ວຽງຈັນ ກັບບັນຫາຂີ້ເຫຍື້ອຊະຊາຍ ຍັງຕ້ອງການຄວາມຮ່ວມມືຈາກປະຊາຊົນ

   ນະຄອນຫຼວງວຽງຈັນ ຜະລິດຂີ້ເຫຍື້ອສູງກວ່າ 700 ໂຕນຕໍ່ວັນ ແຕ່ສາມາດເກັບກໍາຈັດໄດ້ພຽງ 67%, ສ່ວນທີ່ເຫຼືອ 33% ຖືກຖິ້ມຢ່າງຜິດວິທີ ເຊັ່ນ: ຖິ້ມລົງຄອງ ຫຼື ຈູດເຜົາ ເຊິ່ງສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະສຸຂະພາບຂອງປະຊາຊົນ. ຂະນະທີ່ຫຼາຍຄົນອາດຄິດວ່າ ການແກ້ໄຂປັນຫາເຫຼົ່ານີ້ ແມ່ນຫນ້າທີ່ຂອງພາກລັດ, ແຕ່ຄວາມຈິງແລ້ວ, ການຄັດແຍກ ແລະການຈັດການຂີ້ເຫຍື້ອຕັ້ງແຕ່ໃນເຮືອນ ແມ່ນພື້ນຖານສໍາຄັນທີ່ປະຊາຊົນຕ້ອງຮ່ວມມື.

   ຕາມບົດລາຍງານຂອງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໃຫ້ຮູ້ວ່າ: ການຄຸ້ມຄອງບໍລິຫານຈັດການຂີ້ເຫຍື້ອ ແລະ ການກຳຈັດຂີ້ເຫຍື້ອ ແມ່ນວຽກງານໜຶ່ງ ທີ່ມີຄວາມສໍາຄັນ ນອນໃນພາລະບົດບາດໜ້າທີ່ຂອງຫ້ອງການ ຄບຕ ເພື່ອເຮັດໃຫ້ຕົວເມືອງກໍ່ຄືນະຄອນຫຼວງວຽງຈັນ ມີຄວາມສະອາດ ເປັນລະບຽບຮຽບຮ້ອຍ ມີຄວາມສວຍງາມ ແລະ ເປັນເມືອງທີ່ໜ້າຢູ່. ຊຶ່ງໃນປະຈຸບັນ ມີ 11 ພາກສ່ວນທີ່ໃຫ້ບໍລິການເກັບຂີ້ເຫຍື້ອໃນນະຄອນຫຼວງ, ໃນນັ້ນ ມີ 1 ພາກລັດ ຄື: ຫ້ອງການ ຄບຕ ນວ (ໂຄງການຮ່ວມມືຫ້ອງການ ຄບຕ ຮ່ວມ ກັບ ບໍລິສັດສະມໍຣບີທີ່ປຶກສາດ້ານການລົງທຶນຈຳກັດ) ແລະ 10 ພາກສ່ວນເອກະຊົນ ທີ່ຮັບຜິດຊອບ ພາຍໃຕ້ການຄວບຄຸມຂອງ ຄບຕ. ອີງຕາມຈຳນວນປະຊາກອນ ທີ່ມີໃນນະຄອນຫຼວງວຽງຈັນ ຄາດຄະເນສ້າງຂີ້ເຫຍື້ອປະມານ 711 ໂຕນຕໍ່ວັນ, ແຕ່ປະລິມານຂີ້ເຫຍື້ອທີ່ຖືກຂົນສົ່ງໄປສະໜາມ ສະເລ່ຍປະມານ 450-500 ໂຕນ, ເຫັນວ່າການບໍລິການຈັດການຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ ກໍ່ຄື ການເກັບມ້ຽນຂົນສົ່ງຂີ້ເຫຍື້ອໄປກຳຈັດຢູ່ສະໜາມໄດ້ພຽງແຕ່ 67%, ສ່ວນທີ່ເຫຼືອອີກ 33% ແມ່ນໄດ້ຖືກກຳຈັດໂດຍວິທີການອື່ນເຊັ່ນ: ຖິ້ມຊະຊາຍໃສ່ດິນເປົ່າຫວ່າງຕາມແຄມທາງ ຫ້ວຍຮ່ອງຄອງນໍ້າ ຫຼື ກຳຈັດດ້ວຍການຈູດເຜົາ ແລະ ອື່ນໆ ເຊິ່ງສົ່ງຜົນຕໍ່ສະພາບແວດລ້ອມໃນຕົວເມືອງ ແລະນອກເມືອງ ກໍ່ຄື ສົ່ງຜົນຕໍ່ຄວາມເປັນລະບຽບຮຽບຮ້ອຍ ຄວາມສະອາດຂອງຕົວເມືອງ.


