ລັດຖະມົນຕີກະຊວງການເງິນ ຊີ້ແຈງ ກ່ຽວກັບມາດຕະການດຶງດູດການລົງທຶນ

ໃນຕອນບ່າຍວັນທີ 10 ມິຖຸນາ 2025, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງກ່ຽວກັບມາດຕະການດຶງດູດການລົງທຶນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ໃນ 06 ເດືອນທ້າຍປີນີ້ ບັນລຸຕາມເປົ້າໝາຍ, ລັດຖະບານ ກໍຄື ກະຊວງການເງິນ ຈະສືບຕໍ່ສົມທົບກັບ ພາກສ່ວນກ່ຽວຂ້ອງ ຊຸກຍູ້ໃຫ້ທຸກແຫຼ່ງທຶນທີ່ໄດ້ຜ່ານການຮັບຮອງແລ້ວ ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນທີ່ ສະພາໄດ້ຮັບຮອງ.

ທ່ານ ສັນຕິພາບ ພົມວິຫານ ກ່າວວ່າ: ລັດຖະບານ ຈະສືບຕໍ່ປະຕິບັດນະໂຍບາຍຕ່າງໆ ເພື່ອຊຸກຍູ້ສົ່ງເສີມ ແລະ ດຶງດູດ ການລົງທຶນຂອງພາກເອກະຊົນພາຍໃນ-ຕ່າງປະເທດ ແລະ ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃຫ້ແຂງແຮງກວ່າເກົ່າ ແລະ ໃຫ້ສາມາດບັນລຸໄດ້ຕາມຄາດໝາຍ ໂດຍການ ສຸມໃສ່ ຊຸກຍູ້, ຕິດຕາມ, ກວດກາ ແລະ ສ້າງເງື່ອນໄຂໃຫ້ບັນດາໂຄງການລົງທຶນເອກະຊົນຂະໜາດໃຫຍ່ທີ່ໄດ້ອະນຸມັດແລ້ວ ສາມາດຈັດຕັ້ງປະຕິບັດໂດຍໄວ ເປັນຕົ້ນ: ໂຄງການທາງດ່ວນແລວໃໝ່ ແຕ່ບ້ານໄຮ່ ເຂດທ່າງ່ອນ, ເມືອງ ໄຊທານີ ຫາ ບ້ານ ນາຊ່າງເລັກ, ເມືອງ ທຸລະຄົມ, ແຂວງ ວຽງຈັນ; ໂຄງການໄຟຟ້າພະລັງງານຊີວະມວນ ຢູ່ເຂດເມືອງໄຊ ແລະ ເມືອງຫຼາ, ແຂວງອຸດົມໄຊ; ໂຄງການໄຟຟ້າພະລັງງານລົມ ຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ, ໂຄງການໄຟຟ້າແສງຕາເວັນ ຢູ່ເຂດນະຄອນ ໄກສອນພົມວິຫານ, ແຂວງສະຫວັນນະເຂດ; ໂຄງການໄຟຟ້າພະລັງງານລົມ ກາລອງ ແລະ ໂຄງການໄຟຟ້າ ພະລັງງານລົມ ພິລາ ຢູ່ເມືອງໄຊຈຳພອນ, ແຂວງບໍລິຄໍາໄຊ ແລະ ໂຄງການອື່ນໆ. ນອກຈາກນັ້ນ, ສືບຕໍ່ຫັນໂຄງການ ຂຸດຄົ້ນແຮ່ທາດແບບທົດລອງ (ເປັນຕົ້ນ: ແຮ່ເຫຼັກ, ແຮ່ຄໍາ ແລະ ແຮ່ຫາຍາກ) ເຂົ້າສູ່ການປະຕິບັດໃນຮູບບແບບ ປົກກະຕິຕາມກົດໝາຍຢ່າງເຂັ້ມງວດ, ນໍາເອົາໂຄງການທີ່ລັດຖະບານໄດ້ໂຈະ ແລະ ຖອນຄືນແລ້ວ ມາປະມູນເພື່ອຄັດເລືອກເອົາບໍລິສັດຜູ້ລົງທຶນໃໝ່ທີ່ມີມາດຖານເງື່ອນໄຂຄົບຖ້ວນໂດຍສະເພາະ ດ້ານເຕັກນິກວິທີການ, ທຶນຮອນ ແລະ ປະສົບການຕົວຈິງ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ສາມາດສືບຕໍ່ຈັດຕັ້ງປະຕິບັດ ສຳເລັດຕາມແຜນ ແລະ ສ້າງ ລາຍຮັບເຂົ້າງົບປະມານແຫ່ງລັດ ຄຽງຄູ່ກັບການ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນ, ສືບຕໍ່ ປັບປຸງຖານຂໍ້ມູນ ແລະ ໂຄສະນາດຶງດູດເອົາການລົງທຶນໃໝ່ເຂົ້າໃນຂະແໜງການບຸລິມະສິດຕ່າງໆ.
ສໍາລັບການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຈະໄດ້ສົມທົບກັບບັນດາກະຊວງ, ອົງການ, ນະຄອນຫຼວງ ແລະ ບັນດາແຂວງ ເປັນເຈົ້າການຮີບຮ້ອນຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການທີ່ໄດ້ຮັບ ການອະນຸມັດແລ້ວ ໃຫ້ສຳເລັດໂດຍໄວ ໂດຍສະເພາະແມ່ນ ການຍົກສູງຄວາມເປັນເຈົ້າການປະຕິບັດໜ້າວຽກ ແລະ ການຂໍອະນຸມັດເບີກຈ່າຍຢູ່ຂັ້ນທ້ອງຖິ່ນໃຫ້ໄວກວ່າເກົ່າ ແລະ ມີໝາກຜົນສູງ ເພື່ອສ້າງເງື່ອນໄຂທີ່ດີໃນການ ລະດົມທຶນໃໝ່ຈາກບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາໃຫ້ໄດ້ຫຼາຍກວ່າເກົ່າ.
ຂ່າວ: ສາວລາວໃຕ້