ກະຊວງ ອຄ ຊີ້ແຈງ ການເໜັງຕີງປັບຂຶ້ນລາຄາສິນຄ້າ ແລະ ມາດຕະການແກ້ໄຂ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 10 ມິຖຸນາ 2025, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ ຊີ້ແຈງເຖິງສະຖານການລາຄາສິນຄ້າທີ່ມີການເໜັງຕີງປັບຂຶ້ນ ແລະ ມາດຕະການແກ້ໄຂ.

ທ່ານ ມະໄລທອງ ກົມມະສິດ ຊີ້ແຈງວ່າ: ລາຄາສິນຄ້າໂດຍລວມ ເພີ່ມຂຶ້ນເລັກໜ້ອຍ ໃນນັ້ນ, ສິນຄ້າຄວບຄຸມຕາມບັນຊີ (ກ) ມີບາງລາຍການເພີ່ມຂຶ້ນ ເຊັ່ນ: ເຂົ້າເປືອກ, ເຂົ້າສານຈ້າວ, ຊີ້ນໝູ, ໄກ່ພັນປອກ ແລະ ປານິນ ຖ້າທຽບໃສ່ 1 ເດືອນຜ່ານມາ ເພີ່ມຂຶ້ນ 0.1%-2.4% ແລະ ຖ້າທຽບໃສ່ເດືອນດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 2.8%-13.4%. ສາເຫດທີ່ລາຄາສິນຄ້າເພີ່ມຂຶ້ນ ໂດຍລວມ ຍ້ອນຫຼາຍປັດໄຈ ຂຶ້ນກັບແຕ່ລະປະເພດສິນຄ້າ, ແຕ່ໂດຍພື້ນຖານ ພົວພັນກັບຕົ້ນທຶນການຜະລິດ, ການຈໍລະຈອນສິນຄ້າ, ຄວາມສ່ຽງໃນຕະຫຼາດ, ກຳໄລຜູ້ປະກອບການ ແລະ ການປ່ຽນບາງນະໂຍບາຍ ຫຼື ລະບຽບການທີ່ກ່ຽວຂ້ອງຖືກຖ່າຍທອດຜ່ານລາຄາສິນຄ້າ ໄປຍັງຜູ້ຊື້ ຫຼື ຜູ້ຊົມໃຊ້ສຸດທ້າຍ.
ລັດຖະມົນຕີ ກະຊວງ ອຄ ຍັງໄດ້ຍົກຕົວຢ່າງ ການເພີ່ມຂຶ້ນຂອງລາຄາຊີ້ນໝູ ຢູ່ນະຄອນຫຼວງວຽງຈັນ ໃນເດືອນເມສາ 2025 ທີ່ຜ່ານມາ ຊຶ່ງອົງການຄຸ້ມຄອງລາຄາຂັ້ນນະຄອນຫຼວງ ໄດ້ເຫັນດີໃຫ້ຂຶ້ນລາຄາຊີ້ນໝູ ເພາະຕົ້ນທຶນ ການຜະລິດໝູເພີ່ມຂຶ້ນ. ຕາມການສຶກສາ, ວິເຄາະ ແລະ ເກັບກຳຂໍ້ມູນ ຂອງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພົບວ່າ ໃນໄລຍະນີ້ ຄື: ລາຄາໝູນ້ອຍ ເພີ່ມຂຶ້ນ 6.85%, ແຮງງານເພີ່ມຂຶ້ນ 51.29%, ວັກຊິນເພີ່ມຂຶ້ນ 48%, ຄ່າໄຟຟ້າເພີ່ມຂຶ້ນ 48.78%, ມາດຕະການປ້ອງກັນພະຍາດລະຍາດເພີ່ມຂຶ້ນ 150%. ເພື່ອບໍ່ໃຫ້ການສະໜອງຊັ້ນໝູຂາດຕະຫຼາດ ແລະ ຜູ້ເຮັດການຜະລິດຢຸດເຊົາການຜະລິດ ຈຶ່ງຈຳເປັນຕ້ອງຂຶ້ນລາຄາຊີ້ນໝູ ໃນນະຄອນຫຼວງວຽງຈັນ.