ສາເຫດທີ່ບໍ່ສາມາດເກັບມ້ຽນຂົນສົ່ງຂີ້ເຫຍື້ອໄປກຳຈັດຢູ່ສະໜາມບຳບັດຂີ້ເຫຍື້ອໄດ້ທັງໝົດ ແມ່ນເກີດຈາກຫຼາຍປັດໃຈ ເປັນຕົ້ນ ການຮ່ວມມືຂອງທຸກ ພາກສ່ວນທົ່ວສັງຄົມ ໃນການເຂົ້າຮ່ວມບໍລິການເກັບມ້ຽນຂີ້ເຫຍື້ອ, ພາກສ່ວນຜູ້ໃຫ້ບໍລິການ ກໍ່ຄື ບັນດາບໍລິສັດຜູ້ປະກອບການ ທີ່ຕິດພັນກັບລະບົບການບໍລິການຈັດເກັບ-ຂົນສົ່ງ, ດ້ານພາຫະນະຮັບໃຊ້ຄວນຕ້ອງໄດ້ມາດຕະຖານ ລວມທັງລະບົບບໍລິຫານຈັດການ ທີ່ອໍານວຍຄວາມສະດວກໃຫ້ຜູ້ຊົມໃຊ້ ບໍລິການເຂົ້າໄດ້ຢ່າງທົ່ວເຖິງ ແລະສະດວກສະບາຍ.
   ປະຈຸບັນ ນະຄອນຫຼວງວຽງຈັນ ມີທັງໝົດ 481 ບ້ານ, ມີ 194,976 ຄອບຄົວ, ການບໍລິການເກັບມ້ຽນຂີ້ເຫຍື້ອຢູ່ ນະຄອນຫຼວງວຽງຈັນ (9 ຕົວເມືອງ) ສາມາດເຂົ້າເຖິງ 359 ບ້ານ ເທົ່າກັບ 75% ແລະ ຍັງບໍ່ເຂົ້າເຖິງ 122 ບ້ານ, ເທົ່າກັບ 25%; ໄດ້ເຂົ້າເຮັດສັນຍາໃຊ້ບໍລິການ ແລະ ເສຍຄ່າພັນທະຈໍານວນ 87,770 ຄອບຄົວ (ສັນຍາ) ເທົ່າກັບ 45%. ຊຶ່ງໃນປີ 2024ຜ່ານມາ ການບໍລິການເກັບມ້ຽນຂົນສົ່ງ ແລະກຳຈັດຂີ້ເຫຍື້ອ ສາມາດສັງລວມໄດ້ຄື: ຂີ້ເຫຍື້ອທົ່ວໄປ ຂົນສົ່ງໄດ້ 39,941 ຖ້ຽວ, ມີປະລິມານທັງໝົດ 151,678 ໂຕນ; ທໍາລາຍຂີ້ເຫຍື້ອຕິດເຊື້ອ ຂົນສົ່ງໄດ້ 176 ຖ້ຽວ, ມີນໍ້າໜັກ 184,290 ກິໂລກຼາມ.
