່າງປະເທດ ໃຫ້ໄດ້ 10 ລ້ານກວ່າໂດລາ ແລະຄາດການນຳເຂົ້າສິນຄ້າໃຫ້ໄດ້ 5 ລ້ານກວ່າໂດລາ.

 ໂດຍ: ບຸນທີ