ສ່ວນມາດຕະການແກ້ໄຂໃນຕໍ່ໜ້າ ຂະແໜງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ເອົາໃຈໃສ່ປະຕິບັດວຽກ ຈຸດສຸມທີ່ໄດ້ລາຍງານ ແລະ ເຮັດຜ່ານມາ ພ້ອມທັງ ສົມທົບກັບພາກສ່ວນກ່ຽວຂ້ອງ ລົງເລິກຄົ້ນຄວ້າ ແລະ ຮ່ວມກັນແກ້ໄຂ ແຕ່ລະຂອດ ຂອງຕ່ອງໂສ້ການຜະລິດ ແລະ ການສະໜອງ ໂດຍສະເພາະ ສິນຄ້າທີ່ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນ 3 ຂອດຄື:
ຂອດຕົ້ນນໍ້າ (ການເພີ່ມຜົນຜະລິດ, ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ) ແມ່ນຈະສົ່ງເສີມການຜະລິດ ແລະ ສະໜອງວັດຖຸດິບ, ແນວພັນ, ແຮງງານ, ແຫຼ່ງທຶນ (ກອງທຶນຜະລິດສິນຄ້າລາວ), ຄ່າໄຟຟ້າ, ການນໍາໃຊ້ເຄື່ອງມື, ເຕັກນິກ ການຜະລິດ, ການຂົນສົ່ງ ແລະ ອື່ນໆ.
ຂອດກາງນໍ້າ (ການປຸງແຕ່ງ ແລະ ສ້າງມູນຄ່າເພີ່ມ) ແມ່ນຈະມີການຄົ້ນຄວ້າວາງແຜນ ແລະ ສົ່ງເສີມການຮວບຮວມຜົນຜະລິດ ເພື່ອສະໜອງໃຫ້ການປຸງແຕ່ງ; ການສ້າງຄວາມເຂັ້ມແຂງໃຫ້ ຈນກ ແລະ ຜູ້ປະກອບການຜ່ານການຝຶກອົບຮົມໃນບົດບາດ ທີ່ຜູ້ຜະລິດຕ້ອງການ ເຊັ່ນ: ການນໍາໃຊ້ເຕັກໂນໂລຊີການຜະລິດ, ການຄວບຄຸມຄຸນນະພາບການປຸງແຕ່ງ; ສະໜອງເເຫຼ່ງທຶນ (ກອງທຶນ ຈນກ ແລະ ທະນາຄານທຸລະກິດ) ເພື່ອສົ່ງເສີມການຜະລິດ ແລະ ອື່ນໆ.
ຂອດປາຍນໍ້າ (ການພັດທະນາຕະຫຼາດ) ແມ່ນຈະສົ່ງເສີມການຂາຍ-ການເຂົ້າເຖິງຕະຫຼາດ ດ້ວຍນະໂຍບາຍຕ່າງໆ ເຊັ່ນ: ນະໂຍບາຍສົ່ງເສີມສິນຄ້າໜຶ່ງເມືອງ-ໜຶ່ງຜະລິດຕະພັນ ຊຶ່ງລັດຖະບານ ຫາກໍຮັບຮອງຍົກລະດັບຂໍ້ຕົກລົງເປັນດຳລັດ ໃນເດືອນຜ່ານມາ; ເຈລະຈາເອົາສິນຄ້າທີ່ມີຄຸນນະພາບ ໄປວາງຂາຍຢູ່ຮ້ານຄ້າທັນສະໄໝ (ກ໊ອກໆ ມາກ, ມີນິຍົກຊີ, ຈັບຟີ້+ ປຕທ, ເຊເວັນອີເລເວັນ... ເຊິ່ງຜ່ານມາ ກະຊວງ ອຄ ກໍ່ໄດ້ເຈລະຈາກັບບັນດາຮ້ານດັ່ງກ່າວ ເຊິ່ງໄດ້ຮັບການຮ່ວມມືທີ່ດີ ແລະ ສືບຕໍ່ເສີມຂະຫຍາຍ); ຈັດຕະຫຼາດນັດສິນຄ້າລາຄາຖືກຢູ່ສູນກາງ ແລະ ທ້ອງຖິ່ນ; ສ້າງຄວາມຮັບຮູ້ ແລະ ສິ່ງເສີມການຂາຍສິນຄ້າຜ່ານທາງເອເລັກໂຕຼນິກ ເພື່ອຫຼຸດຂອດພໍ່ຄ້າຄົນກາງ.

ຂ່າວ: ສາວລາວໃຕ້