ສິ່ງທ້າທາຍ ຕໍ່ວຽກງານເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ
   ສະພາບເສດຖະກິດ ເກີດມີການເໜັງຕີງດ້ານອັດຕາໄພເງິນເຟີ້ ແລະ ອັດຕາແລກປ່ຽນສູງ ພ້ອມທັງການຂາດແຄນ ນໍ້າມັນເຊື້ອໄຟ ໃນໄລຍະຜ່ານມາ ເຊິ່ງສ້າງຜົນກະທົບຕໍ່ການໃຫ້ບໍລິການເກັບມ້ຽນ-ຂົນສົ່ງ ແລະ ກຳຈັດຂີ້ເຫຍື້ອ ຫຼາຍພໍສົມຄວນ; ບັນດາພາກສ່ວນທີ່ໃຫ້ບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອມີຄວາມຫຍຸ້ງຍາກ ຂາດແຄນດ້ານແຮງງານ-ກຳມະກອນ; ພາຫະນະເກັບມ້ຽນຂົນສົ່ງຂີ້ເຫຍື້ອ ຈໍານວນໜຶ່ງຍັງບໍ່ທັນໄດ້ມາດຕະຖານ ຍັງມີການນໍາໃຊ້ລົດດ້າມດັດແປງ ສະພາບເກົ່າແກ່; ຄວາມເຂົ້າໃຈຂອງສັງຄົມ, ການຮ່ວມມື ແລະ ປະຕິບັດລະບຽບ, ການເອົາຂີ້ເຫຍື້ອຕົນເອງອອກຖິ້ມ ຍັງບໍ່ຖືກມື້ ການເຂົ້າຮ່ວມເຮັດສັນຍາຂີ້ເຫຍື້ອຍັງບໍ່ສູງ, ຫຼື ເຮັດສັນຍາໜ້ອຍແຕ່ຖິ້ມຫຼາຍ ແລະ ອື່ນໆ.
ການແກ້ໄຂບັນຫາ ແລະ ແຜນໃນຕໍ່ໜ້າ


   ຊຸກຍູ້ ຕິດຕາມ ກວດກາ ໃຫ້ທຸກພາກສ່ວນບັນດາບໍລິສັດເກັບມ້ຽນຂົນສົ່ງຂີ້ເຫຍື້ອ ເພີ່ມທະວີການການໃຫ້ບໍລິການ; ບໍລິສັດເກັບມ້ຽນຂົນສົ່ງຂີ້ເຫຍື້ອ ຕ້ອງໄດ້ປັບປຸງແຜນເກັບມ້ຽນຂີ້ເຫຍື້ອ ໃຫ້ສອດຄ່ອງກັບປະລິມານຂີ້ເຫຍື້ອ; ປະສານສົມທົບກັບອົງການປົກຄອງເມືອງ, ບ້ານ ແລະ ບໍລິສັດຂົນສົ່ງຂີ້ເຫຍື້ອລົງເກັບກຳຂໍ້ມູນ, ແກ້ໄຂບັນຫາ ແລະ ເຜີຍແຜ່ອະທິບາຍລະບຽບການໃຫ້ປະຊາຊົນມີຄວາມເຂົ້າໃຈ ຕໍ່ກັບວຽກງານການບໍລິການເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອ; ເພີ່ມການບໍລິການສາຍດ່ວນ; ຊຸກຍູ້ບັນດາບໍລິສັດຂົນສົ່ງຂີ້ເຫຍື້ອໃຫ້ເພີ່ມທະວີຍົກລະດັບຂອດບໍລິການ; ຫັນມານໍາໃຊ້ລະບົບທັນສະໄໝ ITC ເຂົ້າໃນລະບົບການເກັບມ້ຽນຂົນສົ່ງຂີ້ເຫຍື້ອ; ສືບຕໍ່ການປະເມີນບັນດາບໍລິສັດຂົນສົ່ງຂີ້ເຫຍື້ອໃນນະຄອນຫຼວງວຽງຈັນ ເພື່ອປັບປຸງຈັດສັນຂອບເຂດບໍລິການຄືນໃໝ່; ຈັດຝຶກອົບຮົມໃຫ້ແກ່ພະນັກງານກຳມະກອນເກັບຂີ້ເຫຍື້ອ ແລະ ພະນັກງານຂັບລົດຂີ້ເຫຍື້ອ ກ່ຽວກັບມາດຕະຖານ ການໃຫ້ບໍລິການເກັບມ້ຽນຂີ້ເຫຍື້ອ; ຊຸກຍູ້ບັນດາບໍລິສັດເກັບມ້ຽນຂົນສົ່ງຂີ້ເຫຍື້ອຕ້ອງປະຕິບັດມອບພັນທະຄ່າອານາໄມຕົວເມືອງ 5,000 ກີບ/ສັນຍາເດືອນ ແລະ ຄ່າບໍລິການສະໜາມບຳບັດຂີ້ເຫຍື້ອ (ຕາຊັ່ງນໍ້າໜັກຂີ້ເຫຍື້ອ) ໃຫ້ທັນສະພາບ ແລະ ເປັນປົກກະຕິ; ຄົ້ນຄວ້າການປະເມີນຄິດໄລ່ປັບປຸງລາຄາຫົວໜ່ວຍ ຄ່າບໍລິການເກັບມ້ຽນຂົນສົ່ງຂີ້ເຫຍື້ອ ແລະ ຄ່າບໍລິການສະໜາມ ກຳຈັດຂີ້ເຫຍື້ອຄືນໃໝ່ໃຫ້ແທດເໝາະກັບເງື່ອນໄຂສະພາບເສດຖະກິດໃນປະຈຸບັນ; ສືບຕໍ່ປະສານງານກັບສະຖາບັນເຕີບໂຕສີຂຽວສາກົນ ເພື່ອຕິດຕາມກິດຈະກຳໂຄງການ ການເກັບມ້ຽນຂີ້ເຫຍື້ອຍ່ອຍສະຫຼາຍ ຢູ່ບ້ານຕົວແບບ ແລະ ຕະຫຼາດ; ສືບຕໍ່ສ້າງຮ່າງຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ໃຫ້ສໍາເລັດຄາດໝາຍ.


