ສະພາແຫ່ງຊາດ ເນັ້ນລັດ ຊຸກຍູ້ MSMEsເຂົ້າເຖິງແຫລງທຶນຫລາຍຂຶ້ນ

ຄະນະປະຈຳສະພາແຫ່ງຊາດ ໄດ້ຮຽກຮ້ອງໃຫ້ ລັດຖະບານເອົາໃຈໃສ່ສຸມໃສ່ແກ້ໄຂບັນຫາການເງິນ ຊຸກຍູ້ໃຫ້ MSMEs ໃນປະເທດ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນໄດ້ຫຼາຍຂຶ້ນ ເພື່ອສົ່ງເສີມການຜະລິດຊຸກຍູ້ການຂະຫຍາຍຕົວຂອງປະເທດຊາດ.

.
ທ່ານ ສົມມາດ ພົນເຊນາ ຮອງປະທານສະພາແຫ່ງຊາດ ໄດ້ມີຄຳເຫັນຕໍ່ບົດລາຍງານຂອງລັດຖະບານໃນກອງປະຊຸມສະພາໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 9 ມິຖຸນານີ້.
.
ໂດຍບັນຫາດັ່ງກ່າວ ເປັນໜຶ່ງໃນຄວາມກັງວົນຂອງຄະນະປະຈຳສະພາແຫ່ງຊາດ ທີ່ມີຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ 2 ວາລະແຫ່ງຊາດ ຂອງລັດຖະບານ ເຖິງຄວາມຄືບໜ້າທີ່ຊ້າ ໃນການຈັດຕັ້ງປະຕິບັດ ແລະ ມີຄວາມສ່ຽງທີ່ຈະບໍ່ບັນລຸ.
.
ທ່ານ ສົມມາດ ກ່າວວ່າ: ການປະຕິບັດບາງຄາດໝາຍດ້ານເງິນຕາ ຍັງມີຄວາມຫຍຸ້ງຍາກ ເປັນຕົ້ນ ບັນຫາເງິນເຟີ້, ເງິນກີບອ່ອນຄ່າ ທຽບໃສ່ສະກຸນເງິນຕ່າງປະເທດ ຍັງບໍ່ມີສະຖຽນລະພາບ, ການຄ້າຕ່າງປະເທດເກີນດູ ນ ແຕ່ຄັງແຮ່ສໍາຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າໄດ້ແຕ່ 5 ເດືອນ, ປະລິມານເງິນ M2 ໂດຍສະເພາະ ແຕ່ຄັງແຮ່ສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າໄດ້ແຕ່ 5 ເດືອນ, ປະລິມານເງິນ M2 ໂດຍສະເພາະ ການປ່ອຍສິນເຊື່ອຍັງປະຕິບັດໄດ້ໜ້ອຍ ໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມຈຳເປັນ ໃນການທໍາການຜະລິດ ໂດຍສະເພາະ ການສະໜອງທຶນໃຫ້ແກ່ຜູ້ປະກອບການ MSMEs ຊຶ່ງບໍ່ທັນກ້ວາງຂວາງ ແລະ ທົ່ວເຖິງ.
.
ຕາມການລາຍງານຕໍ່ກອງປະຊຸມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໃນໄລຍະ 04 ເດືອນຕົ້ນປີ 2025 ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະ
.
ພາກທີ່ເປັນຄູ່ຮ່ວມມືຂອງ ກອງທຶນສົ່ງເສີມ ຈນກ (ທສວ) ສາມາດສະໜອງສິນເຊື່ອໃຫ້ ຈນກ ຈໍານວນ 302 ຫົວໜ່ວຍ 414 ສັນຍາ ມູນຄ່າ 143.65 ຕື້ກີບ (ຜູ້ປະກອບກິດຈະການແມ່ຍິງ 119 ຫົວໜ່ວຍ 254 ສັນຍາ). ໃນນັ້ນ, ຂະແໜງ ກະສິກຳ ກວມ 37.61%, ຂະແໜງບໍລິການ (ລວມທັງການທ່ອງທ່ຽວ) ກວມ 20.62%, ຂະແໜງອຸດສາຫະກຳ ກວມ 12.41%, ຂະແໜ ງຫັດຖະກຳ ກວມ 1.38% ແລະ ຂະແໜງ ການຄ້າ ກວມ 27.98%.
.
ທ່ານ ສົມມາດ ຍົກໃຫ້ເຫັນວ່າ ການຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບບັນດາຫຼັກການ, ຄາດໝາຍ ແລະ ວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກເສດຖະກິດ-ການເງິນ ຍັງບໍ່ທັນເຫັນໄດ້ຜົນງານອັນພົ້ນເດັ່ນ, ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາ ເສບຕິດ ຍັງບໍ່ທັນເຂັ້ມງວດ, ເດັດຂາດ, ຍັງມີສະພາບການລັກລອບຄ້າຂາຍຢາເສບຕິດ, ການເສບຕິດ ແລະ ປະກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມ ຍ້ອນຕິດພັນກັບບັນຫາຢາເສບຕິດ
.
ນອກນີ້ ອັດຕາການເຕີບໂຕຂອງເສດຖະກິດມະຫາພາກ ຂະຫຍາຍຕົວ 4.5%, ແຕ່ ການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະປະຈຸບັນ ຍັງບໍ່ທັນໄປຕາມທິດ ສີຂຽວ ແລະ ຍືນຍົງ, ເຖິງແມ່ນວ່າເສດຖະກິດ ມີການເຕີບໂຕ, ແຕ່ຍັງອາໄສຂະແໜງການຂຸດຄົ້ນຊັບພະຍາກອນທຳມະຊາດຂາຍວັດຖຸດິບເປັນຫຼັກ, ເຮັດໃຫ້ສິ່ງແວດລ້ອມທຳມະຊາດຖືກທຳລາຍຢ່າງໜັກໜ່ວງ, ສ້າງຜົນກະທົບຮ້າຍແຮງດ້ານສັງຄົມ ເຮັດໃຫ້ປະຊາຊົນຍັງມີຫາງສຽງຈົ່ມວ່າຫຼາຍ, ເງື່ອນໄຂການທຳມາຫາກິນຂອງປະຊາຊົນ ໄດ້ຮັບຜົນກະທົບ ບໍ່ໜ້ອຍ.
.
ການປະຕິບັດນະໂຍບາຍ ແລະ ມາດຕະການຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ຍັງບໍ່ທັນແຂງແຮງ ແລະ ບໍ່ທັນດຶງດູດໄດ້ ໂຄງການລົງທຶນຂະໜາດໃຫຍ່ ທີ່ມີປະສິດທິຜົນສູງ, ໂຄງການສຳປະທານຕ່າງໆທີ່ໄດ້ຮັບອະນຸຍາດໄປແລ້ວ ຍັງຊັກຊ້າແກ່ຍາວ, ຕໍ່ອາຍຸໂຄງການຫຼາຍເທື່ອ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ໂດຍສະເພາະ ໂຄງການພັດທະນາແຮ່ທາດ.