ເມືອງຊະນະສົມບູນ​ ຈັດເກັບລາຍຮັບງົບປະມານໄດ້ລື່ນແຜນການ

ໄລຍະ​ 5 ປີ​ (2020 -​2024), ເມືອງຊະນະສົມບູນ​ ແຂວງຈໍາປາສັກ​ ໄດ້ເອົາໃຈໃສ່ການຈັດຕັ້ງປະຕິບັດຈັດເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍງົບປະມານ ໂດຍຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ,​ວາລະຂອງແຂວງ ແລະວາລະຂອງເມືອງ ວ່າດ້ວຍແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ - ການເງິນ ”, ສາມາດຈັດເກັບລາຍຮັບງົບປະມານໄດ້ລື່ນແຜນການ.​

ທ່ານ​ ໂພເງິນ ປາລິຍະສິດ ຫົວໜ້າຫ້ອງການ​ ການເງິນເມືອງຊະນະສົມບູນ​ ເມື່ອບໍ່ດົນຜ່ານມານີ້ ວ່າ: ສະພາບລວມການປະຕິບັດແຜນງົບປະມານ,​ ການປະຕິບັດແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ​ VII​I ໄດ້ຄຽງຄຸ່ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ​ - ການເງິນ, ຕິດພັນກັບການຜັນຂະຫຍາຍດໍາລັດ​ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ໂດຍສຸມໃສ່ຈັດເກັບລາຍຮັບ - ຄຸ້ມຄອງລາຍຈ່າຍງົບປະມານ,​ ສ້າງຄວາມເຂັ້ມແຂງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ສົ່ງເສີມການປະຢັດ ແລະ ຕ້ານການຟຸມເຟືອຍຂອງລາຍຈ່າຍງົບປະມານແຫ່ງລັດ ເປັນພື້ນຖານໃນການເຄື່ອນໄຫວວຽກງານຕ່າງໆຂອງຂະແໜງການເງິນ ໂດຍກໍານົດຄາດໝາຍສູ້ຊົນ, ແຜນວຽກຈຸດສຸມ ເປັນອັນລະອຽດ ຄຽງຄູ່ກັບການນຳໃຊ້ມາດຕະການເຂົ້າໃສ່ວຽກງານຕົວຈິງ ຢ່າງເໝາະສົມ ແລະ​ ທັນການ.​

ຫົວໜ້າຫ້ອງການ​ ການເງິນເມືອງຊະນະສົມບູນ ກ່າວຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດລາຍຮັບເຂົ້າງົບປະມານ​ ໃນ​ 5 ປີ (20​20​-2024),​ ແຜນການຈັດເກັບລາຍຮັບງົບປະມານທັງໝົດ 60​.55 ຕື້ກວ່າກີບ, ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ 69​.12 ຕື້ກວ່າກີບ,ໃນນັ້ນຮັບດຸ່ນດ່ຽງຈາກແຂວງ 32​.81 ຕື້ກວ່າກີບ, ເມືອງສາມາດຈັດຕັ້ງປະຕິບັດໄດ້ 36.30 ຕື້ກວ່າກີບ, ທຽບໃສ່ແຜນລື່ນ 114.14%; ການປະຕິບັດລາຍຈ່າຍງົບປະມານ,​ ສາມາດຈັດຕັ້ງປະບັດໄດ້ 100% ເປັນຕົ້ນແມ່ນລາຍຈ່າຍເງິນ ເດືອນ,​ ສາມາດເບີກຈ່າຍຮອດເດືອນ 12/2024.​ ທັງນີ້, ກໍຍ້ອນຄະນະພັກ, ອົງການປົກເມືອງທຸກຂັ້ນ​ ໄດ້ເພີ່ມທະວີຄວາມຮັບຜິດຊອບໃນການນໍາພາ​ - ຊີ້ນໍາຢ່າງໃກ້ຊິດ ຕໍ່ກັບວຽກງານການເງິນ, ເປັນເຈົ້າການກະຕຸກຊຸກຍູ້ຄະນະພັກ-​ອົງການປົກຄອງຂັ້ນບ້ານ​ ຈັດເກັບລາຍຮັບ ແລະ​ ມອບເຂົ້າງົບປະມານຕາມຖານຂໍ້ມູນທີ່ບົ່ມຊ້ອນຢູ່ໃນຂອບເຂດຄວາມຮັບຜິດຊອບໄດ້ດີ; ຍ້ອນມີລະບຽບກົດໝາຍ ແລະ ນິຕິກໍາຂອງພັກ - ລັດເປັນບ່ອນອິງທີ່ເປັນພື້ນຖານໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ; ຍ້ອນຫ້ອງການການເງິນໄດ້ຮັບການນຳພາ - ຊີ້ນໍາຈາກຄະນະພັກຂັ້ນເທິງ, ອົງຄະນະພັກເມືອງຢ່າງເປັນປະຈຳ​ໂດຍຖືເອົາວຽກງານຈັດເກັບລາຍຮັບເຂົ້າງົບປະມານ​ ເປັນບູລິມະສິດອັນດັບໜຶ່ງ; ຄະນະພັກ,​ອົງການປົກຄອງບ້ານ, ນາຍບ້ານໄດ້ມີສ່ວນຮ່ວມໃນການຊຸກຍູ້ຈັດເກັບລາຍຮັບເຂົ້າງົບປະມານ; ການນໍາເມືອງຜູ້ຊີ້ນໍາເສດຖະກິດ, ການນໍາພະແນກສາຍຕັ້ງ​ ໄດ້ອອກຂໍ້ຕົກລົງ, ນິຕິກຳຕ່າງໆ ໃນການແຕ່ງຕັ້ງຄະນະກຳມະການຊຸກຍູ້ກວດກາການຈັດຕັ້ງປະຕິບັດການຈັດເກັນລາຍຮັບເຂົ້າງົບປະມານ. ນອກນີ້,​ ແຂວງ​ຍັງໄດ້ສົ່ງພະນັກງານວິຊາການມາຊ່ວຍຊຸກຍູ້ໃນການຈັດເກັບລາຍຮັບເປັນປະຈຳ ແລະຕໍ່ເນື່ອງ;ບັນດາຫ້ອງການອ້ອມຂ້າງເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ, ນາຍບ້ານ, ການເງິນຂັ້ນບ້ານ, ຄະນະໜ່ວຍພັກ, ສະມາຊິກພັກ - ພະນັກງານ - ລັດຖະກອນພາຍໃນຄະແໜງການການເງິນ ໄດ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ທັງໃຫ້ການຮ່ວມມືປະສານສົມທົບກັນເປັນຢ່າງດີ ໃນການກະຕຸກຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານ ບວກໃສ່ກັບບັນດາຜູ້ປະກອບການ,​ ຫົວໜ່ວຍທຸລະກິດຈຳນວນຫຼວງຫຼາຍ​ ເຫັນໄດ້ຄວາມສຳຄັນຕໍ່ສິດ ແລະ ພັນທະໃນການປະກອບສ່ວນປະຕິບັດເສຍພັນທະເຂົ້າງົບປະມານ ແລະ ມີຄວາມຕື່ນຕົວສູງ, ມີຄວາມຈິງໃຈມອບພັນທະໃຫ້ທັນຕາມກໍານົດເວລາ ເຮັດໃຫ້ມີຫຼາຍຫ້ອງການ ແລະ ຫຼາຍບ້ານສາມາດຈັດເກັບລາຍຮັບໄດ້ຕາມແຜນການ ແລະ ລື່ນແຜນການຕິດຕໍ່ກັນມາຫຼາຍປີ. ຜ່ານມາຫ້ອງການ​ ການເງິນເມືອງ ມີຂໍ້ກຳນົດ, ກົດລະບຽບ ແລະ ນິຕິກຳຕ່າງໆ ເພື່ອເປັນບ່ອນອີງ, ເປັນເຄື່ອງມືໃນການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານ.​ ມາຮອດປະຈຸບັນຂະແໜງການເງິນເມືອງຊະນະສົມບູນ​ ໄດ້ປັບປຸງແບບແຜນ,​ ວິທີການເຄື່ອນໄຫວຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານຂອງຂະແໜງສ່ວຍສາອາກອນ ດ້ວຍລະບົບໄອທີທັນສະໄໝ​ ເຊັ່ນ: ການແຈ້ງເສຍພັນທະອາກອນ ແລະ​ ການຊຳລະຄ່າພັນທະອາກອນທີ່ດິນ (ພາສີທີ່ດິນ) ຜ່ານລະບົບ (TAXRIS) ລວມທັງການເສຍຄ່າທຳນຽມທາງ, ຜ່ານລະບົບທະນະຄານ ເຊີ່ງຜູ້ປະກອບການ ແລະ ຜູ້ມອບພັນທະສາມາດເຂົ້າແຈ້ງຢູ່ທະນະຄານດ້ວຍຕົນເອງ ຫຼື ແຈ້ງເສຍພັນທະຕ່າງໆຜ່ານຊ່ອງທາງອື່ນໆຂອງທະນາຄານ ໄດ້ຕະຫຼອດ 24 ຊົ່ວໂມງ.​ ພ້ອມກັນນັ້ນ​ ກໍ ໄດ້ສຳເລັດການຫັນເອົາວຽກຄັງເງິນແຫ່ງຊາດປະຈຳເມືອງຈາກການຖືລະບົບບັນຊີແບບເກົ່າ​ ຫັນມາໃຊ້ລະບົບບັນຊີທີ່ທັນສະໄໝ (GFIS) ເຊິ່ງສາມາດເຊື່ອມຕໍ່ກັບລະບົບຄັງເງິນແຫ່ງຊາດ​ ປະຈຳ​ແຂວງ,​ ກົມຄັງເງິນສູນກາງ​ ລວມການເຊື່ອມຕໍ່ກັບລະບົບ TAXRIS ຂອງສ່ວຍສາອາກອນ ແລະ​ ບັນດາທະນາຄານທີ່ມີເງິນຝາກ ເຮັດໃຫ້ມີຄວາມສະດວກ, ວ່ອງໄວຂຶ້ນໃນການສະຫຼຸບຕົວເລກດ້ານລາຍຮັບ - ລາຍຈ່າຍ ແລະ ໄດ້ສົ່ງພະນັກງານວິຊາການໄປຍົກລະດັບຝຶກອົບຮົມວິຊາສະເພາະ​ ຈຳນວນ 5 ທ່ານ, ຍິງ 2 ທ່ານ.

