ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ປປ ລາວ ໃຫ້ສະມາຊິກພັກພາຍໃນ ສພຊ 49 ສະຫາຍ

ເນື່ອງໃນໂອກາດ ການດໍາເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ສະພາແຫ່ງຊາດ (ສພຊ) ໃນວັນທີ 12 ມິຖຸນາ 2025 ໄດ້ມີພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (ພັກ ປປ ລາວ) ໃຫ້ສະມາຊິກພັກພາຍໃນສະພາແຫ່ງຊາດ 49 ສະຫາຍ,ເປັນກຽດປະດັບຫຼຽນໂດຍສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາແຫ່ງຊາດ, ສະຫາຍ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ກໍາມະການປະຈໍາພັກ ປະທານຄະນະກວດກາພັກ ຮອງປະທານສະພາແຫ່ງຊາດ ມີກໍາມະການຄະນະບໍລິຫານງານພັກ ອະດີດຄະນະປະຈໍາສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີຕາງໜ້າຄະນະກໍາມະການຄະນະບໍລິຫານງານພັກໄດ້ຂຶ້ນຜ່ານມະຕິຂອງຄະນະເລຂາທິການສູນກາງພັກວ່າດ້ວຍການ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປປ ລາວ ສະບັບເລກທີ 441/ຄລສພ ລົງວັນທີ 14 ມີນາ 2025 ຜ່ານລາຍຊື່ສະມາຊິກພັກທີ່ໄດ້ຮັບຫຼຽນກາລະນຶກ 70 ປີ ພັກປປ ລາວ ການປະດັບຫຼຽນກາລະນຶກໃນຄັ້ງນີ້ ມີທັງໝົດ 49 ສະຫາຍ ໃນນັ້ນ ມີສະມາຊິກພັກບໍານານ 27 ສະຫາຍ ຍິງ 7 ສະຫາຍ ສະມາ ຊິກພັກປະຈໍາ 22 ສະຫາຍ ຍິງ 4 ສະຫາຍ.
ໂອກາດດັ່ງກ່າວ ສະຫາຍ ໄຊສົມພອນ ພົມວິຫານ ໄດ້ໃຫ້ກຽດໂອ້ລົມ ເພື່ອເປັນທິດໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ບາງຕອນວ່າ: ລັດຖະທຳມະນູນມາດຕາ 53 ໄດ້ກຳ ນົດໃຫ້ສະພາແຫ່ງຊາດເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ເປັນອົງການສູງສຸດແຫ່ງອໍານາດລັດ, ສະນັ້ນ ການພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ການພິຈາລະນາຕົກລົງຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດຕ້ອງຮັບປະກັນການຜັນ ຂະຫຍາຍແນວທາງນະໂຍບາຍຂອງພັກໃຫ້ເປັນອັນລະອຽດເຂົ້າໃນກົດໝາຍ ມະຕິຂອງສະພາແຫ່ງຊາດເພື່ອກຳນົດມາດຕະການເຮັດໃຫ້ແນວທາງນະໂຍບາຍຂອງພັກໄດ້ຮັບການຈັດຕັ້ງປະຕິບັດ ທັງຮັບປະກັນການນໍາເອົາຜົນປະໂຫຍດມາສູ່ປະເທດ ຊາດ ກໍຄືປະຊາຊົນບັນດາເຜົ່າ ຄະນະບໍລິຫານງານພັກສະພາ ແຫ່ງຊາດຕ້ອງໄດ້ເພີ່ມທະວີການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະການຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ຕາມມະຕິຂອງຄະນະບໍລິຫານງານສູນກາງພັກສະບັບເລກທີ 03/ຄບສພ,ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ເຊິ່ງໄດ້ກຳນົດກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ຊຸດທີ X ດ້ວຍການຫຼຸດຜ່ອນກົງຈັກການຈັດຕັ້ງຂອງສະພາແຫ່ງຊາດທີ່ມີໃນປັດຈຸບັນໃຫ້ຍັງເຫຼືອ 5 ກຳມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ ຕໍ່ກັບວຽກງານດັ່ງກ່າວສະ ເໜີໃຫ້ຄະນະປັບປຸງກົງຈັກສຸມໃສ່ລົງເລິກຄົ້ນຄວ້າກັບທີ່ຕັ້ງ ພາລະບົດບາດ ສິດ ແລະ ໜ້າທີ່ ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ 4 ແຕ່ລະກຳ ມາທິການທີ່ເປັນເປົ້າໝາຍໂຮມເຂົ້າກັນ ເພື່ອຈັດວາງຄືນໃໝ່ໃຫ້ມີຄວາມສອດຄ່ອງກັບວຽກງານໃນໄລຍະໃໝ່ ຮັບປະກັນໃຫ້ກົງຈັກການຈັດຕັ້ງມີຄວາມກະທັດຮັດ ການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ.
ຂ່າວ: ສາວລາວໃຕ້