   ທ່ານນາງ ດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດບໍລິສັດ ສະມໍຣບີ ທີ່ປຶກສາດ້ານການລົງທຶນຈຳກັດ (Small-b Vientiane Waste Co-Dev) ໄດ້ໃຫ້ສໍາພາດວ່າ: ບໍລິສັດສະມໍຣບີ ໄດ້ຮ່ວມມືສັນຍາພັດທະນາຕົວເມືອງກັບລັດຖະບານ ພາຍໃຕ້ຂະແໜງການທີ່ມີຊື່ວ່າ: ໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໃນປີ 2021. ມາຮອດປັດຈຸບັນບໍລິສັດ Small-b ມີພາລະບົດບາດໃນວຽກງານການການຄຸ້ມຄອງ ເກັບມ້ຽນຂີ້ເຫຍື້ອຢູ່ໃນນະຄອນຫຼວງວຽງຈັນ ຈໍານວນ 190 ບ້ານ, ໃນ 7 ຕົວເມືອງ ແລະ ໄດ້ອະນາໄມເສັ້ນທາງຫຼັກອີກ 27 ເສັ້ນ; ມີລົດນໍາໃຊ້ເກັບມ້ຽນຂີ້ເຫຍື້ອທັງໝົດ 46 ຄັນ, ມີພະນັງງານ 200 ກວ່າຄົນ ໂດຍມີສະໜາມຄ່ຽນຖ່າຍຂີ້ເຫຍື້ອຢູ່ບ້ານນາໄຫ ເມືອງໄຊເສດຖາ ນວ ແລະ ສະໜາມບໍາບັດຂີ້ເຫຍື້ອຢູ່ຫຼັກ 32. ໃນໄລຍະຜ່ານມາ ບໍລິສັດ ໄດ້ມີສ່ວນຮ່ວມຫຼາຍກິດຈະກໍາເຊັ່ນ: ອອກແຮງງານວັນເສົາແດງ, ປູກຈິດສໍານຶກໃຫ້ກຸ່ມນັກຮຽນ, ນັກສຶກສາເພື່ອໃຫ້ຄວາມຮູ້ບັນຫາການເກັບມ້ຽນຂີ້ເຫຍື້ອ ແລະ ຈະສືບຕໍ່ກິດຈະກໍາຕ່າງໆເລື້ອຍໆໄປ. ທ່ານນາງ ດີ່ນ້າ ສົມສະໝຸດ ຍັງໄດ້ຮຽກຮ້ອງມາຍັງສັງຄົມ ກໍຄື ປະຊາຊົນຈົ່ງໃຫ້ການຮ່ວມມືເປັນເຈົ້າການເອົາໃຈໃສ່ໃນການເກັບມ້ຽນຂີ້ເຫຍື້ອໃນຄົວເຮືອນຂອງຕົນເອງ ໃຫ້ເປັນລະບຽບຮຽບຮ້ອຍເພື່ອຄວາມສະດວກໃນການຂົນຂຶ້ນລົດນໍາໄປຖິ້ມ. ພ້ອມນັ້ນ ຄອບຄົວໃດທີ່ຍັງບໍ່ທັນໄດ້ເຂົ້າຮ່ວມສັນຍາເກັບມ້ຽນຂີ້ເຫຍື້ອ ກໍສາມາດມາພົວພັນນໍາບໍລິສັດໄດ້. ສິ່ງສໍາຄັນຢ່າຈູດ-ຖິ້ມຂີ້ເຫຍື້ອຊະຊາຍ ຫຼື ລັກຖິ້ມໃສ່ດິນເປົ່າວ່າງ ເພາະຈະເຮັດໃຫ້ເບິ່ງບໍ່ງາມຕາແລ້ວ ຍັງຈະເຮັດໃຫ້ສະພາບແວດລ້ອມບໍ່ດີຕໍ່ຄົນອ້ອມຂ້າງ.
