ເປັນເວລາກວ່າ 8 ປີຫຼັງຈາກທີ່ມີການປະກາດເປີດໂຕແອັບ Google+ ຈາກ Google ຫຼັງຈາກທີ່ບໍລິສັດພະຍາຍາມຊຸກຍູ້ໃຫ້ແອັບດັ່ງກ່າວເປັນທີ່ນິຍົມແຕ່ກໍໜ້າເສຍດາຍທີ່ມັນບໍ່ເປັນໄປດັ່ງທີ່ Google ຕ້ອງການ.

Google+ ເປັນລະບົບທີ່ບໍລິສັດ Google ສ້າງຂຶ້ນມາເພື່ອ ເປັນຄູ່ແຂ່ງກັບ Facebook ແຕ່ໜ້າເສຍດາຍທີ່ມັນໄປບໍ່ລອດການຕັດສີນໃຈນີ້ເປັນສິ່ງທີ່ຍາກຫຼາຍ ສຳລັບ Google Google+ ເປີດ ໂຕຄັ້ງທຳອິດໃນປີ 2011 ແລະ ການເປີດໂຕຄັ້ງນັ້ນເຮັດໃຫ້ຜະລິດຕະພັນຕ່າງໆໃນເຄືອ Google ປະສົບຄວາມສຳເລັດ ແລະສ້າງຜົນກະ ທົບຢ່າງຫຼວງຫຼາຍຕໍ່ໂລກໂຊຊຽລ ແລະໃນປີ 2013 ແອັບໄດ້ຖືກພັດທະນາໃຫ້ມີການສົນທະນາກັນ ແບບວິດີໂອຄອລ (ທີ່ທຸກວັນນີ້ເຮົາ ຄຸ້ນໜ້າຄຸ້ນຕາກັນໃນຮູບແບບຂອງ Skype) ແອັບຍັງພັດທະນາເພື່ອ ອຳນວຍຄວາມສະດວກໃນການ ແຊຣຮູບພາບການປັບແຕ່ງຮູບພາບດ້ວຍລະບົບ AI ລະບົບນີ້ມີອິດທິພົນສູງໃນການຈັດຮູບແບບສັງຄົມບົນໂລກອອນລາຍ ໂດຍ ຄຸນລັກສະນະນີ້ມີມາກ່ອນທີ່ Facebook ຈະມີລະບົບ Group ແລະ Instagram ຈະເປີດໂຕລະບົບ”Cloe friend”ອີກດ້ວຍບໍລິສັດໄດ້ເປີດເຜີຍວ່າ 90% ຂອງຜູ້ໃຊ້ງານ Google+ ໃຊ້ງານແອັບພຽງແຕ່ 5 ວິນາທີເທົ່ານັ້ນເມື່ອທຽບກັບ Facebook ທີ່ຄົນສ່ວນໃຫຍ່ໃຊ້ ເວລາໃນການຫຼິ້ນແອັບຢ່າງນ້ອຍ 20 ນາທີ ຕົວເລກນີ້ສະແດງຄວາມແຕກຕ່າງຂອງຄວາມນິຍົມຢ່າງຊັດເຈນແຕ່ການຕັດສີນໃຈທີ່ຈະປິດ Google+ ເກີດຂຶ້ນໃນເດືອນຕຸລາ 2018 ທີ່ມີຂ່າວວ່າຂໍ້ມູນຜູ້ໃຊ້ນັ້ນມີການຮົ່ວໄຫຼໃນຂະນະທີ່ບໍລິສັດບໍ່ພົບຫຼັກຖານຂອງເລື່ອງດັ່ງກ່າວ ແລະຫຼັງຈາກນັ້ນມາແອັບກໍມີບັນຫາໃນເລື່ອງລະບົບຄວາມປອດໄພທີ່ເປັນຜົນກະທົບຕໍ່ຜູ້ໃຊ້ຫຼາຍກວ່າ 52,5 ລ້ານຄົນ ທາງບໍລິສັດຈຶ່ງຕັດສີນໃຈທີ່ຈະຍຸຕິການໃຫ້ບໍລິການ Google+ ໃນເດືອນສິງຫາ 2019 ນີ້ເພື່ອໃຫ້ຜູ້ໃຊ້ງານສາມາດເຂົ້າໄປດາວໂຫຼດຂໍ້ມູນອອກມາເກັບໄວ້ ກ່ອນທີ່ຕົວແອັບຈະປິດລົງ.

ເປັນເລື່ອງໜ້າເສຍດາຍທີ່ Google+ ຈະຕ້ອງປິດຕົວລົງແຕ່ ມັນຈະບໍ່ເສຍໄປໃສເພາະໃນອະນາຄົດ Google+ ຈະກັບມາໃຫ້ບໍລິ ການແກ່ຜູ້ໃຊ້ GSuite ໃນຮູບ ແບບໃໝ່ທີ່ດີກວ່າເກົ່າ.

ນສພ ເສດຖະ -ສັງຄົມ