ງານ​ວາງສະ​ແດງ​ອຸປະກອນ​ກໍ່ສ້າງ​ສາກົນຊາງຊາ ຄັ້ງທີ IV ປະສົບຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV (CICEE) ໄດ້ຈັດຂຶ້ນ ຢູ່ເມືອງຊາງຊາ, ແຂວງຫູໜານ ທາງພາກກາງຂອງສປຈີນ ເປັນເວລາ 4 ວັນ, ໄດ້ອັດລົງ ໃນວັນທີ 18 ພຶດສະພານີ້ ດ້ວຍຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທີພາບ.

ພາຍໃນງານ ຜູ້ຊື້ຈາກຕ່າງປະເທດໄດ້ລົງນາມເຊັນສັນຍາເບື້ອງຕົ້ນກັບຮ້ານວາງສະແດງສິນຄ້າຫຼາຍກວ່າ 600 ລາຍ ແລະ ວິສາຫະກິດຜູປະກອບການເຄື່ອງກໍ່ສ້າງຢູ່ເມືອງຊາງຊາ 6 ລາຍ ກໍ່ໄດ້ຮັບໃບສັ່ງຊື້ທີ່ມີມູນຄ່າ 13 ຕື້ກວ່າຢວນ (ປະມານ 1,81 ຕື້ໂດລາສະຫະລັດ).ນອກຈາກນີ້, ຍັງໄດ້ລົງນາມເຊັນສັນຍາກ່ຽວກັບມາດຕະຖານເຄື່ອງຈັກກໍ່ສ້າງລະຫວ່າງສະຖາບັນຄົ້ນຄວ້າ-ວິໄຈມາດຕະຖານ ແລະ ອຸດສາຫະກໍາຂອງມາເລເຊຍ (SIRIM)  ກັບ ສູນທົດສອບກົນຈັກກໍ່ສ້າງຈີນ, ເຊິ່ງໄດ້ວາງພື້ນຖານສະພາບແວດລ້ອມການຄ້າທີ່ໄດ້ມາດຕະຖານ ແລະ ມີປະສິດທິຜົນສູງຍິ່ງຂື້ນສໍາຫຼັບສອງຝ່າຍ.

ງານດັ່ງກ່າວ ໄດ້ດືງດູດຜູ້ວາງສະແດງຫຼາຍກວ່າ 1,800 ລາຍ, ເພີ່ມຂຶ້ນ 20 % ເມື່ອທຽບເປັນລາຍປີ, ລວມທັງຜູ້ນໍາດ້ານອຸດສາຫະກໍາລະດັບໂລກ ເຊັ່ນ: Caterpillar ແລະ Hitachi Construction Machinery, ຕະຫຼອດຮອດເຄື່ອງຈັກກໍ່ສ້າງຍັກໃຫຍ່ຂອງຈີນ ເຊັ່ນ: Sany ແລະ Zoomlion.

ງານວາງສະແດງຄັ້ງນີ້ດຶງດູດຜູ້ແທນປະມານ 350,000 ຄົນທີ່ມາຈາກ 110 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ຈຳນວນຜູ້ຊື້ຈາກຕ່າງປະເທດໄດ້ເພີ່ມຂຶ້ນຫຼາຍ. ນອກນີ້, ໃນງານວາງສະແດງຍັງໄດ້ເຊື້ອເຊີນຄະນະຜູ້ຊື້ຈາກປະເທດຄູ່ຮ່ວມ RCEP ແລະ ໄດ້ຈັດກິດຈະກໍາການຈັບຄູ່ທຸລະກິດສາກົນໃນຫົວຂໍ້ພິເສດ 6 ຄັ້ງອີກດ້ວຍ.

ທ່ານ Tsunetaka Mori, ຜູ້ຕາງໜ້າຂອງບໍລິສັດ Hitachi Construction Machinery ເຊີ່ງເປັນບໍລິສັດໃຫຍ່ຂອງຍິ່ປຸ່ນໃນຈີນ ໄດ້ຕິລາຄາສຸງກ່ຽວກັບບົດບາດຂອງເມືອງຊາງຊາໃນຖານມສູນກາງການຜະລິດເຄື່ອງຈັກຂອງຈີນ ແລະ ອິດທິພົນຂອງ CICEE ທົ່ວໂລກທີ່ໄດ້ເພີ່ມຫຼາຍຂຶ້ນ ໂດຍທ່ານກ່າວວ່າ: ໃນຂະນະທີ່ຕະຫຼາດໂລກມີຄວາມຕ້ອງການເຄື່ອງຈັກກໍ່ສ້າງອັດສະລິຍະແບບໃຊ້ໄຟຟ້າ ແລະ ຂະໜາດໃຫຍ່ທີ່ເພີ່ມຂຶ້ນ, ບໍລິສັດ  Hitachi ຈຶ່ງໄດ້ເລັ່ງການຄົ້ນຄວ້າ-ວິໄຈ ແລະ ການພັດທະນາ, ການຍົກລະດັບເຕັກໂນໂລຢີ ແລະ ສືບຕໍ່ນໍາສະເໜີການເຊື່ອມຕໍ່ທີ່ທັນສະໄຫມໃຫ້ຈີນຢ່າງຕໍ່ເນື່ອງ.

(ດັດແກ້ໂດຍ: Li Shimeng ຈາກ Xinhua Silk Road, lishimeng@xinhua.org)