ຂີ້ເຫຍື້ອຊະຊາຍລຽບແຄມເສັ້ນທາງ ຕັດໃໝ່ດອນນົກຂຸ້ມ-ດອນກອຍ–ເມືອງນ້ອຍ


   ເສັ້ນທາງຕັດໃໝ່ດອນນົກຂຸ້ມ-ດອນກອຍ–ເມືອງນ້ອຍ ແມ່ນເສັ້ນທາງສໍາຄັນ ທີ່ຫຼາຍຄົນນໍາໃຊ້ໃນຊີວິດປະຈໍາວັນ ແຕ່ໃນຊ່ວງຫຼັງໆ ປະຊາຊົນຈໍານວນໜຶ່ງໄດ້ໃຫ້ຄໍາເຫັນວ່າ ເສັ້ນທາງນີ້ກໍ່ໄດ້ເປັນທີ່ສະສົມຂີ້ເຫຍື້ອຈາກຄົນທີ່ຂາດຈິດສຳນຶກ. ດ້ານທ່ານນາງ ທິດາຈັນ ສຸດທະວົງ ຜູ້ນໍາໃຊ້ເສັ້ນທາງນີ້ປະຈໍາ ເວົ້າວ່າ: “ໃນແຕ່ລະວັນຂ້ອຍຜ່ານທາງນີ້ ເນື່ອງຈາກຢູ່ບ້ານຊຽງດາ ເມືອງໄຊເສດຖາ ແຕ່ໄປເຮັດວຽກຢູ່ ບໍລິສັດບົວສະຫວັນ ຈຳກັດ ເຂດບ້ານໂພນປາເປົ້າ ເມືອງສີສັດຕະນາກ, ເຫັນຂີ້ເຫຍື້ອຖິ້ມກະແຈກກະຈາຍ ບໍ່ວ່າຈະເປັນຖົງຢາງ, ຂວດນໍ້າ, ກາກຫມາກໄມ້ ແລະ ສິ່ງເສດເຫຼືອຕ່າງ ເຮັດໃຫ້ຖະໜົນມີກິ່ນເຫມັນ ແລະ ບໍ່ສະອາດງາມ.” ຊຶ່ງການຖິ້ມຂີ້ເຫຍື້ອຢ່າງບໍ່ຖືກວິທີສາມາດສົ່ງຜົນເສຍຕໍ່ສິ່ງແວດລ້ອມໄດ້ຢ່າງຫຼວງຫຼາຍເຊັ່ນ: ປິດກັ້ນທໍ່ນໍ້າລະບາຍ, ເຮັດໃຫ້ເກີດນໍ້າຖ້ວມຂັງ, ແລະເປັນແຫຼ່ງແພ່ພັນໂລກຕ່າງໆ. ທ່ານນາງ ທິດາຈັນ ສຸດທະວົງ ຍັງໄດ້ເຊີນຊວນທຸກຄົນໃນສັງຄົມ ຮ່ວມມືກັນຮັກສາຄວາມສະອາດ ໂດຍການບໍ່ຖິ້ມຂີ້ເຫຍື້ອຊະຊາຍ ແລະ ຄວນມີກາຍແຍກຂີ້ເຫຍື້ອ ເພາະຂີ້ເຫຍື້ອແຕ່ລະປະເພດ ມີຜົນປະໂຫຍດແຕກຕ່າງກັນ ແລະ ຖ້າຫາກມີການກໍ່ຕັ້ງກຸ່ມອາສາສະໝັກ ຫຼື ຈັດກິດຈະກໍາເກັບຂີ້ເຫຍື້ອ ຍິ່ງເປັນການດີ.
