ດາກຈຶງຈັດງານແຂ່ງຂັນເຮືອແພ ພື້ນເມືອງປະຈຳປີ

ງານບຸນຊ່ວງເຮືອແພພື້ນ ເມືອງປະຈຳປີ 2019 ໄດ້ຈັດຂຶ້ນ ໃນວັນທີ 27-28 ເມສາ ຜ່ານມານີ້ທີ່ອ່າງນໍ້າຫ້ວຍປິງເມືອງດາກຈຶງ ແຂວງເຊກອງ ໂດຍການເປັນ ປະທານຂອງທ່ານໄລສວນ ມິດສຸວັນເຈົ້າເມືອງໆດາກຈຶງໃຫ້ກຽດເຂົ້າຮ່ວມມີທ່ານ ພົຈ ສົມທອງດອນກັນນ້ອຍຫົວໜ້າການເມືອງກອງບັນຊາການທະຫານແຂວງເຊກອງ, ມີຄະນະພະແນກການອ້ອມຂ້າງແຂວງ, ເຈົ້າເມືອງລະມາມ, ທ່າແຕງ, ກະລືມ ແລະເມືອງຈຳ ປາສັກ, ແຂກທັງພາຍໃນ ແລະຕ່າງ ປະເທດ, ຄະນະເຮືອແພ, ເຮືອກາບພ້ອມດ້ວຍມວນຊົນຊາວເມືອງດາກຈຶງ ເຂົ້າຮ່ວມ.

ທ່ານ ໜູເພັດ ຈັນທະມາດ ຮອງເລຂາພັກເມືອງປະທານຈັດງານແຂ່ງຂັນເຮືອນແພ ແລະຂຶ້ນເຮືອນ ໃໝ່ປະຈຳປີ 2019 ກ່າວວ່າ: ການຈັດງານບຸນຊ່ວງເຮືອແພປະຈຳປີ 2019 ແລະງານຂຶ້ນເຮືອນຊົນ ເຜົ່າຂອງ 4 ເຜົ່າຢູ່ເມືອງດາກຈຶງ ແມ່ນເຫດການໜຶ່ງທີ່ມີຄວາມໝາຍ ສຳຄັນຂອງເມືອງດາກຈຶງ  ສະແດງ ໃຫ້ເຫັນວ່າທົ່ວພັກ, ທົ່ວກອງທັບແລະທົ່ວປວງຊົນບັນດາເຜົ່າຊາວ ເມືອງດາກຈຶງ ໄດ້ພ້ອມພຽງຮຽງ ໜ້າກັນຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍລວມຂອງລັດຖະ ບານໃນການສົ່ງເສີມການພັດທະນາການທ່ອງທ່ຽວລາວ, ເວົ້າສະເພາະແມ່ນການພັດທະນາການທ່ອງ ທ່ຽວເມືອງດາກຈຶງຕິດພັນກັບແບບ ແຜນວິຖີຊີວິດ ແລະວັດທະນະທຳ ຂອງທ້ອງຖິ່ນທີ່ເປັນມູນເຊື້ອມາແຕ່ບູຮານນະການ.

ການຈັດງານແຂ່ງຂັນເຮືອແພປະຈຳປີ 2019 ມີທິມເຮືອແພ ເຂົ້າຮ່ວມທັງໝົດ 9 ທິມ ແລະເຮືອ ກາບ 13 ທິມ, ກ່ອນຈະເລີ່ມການ ແຂ່ງຂັນຄະນະເຮືອແພ ແລະເຮືອກາບກໍ່ໄດ້ພ້ອມກັນນຳເຮືອຂອງ ຕົນຂຶ້ນໄປຈຸດປ່ອຍເຮືອເພື່ອຕີຊ້າງນໍ້ານອງພ້ອມທັງປະກວດແພງາມຊຶ່ງຜົນຂອງການແຂ່ງຂັນອັນດັບ 1 ແພງາມແມ່ນຫ້ອງການສຶກສາທິ ການ ແລະກີລາໄດ້ຮັບເງິນລາງວັນ 1 ລ້ານກີບ, ອັນດັບ 2 ແພກຸ່ມອົງການຈັດຕັ້ງມະຫາຊົນໄດ້ຮັບເງິນລາງວັນແປດແສນກີບ ແລະອັນດັບ ທີ 3 ແມ່ນແພບ້ານດາກຈຶງ ໄດ້ຮັບເງິນລາງວັນ 7 ແສນກີບ, ຜົນການແຂ່ງຂັນເທິງໜ້ານໍ້າຊະນະເລີດເຮືອແພແມ່ນທິມອົງການຈັດຕັ້ງມະຫາ ຊົນທີ່ສະແດງພະລະກຳລັງບຽດແຊງເອົາຊະນະແພບ້ານດາກຈຶງ ແຊ້ມເກົ່າກ່ອນເຂົ້າເຖິງເສັ້ນໄຊໄດ້ຢ່າງວຸດວິດໄດ້ຮັບເງິນລາງວັນ 6 ລ້ານກີບພ້ອມຂັນລາງວັນ 1 ໜ່ວຍ,ຮອງຊະນະເລີດອັນດັບ1 ແມ່ນແພບ້ານດາກຈຶງ ແຊ້ມເກົ່າໄດ້ຮັບເງິນລາງວັນ 4 ລ້ານກີບ, ຮອງຊະ ນະເລີດອັນດັບ 2 ແມ່ນທິມແພຫ້ອງ ວ່າການປົກຄອງເມືອງໄດ້ຮັບເງິນ ລາງວັນ 2,5 ລ້ານກີບ, ສ່ວນການ ແຂ່ງຂັນເຮືອກາບແມ່ນທິມເຮືອ ລົດຈະນາ (ຈາກແຂວງຄຳມ່ວນ) ໄດ້ຊະນະເລີດໄດ້ຮັບເງິນລາງວັນ 4 ລ້ານກີບ ພ້ອມຂັນລາງວັນ 1 ໜ່ວຍ, ຮອງຊະນະເລີດອັນດັບ 1 ແມ່ນທິມເຮືອຫ້ອງການອຸດສະຫະ ກໍາ-ການຄ້າເມືອງໄດ້ຮັບເງິນລາງວັນ 3 ລ້ານກີບ, ຮອງຊະນະເລີດ ອັນດັບ 2 ແມ່ນທິມເຮືອຈາກເມືອງ ທ່າແຕງໄດ້ຮັບເງິນລາງວັນ 2 ລ້ານກີບ, ນອກຈາກນີ້ບັນດາຄະນະ ເຮືອແພເຮືອກາບທຸກທິມທີ່ເຂົ້າຮ່ວມ ການແຂ່ງຂັນຍັງໄດ້ຮັບລາງວັນ ທຽບທ່າ ຫຼື ລາງວັນຊົມເຊີຍທິມລະ 5 ແສນກີບ ພ້ອມທັງໃບກຽດຕິຄຸນ, ໃບຍ້ອງຍໍຈາກທ່ານເຈົ້າເມືອງໆ ດາກຈຶງ ຕື່ມອີກ.

ໂດຍ: ອິນແປງ