ຮອງນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງເມືອງຄູນ ແລະ ເມືອງຜາໄຊ

ໃນວັນທີ 10 ມິຖຸນາ 2025, ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ, ຜູ້ຊີ້ນຳວຽກງານຮອບດ້ານແຂວງຊຽງຂວາງ ໄດ້ເຄື່ອນໄຫວພົບປະໂອ້ລົມ ຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງ ເມືອງຄູນ ແລະ ເມືອງຜາໄຊ ແຂວງຊຽງຂວາງ ເຊິ່ງຕິດຕາມຄະນະທ່ານຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ຢູ່ສອງເມືອງດັ່ງກ່າວ ມີທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະນຳ ແລະ ຜູ້ຕາງໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ.
ໃນໂອກາດພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງເມືອງຄູນ, ທ່ານ ຄຳຫຼ້າ ສີດວງໄຊ, ເຈົ້າເມືອງໆຄູນ ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວເມືອງຄູນ ສາມາດຮັກສາໄດ້ຄວາມສະຫງົບ, ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງດ້ານສັງຄົມໄດ້ໂດຍພື້ນຖານ; ເສດຖະກິດຂະຫຍາຍຕົວ ໃນລະດັບ 4,7%, ສະເລ່ຍລາຍຮັບຕໍ່ຫົວຄົນ ໄດ້ 16 ລ້ານກວ່າກີບ; ສາມາດຜະລິດເຂົ້າໄດ້ທັງໝົົດ 11 ພັນກວ່າໂຕນ; ມີສະຫະກອນ 5 ກຸ່ມ ແລະ ກຸ່ມການຜະລິດ 20 ກຸ່ມ, ຫຼາຍຄອບຄົວ ໄດ້ກາຍເປັນຕົວແບບທາງດ້ານການຜະລິດກະສິກໍາ ເຊິ່ງເດັ່ນກວ່າໝູ່ແມ່ນກຸ່ມປູກພືດຜັກ ສາມາດສົ່ງພືດຜັກອອກຕ່າງເມືອງ ແລະ ຕ່າງແຂວງ ສະເລ່ຍ 42 ໂຕນ/ມື້; ທົ່ວເມືອງມີເສັ້ນທາງເຂົ້າເຖິງບ້ານ ກວມ 100% ໂດຍມີທາງປູຢາງ ແລະ ປູແຮ່ເພີ່ມຂຶ້ນ; ລະບົບໂທລະຄົມ-ການສື່ສານ ໄດ້ຮັບການພັດທະນາເປັນກ້າວໆ ກວມ 97% ຂອງພື້ນທີ່ໃນທົ່ວເມືອງ; ບ້ານທີ່ໄດ້ຊົມໃຊ້ໄຟຟ້າກວມ 98,6%; ມີບ້ານສາທາລະນະສຸກແບບຢ່າງ ກວມ 97,36%; ການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາແບບຍືນຍົງ (SDGs) ໃນຈໍານວນ 11 ຕົວຊີ້ວັດ ສາມາດບັນລຸ 11 ຕົວຊີ້ວັດ ກວມ 100%; ມີບ້ານວັດທະນະທຳ ກວມ 86,6% ຂອງຈໍານວນບ້ານທັງໝົດ; ໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກເມືອງ ໃນເດືອນເມສາ ທີ່ຜ່ານມາ, ເຊິ່ງກອງປະຊຸມໄດ້ຮັບຮອງເອົາຄະນະບໍລິຫານງານພັກເມືອງທັງໝົດ 27 ສະຫາຍ, ຍິງ 3 ສະຫາຍ, ຄະນະປະຈຳພັກເມືອງ 9 ສະຫາຍ.
ສ່ວນຢູ່ເມືອງຜາໄຊ, ທ່ານ ຄຳຫຼ້າ ແກ້ວດາວັນ, ເຈົ້າເມືອງໆຜາໄຊ ໄດ້ລາຍງານໃຫ້ຊາບວ່າ: ຄະນະບໍລິຫານງານພັກ ໄດ້ຖືສໍາຄັນໃນການນໍາພາດ້ານການເມືອງ-ແນວຄິດ ໂດຍໄດ້ນຳເອົາແນວທາງ, ນະໂຍບາຍ, ມະຕິຂອງພັກ ແລະ, ກົດໝາຍຂອງລັດ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ປະຊາຊົນ ຄະນະພັກແຕ່ລະຂັ້ນ ເຮັດໃຫ້ທົ່ວເມືອງສືບຕໍ່ມີຄວາມໜັກແໜ້ນທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອບໂດຍພື້ນຖານ; ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6%, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ເກືອບ 12 ລ້ານກີບ; ການເກັບລາຍຮັບເຂົ້າງົບປະມານໄດ້ 565 ລ້ານກວ່າກີບ ເທົ່າກັບ 22% ຂອງແຜນການປີ; ການປະຕິບັດຄາດໝາຍດ້ານການພັດທະນາ (SDGs) ເຊິ່ງໃນຂະແໜງສຶກສາ ໃນ 15 ຕົວຊີ້ວັດ ແມ່ນບັນລຸແລ້ວ 11 ຕົວຊີ້ວັດ, ສ່ວນຄາດໝາຍດ້ານສາທາລະນະສຸກ ໃນ 11 ຕົວຊີ້ວັດ ແມ່ນບັນລຸແລ້ວ 10 ຕົວຊີ້ວັດ; ທ່າແຮງຂອງເມືອງ ໄດ້ຖືເອົາການລ້ຽງສັດໃຫຍ່ (ງົວ, ຄວາຍ) ແລະ ປູກເຂົ້ານາປີ ໂດຍສະເພາະ ເຂົ້າໄກ່ນ້ອຍ ເປັນບູລິມະສິດ; ໄດ້ສໍາເລັດຂອງອົງຄະນະພັກເມືອງ ໃນເດືອນມີນາ ທີ່ຜ່ານມາ ເຊິ່ງກອງປະຊຸມໄດ້ຮັບຮອງເອົາຄະນະບໍລິຫານງານພັກເມືອງທັງໝົດ 25 ສະຫາຍ, ຍິງ 3 ສະຫາຍ, ຄະນະປະຈຳພັກເມືອງ 7 ສະຫາຍ.