ທ່ານ​ ໂພເງິນ ປາລິຍະສິດ​ ກ່າວຕອນທ້າຍອີກວ່າ: ເຖິງແມ່ນວ່າຈະມີດ້ານດີ ແລະ ຂໍ້ສະດວກຫຼາຍອັນ ແຕ່ການຈັດເກັບລາຍຮັບເຂົ້າງົບປະມານຂອງເມືອງຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງທີ່ຕ້ອງແກ້ໄຂໃນຕໍ່ໜ້າ​ ຕົ້ນຕໍແມ່ນຂອດການປະສານງານກັບພາກສ່ວນທີ່ກ່ຽວຂ້ອງຍັງມີລັກຊະນະຊັກຊ້າ​ ເຮັດໃຫ້ການຈັດເກັບລາຍຮັບບໍ່ໄດ້ຕາມກຳນົດເວລາ, ການມອບພັນທະບໍ່ຖືກຕ້ອງຕາມເວລາທີ່ກໍານົດໄວ້; ການຈັດເກັບລາຍຮັບມີບາງພາກສ່ວນທີ່ກ່ຽວຂ້ອງບໍ່ປະຕິບັດຕາມລະບຽບຂອງການເງິນ, ເຮັດໃຫ້ການຈັດເກັບລາຍຮັບບາງຂະແໜງການບໍ່ສໍາເລັດຕາມກຳນົດເວລາ; ຍັງມີຜູ້ປະກອບການ,​ຫົວໜ່ວຍທຸລະກິດ​ຈຳນວນໜຶ່ງຍັງບໍ່ເຂົ້າໃຈ​ ຕໍ່ສິດ​ ແລະ​ ພັນທະຂອງຕົນບໍ່ມີຄວາມຈິງໃຈໃນການແຈ້ງເສຍ ແລະ ມອບພັນທະອາກອນຕາມລະບຽບ,​ ກົດໝາຍກຳນົດໄວ້ ຫຼື​ມອບກໍບໍ່ໝົດ,​ ເຊື່ອງອຳຂໍ້ມູນແກ່ຍາວເວລາໃນການມອບພັນທະອາກອນເຂົ້າງົບປະມານ; ການແບ່ງຂັ້ນຄຸ້ມຄອງຫົວໜ່ວຍທຸລະກິດ ລະຫ່ວາງ ແຂວງກັບເມືອງຍັງບໍ່ທັນມີຄວາມເປັນເອກະພາບກັນ,​ ຍັງມີຫຼາຍຫ້ອງການອ້ອມຂ້າງເມືອງ​ທີ່ມີລາຍຮັບວິຊາການບໍ່ທັນໄດ້ຮັບການແບ່ງຄຸ້ມຄອງລະອຽດຊັດເຈນຖານຂໍ້ມູນການຈັດເກັບລາຍຮັບຈຳນວນໜຶ່ງຖືກຫຼຸດລົງ,​ຫົວໜ່ວຍທຸລະກິດທີ່ເຄີຍມອບພັນທະອາກອນແບບມອບເໝົາຢູ່ເມືອງເມື່ອທຸລະກິດມີການຂະຫຍາຍຕົວໃຫ້ຫັນໄປຖືລະບົບບັນຊີແລ້ວ​ແຕ່​ໄປມອບຢູ່​ຂັ້ນແຂວງ,​ຫົວໜ່ວຍທຸລະກິດຕ່າງແຂວງ ແລະບັນຫາອື່ນໆ​ ເຊິ່ງເປັນສາເຫດເຮັດໃຫ້ຖານຂໍ້ມູນລາຍຮັບຫຼຸດລົງ ແລະເກັບບໍ່ໄດ້ຕາມແຜນການ.​ ສຳລັບທິດທາງແຜນການ 5 ປີຕໍ່ໜ້າ​ ແຕ່ປີ 2025 -​ 2029, ແຜນການຈັດເກັບລາຍຮັບເຂົ້າງົບປະມານໃນ 5 ປີ ຕໍ່ໜ້າມີຈຳນວນທັງໝົດ​ 67 ຕື້​ 46​ ລ້ານກວ່າກີບ ເປັນຕົວເລກທີ່ຈະຕ້ອງສູ້ຊົນນໍາກັນໃນ 5 ປີຕໍ່ໜ້າ.
ຂ່າວ​-ພາບ​: ທູນທອງໃຈ​