ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄໍາຖາມເຈາະຈີ້ມຂອງສະມາຊິກສະພາກແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດຕະຫຼາດແລກປ່ຽນເງິນຕາຕ່າງປະເທດ (LFX) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນບ່າຍວັນທີ 10 ມິຖຸນາ 2025 ວ່າ: ຕະຫຼາດ ຕລຕ ເປັນເຄື່ອງມືທີ່ມີປະສິດທິຜົນໃນການຄຸ້ມຄອງອັດຕາແລກປ່ຽນ ແລະ ກາຍເປັນຕະຫຼາດທີ່ມີຄວາມປອດໄພ ໃນການຊື້-ຂາຍເງິນຕາຕ່າງປະເທດຂອງສັງຄົມ.
ຕະຫຼາດແລກປ່ຽນເງິນຕາຕ່າງປະເທດ (ຕລຕ) ໄດ້ຮັບການສ້າງຕັ້ງຂຶ້ນແຕ່ເດືອນ ສິງຫາ 2024; ໃນເບື້ອງຕົ້ນ ໄດ້ເປີດໃຫ້ບໍລິການວັນ ຈັນ-ສຸກ ເວລາ 9:00-14:00 ໃນວົງເງິນ 1,000 ໂດລາ/ມື້ ສໍາລັບບຸກຄົນ ແລະ 50,000 ໂດລາ/ມື້ ສໍາລັບນິຕິບຸກຄົນ, ເປັນຕະຫຼາດທີ່ສ້າງຕັ້ງຂຶ້ນສອດຄ່ອງກັບກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງ ໃນປີ 2022. ຕະຫລາດດັ່ງກ່າວໄດ້ກາຍເປັນຕະຫຼາດທີ່ມີຄວາມປອດໄພ ໃນການຊື້-ຂາຍເງິນຕາຕ່າງປະເທດຂອງສັງຄົມ ແລະ ອັດຕາແລກປ່ຽນໃນຕະຫລາດກໍເປັນທາງເລືອກທີ່ດີໃນການຊື້-ຂາຍເງິນຕາຕ່າງປະເທດ ຊຶ່ງຕ່າງຈາກການ ຊື້-ຂາຍ ໃນຕະຫຼາດນອກລະບົບທີ່ບໍ່ຖືກກົດໝາຍ. ມາຮອດເດືອນ 3/2025, ເພື່ອຊຸກຍູ້ຕະຫລາດໃຫ້ເຄື່ອນໄຫວແຂງແຮງກວ່າເກົ່າ, ທຫລ ໄດ້ ຄົ້ນຄວ້າປັບປຸງຂະຫຍາຍກອບເວລາເປັນ 9:00-15:00 ແລະໃນວົງເງິນ 2,000 ໂດລາ/ມື້ ສໍາລັບບຸກຄົນ ແລະ 75,000 ໂດລາ/ມື້ ສໍາລັບນິຕິບຸກຄົນ ບໍ່ຈຳກັດວົງເງິນຕໍ່ເດືອນ; ຕລຕ ໄດ້ສືບຕໍ່ເຄື່ອນໄຫວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຫັນໄດ້ຈາກປະລິມານ ຊື້-ຂາຍ ເພີ່ມຂຶ້ນຮອດ 718.57% ໃນເດືອນ 5/2025 ເມື່ອທຽບກັບເດືອນ 8/2024, ກວມອັດຕາສ່ວນປະມານ 6-10% ຂອງການຊື້-ຂາຍເງິນຕາຕ່າງປະເທດ ທັງໝົດໃນລະບົບເສດຖະກິດ.
ການພັດທະນາຕະຫຼາດ ຕລຕ ນີ້ ເຫັນວ່າ ເປັນເຄື່ອງມືທີ່ມີປະສິດທິຜົນໃນການຄຸ້ມຄອງອັດຕາແລກປ່ຽນ ຊຶ່ງສະແດງອອກຄື: ອັດຕາແລກປ່ຽນມີຄວາມສະຫງົບຫຼາຍຂຶ້ນ ອັດຕາແລກປ່ຽນ ຂອງ ທະນາຄານທຸລະກິດ (ທທກ) ຈາກ ເດືອນ ກໍລະກົດ 2024 ທີ່ເງິນກີບທຽບໂດລາອ່ອນຄ່າໄປຮອດ 22,161 ກີບ/ໂດລາ ມາເປັນ 21,522 ກີບ/ໂດລາ ແລະ ເງິນກີບ ທຽບບາດທີ່ອ່ອນ ຄ່າຮອດ 690 ກີບ/ບາດ ມາເປັນ 654.97 ກີບ/ບາດ ໃນເດືອນ 5/2025, ອັດຕາແລກປ່ຽນລະຫວ່າງອັດຕາທາງການ (ທທກ) ແລະ ອັດຕາບໍ່ເປັນທາງການ (ອັດຕາຕະຫຼາດມືດ) ຍັບເຂົ້າໃກ້ກັນ ຫຼື ບາງມື້ອັດຕາ ທທກ ສູງກວ່າຕະຫຼາດນອກ ລະບົບ ຊຶ່ງໃນເດືອນ ພຶດສະພາ 2025 ສ່ວນຕ່າງຍັບແຄບເຂົ້າເປັນ 0.29% ກີບ/ໂດລາ ຈາກ 17.28% ໃນເດືອນ 7/2024 ແລະ ກີບ/ບາດ ຍັບເຂົ້າໃກ້ກັນເປັນ 0.34% ຈາກ 4.70% ໃນເດືອນ 7/2024 ຫຼື ເວົ້າໄດ້ອີກຢ່າງໜຶ່ງແມ່ນ ອັດຕາແລກປ່ຽນເກືອບເປັນອັດຕາດຽວກັນທົ່ວລະບົບຕະຫຼາດເງິນຕາຕ່າງປະເທດ.
ທ່ານ ນາງ ວັດທະນາ ດາລາລອຍ ກ່າວຕື່ມວ່າ: ຈາກຄວາມສໍາຄັນ ແລະ ຄວາມຈໍາເປັນເພື່ອສືບຕໍ່ຮັກສາສະຖຽນລະພາບຂອງເງິນກີບ ກໍຄືການຫຼຸດຜ່ອນການ ແລກປ່ຽນເງິນຕາຕ່າງປະເທດນອກລະບົບ ໃຫ້ນັບມື້ນັບຫຼຸດລົງ. ດັ່ງນັ້ນ, ທິດທາງໃນການໃຫ້ບໍລິການ ຂອງ ຕລຕ ໃນຕໍ່ໜ້າ ຈະຄົ້ນຄວ້າການຂະຫຍາຍວັນເປີດບໍລິການຂອງ ຕລຕ ຈາກວັນຈັນ-ສຸກ ມາເປັນ ຈັນ-ອາທິດ, ຊຶ່ງຈະສາມາດ ອໍານວຍຄວາມສະດວກໃຫ້ແກ່ບໍລິການລູກຄ້າທີ່ຍັງມີຄວາມຈຳເປັນໃນການນໍາໃຊ້ເງິນຕາຕ່າງປະເທດ ແລະ ຫຼຸດຊ່ອງຫວ່າງການເຂົ້າຫາຕະຫຼາດນອກລະບົບໃຫ້ແຄບລົງ.
ຂ່າວ: ສາວລາວໃຕ້