ໃນໂອກາດພົບປະໂອ້ລົມຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ຢູ່ເມືອງຄູນ ແລະ ເມືອງຜາໄຊ ໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ສອງເມືອງດັ່ງກ່າວເອົາໃຈໃສ່ຕື່ມໃນບາງດ້ານ ເປັນຕົ້ນ: ສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ພາຍໃນເມືອງຂອງຕົນ ໃຫ້ມີຄວາມສະຫງົບຕໍ່ເນື່ອງ, ເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ; ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສືບຕໍ່ສ້າງພະນັກງານ ນໍາພາ-ຄຸ້ມຄອງ ແລະ ວິຊາການ ໃຫ້ມີຈິດໃຈຊາດ, ມີທັດສະນະທີ່ຖືກຕ້ອງ, ຮູ້ຈັກພາລະບົດບາດໜ້າທີ່ຂອງຕົນ ແລະ ມີຄວາມຮັບຜິດຊອບສູງ, ພ້ອມທັງສົ່ງເສີມພະນັກງານ ໃຫ້ມີຫົວຄິດປະດິດສ້າງ, ມີແນວຄິດກ້າວໜ້າ, ແຂ່ງຂັນໃນການສ້າງຜົນງານຢ່າງຖືກຕ້ອງ ແລະ ເປັນຂະບວນການຢ່າງຟົດຟື້ນ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ກໍຄືຂອງແຂວງ ໃຫ້ມີຜົນສຳເລັດຕາມແຜນທີ່ກຳນົດໄວ້; ສືບຕໍ່ເອົາໃຈໃສ່ວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍໃຫ້ອົງການປົກຄອງເມືອງ ນຳເອົາບັນດາມະຕິ, ຄໍາສັ່ງ, ບົດແນະນໍາຕ່າງໆ ຂອງຂັ້ນເທິງ ໄປເຜີຍແຜ່ເຊື່ອມຊືມໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ຮັບຮູ້ເຂົ້າໃຈ ແລະ ກຳແໜ້ນ; ສືບຕໍ່ຜັນຂະຫຍາຍບັນດາມະຕິຄຳສັ່ງ, ເນື້ອໃນແຂ່ງ ຂັນຮັກຊາດ ແລະ ພັດທະນາ, ວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ໂດຍສ້າງເປັນແຜນການ, ແຜນງານ ແລະ ໂຄງການລະອຽດ; ໃຫ້ກໍາແໜ້ນ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ ບັນດາຮູບການ ແລະ ວິທີການ ໃນການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໃນແຕ່ລະໄລຍະ, ມີການກໍານົດເນື້ອໃນຂໍ້ແຂ່ງຂັນດ້ານຕ່າງໆ, ຈັດຕັ້ງເປີດຂະບວນການແຂ່ງຂັນ ດ້ວຍການກໍານົດບັນດາຄາດໝາຍສູ້ຊົນ ແລະ ໄລຍະເວລາຈັດຕັ້ງປະຕິບັດຈະແຈ້ງ, ທັງມີການປະເມີນຜົນ ແລະ ສະຫຼຸບຖອດຖອນບົດຮຽນເປັນ ປົກກະຕິໃນແຕ່ລະຂັ້ນ-ແຕ່ລະໄລຍະ ບົນພື້ນຖານເນື້ອໃນຂໍ້ແຂ່ງຂັນຕ່າງໆທີ່ວາງອອກ; ເອົາໃຈໃສ່ໃນການປຸກລະດົມຂົນຂວາຍຍາດແຍ່ງທຶນຮອນ ຈາກພາກສ່ວນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອມາພັດທະນາເມືອງຂອງຕົນ ໃຫ້ສຳເລັດຕາມຄາດໝາຍຕ່າງໆ ທີ່ວາງໄວ້; ເອົາໃຈໃສ່ຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວຢ່າງແຂງແຮງ ໂດຍສົມທົບແໜ້ນກັບຜູ້ປະກອບການ ກໍຄືທຸກພາກສ່ວນໃນສັງຄົມ, ສ້າງເງື່ອນໄຂໃຫ້ເມືອງ ມີຂະບວນການຟົດຟື້ນ, ມີສີສັນ ແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວ ນັບມື້ຫຼາຍຂຶ້ນ; ສືບຕໍ່ພົວພັນຮ່ວມມືກັບ ບັນດາປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາ ເພື່ອຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອໃນວຽກງານຕ່າງໆ.
ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ 2 ເມືອງດັ່ງກ່າວໃນຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ຍັງໄດ້ຢ້ຽມຢາມພື້ນຖານການຜະລິດກະສິກຳ ໂດຍສະເພາະ ການປູກພືດຜັກເປັນສິນຄ້າ ຂອງປະຊາຊົນຈຳນວນໜຶ່ງ ຕື່ມອີກ.
ທີ່ມາ: ກົມປະຊາສໍາພັນ ຫສນຍ.