ແຈກສູດ ໝູຍໍ ໃຜໆກໍສາມາດເຮັດໄດ້

ຫຼາຍຄົນມັກຮັບປະທານໝູຍໍເພາະວ່າຢູ່ບ້ານເຮົາຫາຊື້ໄດ້ງ່າຍແຕ່ຈະໃຫ້ໄດ້ຂອງແຊບນັ້ນແມ່ນຍາກສະນັ້ນຕັດບັນຫາດ້ວຍການເຮັດກິນເອງດີກວ່າມື້ນີ້ເຮົາຈະມາຂໍແນະນຳວິທີເຮັດໝູຍໍສູດຊີ້ນແໜ້ນ, ແຊບຫໍ່ໃບຕອງມາຝາກເພື່ອທ່ານໃດຢາກຈະເຮັດໝູຍໍກິນເອງຢູ່ເຮືອນ.

*  ສິ່ງທີ່ຕ້ອງກຽມ:

  1. ໝູບົດ 1 ກິໂລ.
  2. ແປ້ງສາລີ ເກືອບເຕັມຖ້ວຍຕວງ ຫຼື ປະມານ 10 ບ່ວງໂຕະ.
  3. ຜົງເບກກິ້ງໂຊດາຫຼືຜົງຟູ 1 ບ່ວງຊາ.
  4. ນ້ຳຕານ 2-3 ບ່ວງຊາ.
  5. ນ້ຳປາ 4-5 ບ່ວງໂຕະ.
  6. ພິກໄທ 2-3 ບ່ວງຊາ.
  7. ລົດດີໝູ 1/2 ບ່ວງຊາ.
  8. ກະທຽມຕຳ 1 ຫົວ.
  9. ໃບຕອງສຳລັບຫໍ່ໝູຍໍ.

 * ວິທີເຮັດ: ນຳສ່ວນປະສົມທັງໝົດປະສົມໃຫ້ ເຂົ້າກັນກັບໝູບົດນຳໝູບົດທີ່ປະສົມແລ້ວໄປແຊ່ຊ່ອງແຂງປະມານ 1ຊົ່ວໂມງ ຫຼັງຈາກນັ້ນນໍາອອກມາ ຕຳໆນວດໆຫຼືປັ່ນກັບເຄື່ອງປັ່ນ(ໃຜບໍ່ມີເຄື່ອງປັ່ນລອງຕຳເບິ່ງ) ຈົນເນື້ອແໜ້ນ ແລະແຫຼວຈົນເປັນເນື້ອດຽວກັນ ແລະນໍາໄປຫໍ່ໃບຕອງຈະໄດ້ກິ່ນຫອມແລ້ວ ເອົາໄປໜຶ້ງປະມານ 20-30 ນາທີສຳເລັດ.

ຮຽບຮຽງໂດຍ: ຟ້າ