ຍທຂ ໄດ້ຮັບການຍື່ນເອກະສານດ້ານຄຸນວຸດທິເບື້ອງຕົ້ນຈາກ 8 ບໍລິສັດສຳລັບໂຄງການປັງປຸງ ແລະ ພັດທະນາສະໝາມບິນສາກົນ ຫຼວງພະບາງ

ວັນທີ 3 ມິຖຸນາ 2025 ທີ່ ນະຄອນຫຼວງວຽງຈັນ, ກະຊວງໂຍທາທິການ ແລະ ຂົນສົ່ງ (ກະຊວງ ຍທຂ) ປະກາດບັນຊີລາຍຊື່ 8 ບໍລິສັດຢ່າງເປັນທາງການທີ່ໄດ້ຍື່ນເອກະສານດ້ານຄຸນວຸດທິເບື້ອງຕົ້ນສຳລັບໂຄງການປັບປຸງ ແລະ ພັດທະນາສະໜາມບິນສາກົນ ຫຼວງພະບາງ ໃນຮູບແບບການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ (PPP)ໃນການດໍາເນີນໃຫ້ບໍລິການ, ຍົກລະດັບ, ຂະຫຍາຍ ສະໜາມບິນສາກົນ ຫຼວງພະບາງ.

ກະຊວງ ຍທຂ ຈະປະເມີນເອກະສານດ້ານຄຸນວຸດທິເບື້ອງຕົ້ນທັງ 8 ບໍລິສັດຕາມບັນດາມາດຖານ ແລະ ເງື່ອນໄຂຕ່າງໆ ທີ່ໄດ້ລະບຸໄວ້ໃນເອກະສານດ້ານຄຸນວຸດທິເບື້ອງຕົ້ນ (RFQ) ແລະ ຈະປະກາດບັນຊີລາຍຊື່ບໍລິສັດທີ່ຜ່ານການປະເມີນມີຄຸນວຸດທິຄົບຖ້ວນໃນໄວໆນີ້, ບັນດາບໍລິສັດທີ່ໄດ້ຍື່ນເອກະສານດ້ານຄຸນວຸດທິເບື້ອງຕົ້ນ ມີດັ່ງນີ້: ບໍລິສັດເຕັກໂນໂລຊີວິສະວະກຳ-ການບິນແຫ່ງຊາດ (CAIEC) ຈາກ ສປ ຈີນ, ບໍລິສັດ ຈາລຸກ (Jalux Inc) ຈາກ ຍີ່ປຸ່ນ, ບໍລິສັດລົງທຶນດ້ານພື້ນຖານໂຄງລ່າງ ຢຸນນານ ຈຳກັດ(Yunnan Infrastructure Investment Co.,Ltd) ຈາກ ສປ ຈີນ, ບໍລິສັດລິມມາກ (Limak) ຈາກ ຕວັກກີ, ບໍລິສັດກໍ່ສ້າງຂົວທາງປະເທດຈີນ (China Road and Bridge Corporation) ຈາກ ສປ ຈີນ, ບໍລິສັດສະໜາມບິນເກົາຫຼີ (Korea Airports Corporation) ຈາກ ສ.ເກົາຫຼີ, ບໍລິສັດມຸຫິບັນ ວິສະວະກຳ (M) BHD ຈາກ ມາເລເຊຍ, ກຸ່ມບໍລິສັດ ພົງສະຫວັນ(Phongsavanh Group) ຈາກ ສປປ ລາວ.
ທ່ານນາງ ວັນ ດີລະພັນ ຫົວໜ້າກົມແຜນການ ແລະ ການເງິນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: “ກະຊວງໂຍທາທິການ ແລະ ຂົນສົ່ງ ຈະພິຈາລະນາ ເອກະສານດ້ານຄຸນວຸດທິເບື້ອງຕົ້ນທັງໝົດທີ່ໄດ້ຮັບໂດຍລະອຽດ. ຈາກນັ້ນ, ກະຊວງ ຍທຂ ຈະປະກາດຜົນຂອງບັນດາຜູ້ປະມູນທີ່ຄົບຕາມມາດຖານ ແລະ ເງື່ອນໄຂ ດ້ານຄຸນວຸດທິທີ່ກຳນົດໄວ້ ເພື່ອເຂົ້າຮ່ວມຂະບວນການປະມູນໂຄງການດັ່ງກ່າວໃນຂັ້ນຍື່ນເອກະສານສະເໜີດ້ານເຕັກນິກ ແລະ ການເງິນ. ນີ້ແມ່ນບາດກ້າວສຳຄັນໜຶ່ງທີ່ຫຍັບເຂົ້າໃກ້ການພັດທະນາ ແລະ ຍົກສະດັບ ສະໜາມບິນສາກົນທີ່ມີຖ້ຽວບິນຫຼາຍທີ່ສຸດເປັນອັນດັບທີສອງ ຂອງ ສປປ ລາວ ທີ່ເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວ ໂດຍພາຍໃຕ້ໂຄງການການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ (PPP) ທີ່ພວກເຮົາຄາດວ່າຈະເປັນແຮງກະຕຸ້ນທີ່ສຳຄັນ ສຳລັບ ການພັດທະນາພື້ນຖານໂຄງລ່າງແຫ່ງຊາດ.”
ໂຄງການບູລິມະສິດຂອງລັດຖະບານໂຄງການນີ້ ແນ່ໃສ່ເພື່ອປັບປຸງການເຊື່ອມຈອດ-ເຊື່ອມໂຍງພາກພື້ນ ແລະ ເປັນຊ່ອງທາງສ້າງການເຕີບໂຕຂອງອຸດສາຫະກຳການທ່ອງທ່ຽວ ຢູ່ໃນລະດັບພາກພື້ນ ແລະ ຢູ່ໃນ ສປປ ລາວ. ການຍື່ນເອກະສານດ້ານຄຸນວຸດທິເບື້ອງຕົ້ນນີ້ ແມ່ນບາດກ້າວທີສອງຂອງຂະບວນການປະມູນແຂ່ງຂັນເປີດກວ້າງຫລັງຈາກຂັ້ນຕອນການຍື່ນເອກະສານແຈ້ງເຈດຈຳນົງສະແດງຄວາມສົນໃຈ. ກະຊວງ ຍທຂ ມີແຜນຈະອອກໜັງສືແຈ້ງໃຫ້ບໍລິສັດທີ່ຜ່ານການປະເມີນມີຄຸນວຸດທິຄົບຖ້ວນຍື່ນເອກະສານສະເໜີລະອຽດດ້ານເຕັກນິກ ແລະ ການເງິນໂຄງການ (RFP) ກ່ອນທ້າຍເດືອນມິຖຸນາ 2025 ນີ້, ແລະ ຄາດຄະເນວ່າຈະໃຫ້ສຳເລັດຂະບວນການປະມູນເປີດກວ້າງເພື່ອຂັດເລືອກບໍລິສັດ ສຳລັບ ໂຄງການປັງປຸງ ແລະ ພັດທະນາສະໝາມບິນສາກົນ ຫຼວງພະບາງ ໃນຮູບແບບການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ ທ້າຍປີ 2025 ນີ້.