ຂີ້ເຫຍື້ອຖິ້ມກະຈາຍຂ້າງທາງບ້ານຫາດຊາຍຂາວ


   ທ່ານ ບຸນນິກ ມະນີ ປະຊາຊົນບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ຜູ້ອາໄສໃກ້ຈຸດຖິ້ມຂີ້ເຫຍື້ອ ເວົ້າວ່າ: ຂີ້ເຫຍື້ອຈຳນວນຫຼາຍຖືກຖິ້ມຢ່າງບໍ່ເປັນລະບຽບຂ້າງທາງໃນບ້ານຫາດຊາຍຂາວ ສ້າງຄວາມກັງວົນໃຫ້ແກ່ປະຊາຊົນທີ່ອາໄສຢູ່ໃກ້ພື້ນທີ່ ໂດຍສະເພາະດ້ານການປົກປ້ອງສິ່ງແວດລ້ອມ ແລະ ສຸຂະພາບຂອງຊຸມຊົນ. ຕາມການສັງເກດ ຂີ້ເຫຍື້ອທີ່ຖິ້ມໄວ້ລ້ວນແຕ່ເປັນຂີ້ເຫຍື້ອພາສຕິກ, ຂີ້ເຫຍື້ອຄົວເຮືອນ ຊຶ່ງບໍ່ມີການເກັບມ້ຽນໃຫ້ເປັນລະບຽບ ເຮັດໃຫ້ເກີດການເພີ່ມຈຳນວນແມງວັນ ແລະ ສົ່ງກິ່ນເໝັນລົບກວນຊີວິດປະຈຳວັນ. ນອກຈາກນັ້ນ ການຖິ້ມຂີ້ເຫຍື້ອບໍ່ເປັນທີ່ ຍັງເຮັດໃຫ້ສັດລ້ຽງຈອນ ແລະ ສັດປ່າຄົ້ນຫາຂອງກິນ ຊຶ່ງອາດຈະກິນຂອງທີ່ປົນເປື້ອນ ແລະມີພິດໄດ້. ທ່ານ ບຸນນິກ ມະນີ ຍັງໄດ້ຮ້ອງຂໍໃຫ້ທາງລັດ ຫຼື ພາກສ່ວນທ້ອງຖິ່ນ ຈັດຕັ້ງຖັງຂີ້ເຫຍື້ອ ແລະຈັດການເກັບຂີ້ເຫຍື້ອຢ່າງສະໝໍ່າສະເໝີ ເພື່ອປ້ອງກັນການສະສົມຂີ້ເຫຍື້ອຈຳນວນຫຼາຍ. ພ້ອມທັງຂໍໃຫ້ມີການປ່ຽນແປງພຶດຕິກຳຂອງປະຊາຊົນ ໂດຍການແນະນໍາ ແລະສົ່ງເສີມການຄັດແຍກຂີ້ເຫຍື້ອແຕ່ຕົ້ນທາງ ເຊິ່ງເປັນອີກໜຶ່ງວິທີເພື່ອຫຼຸດຜົນກະທົບດ້ານສິ່ງແວດລ້ອມໃນລະຍະຍາວ.


   ຢ່າງໃດກໍຕາມ ການແກ້ໄຂບັນຫາຂີ້ເຫຍື້ອ ບໍ່ໃຊ້ພຽງແຕ່ງົບປະມານ ຫຼື ລະບົບຈາກລັດ ແຕ່ແມ່ນການຮ່ວມມືດ້ວຍໃຈຈາກທຸກໆຝ່າຍ ເພື່ອສ້າງນະຄອນຫຼວງຂອງພວກເຮົາໃຫ້ສະອາດ ແລະ ຍືນຍົງ.
ຂຽນໂດຍ: ສາວລາວໃຕ້
ແຫຼ່ງຂໍ້ມູນ:
- ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ
- ບໍລິສັດ Small-b
- ປະຊາຊົນ
ສະໜັບສະໜູນໂດຍ: INDO-PACIFIC MEDIA RESILIENCE PROGRAM