ນາຍົກ ຊີ້ແຈງມາດຕະການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ

ໃນວັນທີ 11 ມິຖຸນາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບ ການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ການເງິນ, ເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ທີ່ ກະທົບຕໍ່ການດໍາລົງຊີວິດຂອງ ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ປະຊາຊົນບັນດາເຜົ່າ ໃນໄລຍະຜ່ານມາ.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ລັດຖະບານ ຖືເອົາການແກ້ໄຂເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ແກ້ໄຂໜີ້ສິນ ເປັນ ວຽກບູລິມະສິດໃນວຽກຈຸດສຸມ ແຕ່ນີ້ຮອດໝົດປີ 2025, ວຽກຈຸດສຸມ ແລະ ມາດຕະການລະອຽດ ຄະນະ 19 ກມສພ ໄດ້ລາຍງານຕໍ່ກົມການເມືອງສູນກາງພັກ ຮັບຮອງ ແລະ ຊີ້ນໍາ ລະອຽດແລ້ວ ແລະ ແຕ່ລະເດືອນ ຄະນະສະເພາະກິດ 19/ກມສພ ໄດ້ຈັດປະຊຸມຕີລາຄາການຈັດຕັ້ງປະຕິບັດ ແລະ ລາຍງານຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກເປັນປົກກະຕິ. ຊຶ່ງໃນໂອກາດຊີ້ແຈງ ທ່ານ ນາຍົກລັດຖະມົນຕີ ໄດ້ຍົກບາງວຽກຈຸດສຸມ, ບາງມາດຕະການ ແລະ ວິທີການປະຕິບັດຈໍານວນໜຶ່ງຄື:
1. ຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ໃຫ້ມີຄວາມສະຖຽນ ແລະ ສູ້ຊົນໝົດປີ 2025 ໃຫ້ຕົວເລກເງິນເຟີ້ຫຼຸດລົງເປັນ 1 ຕົວເລກ (ອັນນີ້ກໍຍັງເປັນສິ່ງທ້າທາຍສົມຄວນ);
2. ຍູ້ແຮງການຜະລິດພາຍໃນ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກໃຫ້ແຂງແຮງ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າ ແລະ ການໄຫຼອອກເງິນຕາຕ່າງປະເທດ;
3. ນໍາໃຊ້ມາດຕະການຕ່າງໆ ເພື່ອເພີ່ມຄັງສຳຮອງເງິນຕາຕ່າງປະເທດ ໃຫ້ຫຼາຍຂື້ນ ເພື່ອຫຼຸດຜ່ອນຄວາມກົດດັນທາງດ້ານອັດຕາແລກປ່ຽນ ແລະ ອັດຕາເງິນເຟີ້ ແລະ ຄັງສະສົມແຫ່ງຊາດ ໃຫ້ ເພີ່ມຂຶ້ນຕື່ມ;
4. ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດໃຫ້ຫຼຸດລົງກວ່າເກົ່າ, ຫຼຸດຄວາມແຕກ ໂຕນ ທີ່ບໍ່ສົມເຫດສົມຜົນ ລະຫວ່າງ ລາຄາຊື້ ແລະ ລາຄາຂາຍ ຂອງພໍ່ຄ້າຄົນກາງ; ພ້ອມກັນນັ້ນ ຈະໄດ້ທົບທວນຄືນລາຄາໄຟຟ້າ ສໍາລັບກຸ່ມເປົ້າໝາຍຄົວເຮືອນທີ່ມີລາຍຮັບຕໍ່າ ແນໃສ່ແກ້ໄຂບັນຫາຄ່າ ຄອງຊີບຂອງປະຊາຊົນ ແລະ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ໃຫ້ດີຂຶ້ນ;
5. ສຸມໃສ່ເກັບລາຍຮັບງົບປະມານຕາມຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນດ້ວຍການຍູ້ແຮງ ການຫັນເປັນທັນສະໄໝ ໂດຍສະເພາະການເກັບລາຍຮັບພາສີ-ອາກອນຢູ່ດ່ານສາກົນ, ການເກັບລາຍ ຮັບຄ່າທໍານຽມ ແລະ ຄ່າບໍລິການ, ລາຍຮັບຈາກທີ່ດິນ...ຄຽງຄູ່ກັນນັ້ນ ກໍຈະໄດ້ເອົາໃຈໃສ່ ຄຸ້ມຄອງ ລາຍຈ່າຍງົບປະມານແຫ່ງລັດ ຢ່າງເຂັ້ມງວດ ແລະ ບົນຈິດໃຈປະຢັດ;
6. ສຸມໃສ່ແກ້ໄຂໜີ້ສິນຕ່າງປະເທດ ໃຫ້ຊຳລະໄປຕາມສັນຍາ ແລະ ເຈລະຈາກັບບັນດາ ປະເທດເຈົ້າໜີ້ຈໍານວນໜຶ່ງ ເພື່ອດັດປັບໂຄງສ້າງໜີ້, ສັງລວມແລ້ວ ລັດຖະບານ ຕ້ອງຮັບປະກັນບໍ່ໃຫ້ ປະເທດເຮົາຕົກເປັນປະເທດທີ່ບໍ່ສາມາດຊຳລະໜີ້ໄດ້. ພ້ອມກັນນັ້ນ ກໍສຸມໃສ່ແກ້ໄຂໜີ້ສິນໂຄງການ ລົງທຶນຂອງລັດ ຊຶ່ງນອກຈາກໃຫ້ບູລິມະສິດໃນການຈັດສັນແຫຼ່ງທຶນປົກກະຕິແລ້ວ ລັດຖະບານຍັງ ສຸມງົບປະມານບ້ວງເງິນເກີນແຜນຂອງສູນກາງ ແລະ ທ້ອງຖິ່ນ ເພື່ອມາແກ້ໄຂໜີ້ສິນແບບມີສ່ວນຫຼຸດ ຕື່ມອີກ ໂດຍຈະເອົາງົບບ້ວງເກີນແຜນ2024 ພຸດຂອງສູນກາງສ່ວນໜຶ່ງ (500-800 ຕື້ກີບ);
7. ສຸມໃສ່ແກ້ໄຂບັນຫ້າລົດເຖື່ອນ, ການລັກລອບຂຸດຄົ້ນແຮ່ທາດ, ການລັກລອບຕັດໄມ້ ແລະ ຂຸດຄົ້ນຊັບພະຍາກອນແຮ່ທາດ ທີ່ບໍ່ຖືກຕ້ອງ ໂດຍໄດ້ມອບໃຫ້ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ເປັນຫົວໜ້າຄະນະ (ຄະນະ 47/ນຍ), ຊຶ່ງຄະນະດັ່ງກ່າວ ພວມສຸມໃສ່ແກ້ໄຂເປັນແຕ່ລະກໍລະນີ.
ຂ່າວ: ສາວລາວໃຕ້