ສພຊ ສະເໜີໃຫ້ລັດຖະບານ ຄົ້ນຄວ້າຄືນລາຄາໄຟຟ້າ ແລະໂຈະການພິຈາລະນາໂຄງການແຮ່ທາດໃໝ່

ອີງຕາມບົດສັງລວມຄໍາເຫັນຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຕໍ່ການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ຕໍ່ກັບບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025. ໃນນັ້ນ ສະເພາະຂົງເຂດພະລັງງານ ແລະ ບໍ່ແຮ່ ທ່ານໄດ້ມີບາງຄໍາເຫັນເພີ່ມເຕີມແລະ ສະເໜີໃຫ້ລັດຖະບານພິຈາລະນາ-ຄົ້ນຄວ້າຄືນ ບາງບັນຫາຫຼັກດັ່ງນີ້:

1) ສະເໜີໃຫ້ລັດຖະບານ ພິຈາລະນາ-ຄົ້ນຄວ້າຄືນ ກ່ຽວກັບການກຳນົດນະໂຍບາຍ ແລະ ໂຄງສ້າງລາ ຄາໄຟຟ້າ ທີ່ນໍາໃຊ້ໃນປັດຈຸບັນ ເຫັນວ່າ ມີລາຄາສູງເກີນໄປ ເຮັດໃຫ້ມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການຜະລິດໃນພາກກະສິກຳ ແລະ ອຸດສາຫະກຳ ຂອງຫົວໜ່ວຍທຸລະກິດຂະໜາດນ້ອຍ-ຂະໜາດກາງ ເພື່ອສົ່ງເສີມການຜະລິດພາຍໃນ ແລະ ຮັກສາບໍ່ໃຫ້ ທຸລະກິດ, ໂຮງຈັກໂຮງງານຕ່າງໆ ປິດຕົວລົງ;
2) ການລົງທຶນຂອງພາກເອກະຊົນ ສະມາຊິກສະພາແຫ່ງຊາດ ເຫັນວ່າ ລັດຖະບານ ສາມາດດຶງດູດການ ລົງທຶນຈາກນັກລົງທຶນຕ່າງປະເທດ ເປັນຕົ້ນ ການຂຸດຄົ້ນແຮ່ທາດ ແມ່ນມີຈຳນວນເພີ່ມຂຶ້ນ, ສືບຕໍ່ຄົ້ນຄ້ວາ, ປະ ເມີນນະໂຍບາຍ, ກົນໄກມອບເງິນໃຫ້ລັດຖະບານກ່ອນ ແລ້ວຈຶ່ງແລກປ່ຽນຕື່ມກນອະນຸຍາດຂຸດຄົ້ນແຮ່ທາດ, ຕໍ່ ໄປຄວນປະຕິບັດຕາມກົດໝາຍ, ແຕ່ການຄຸ້ມຄອງຍັງບໍ່ທັນເຂັ້ມງວດຕາມກົດໝາຍ, ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ, ສັງຄົມ; ສ້າງຄວາມຫຍຸ້ງຍາກຕໍ່ການດຳລົງຊີວິດ ແລະ ທຳການຜະລິດຂອງປະຊາຊົນ ໃນ ການນໍາໃຊ້ທີ່ດິນ, ປ່າໄມ້, ແຫຼ່ງນໍ້າ ຈຶ່ງສະເໜີໃຫ້ລັດຖະບານ ຊອກແຫຼ່ງລາຍຮັບອື່ນເພີ່ມເຕີມ ແລະ ບໍ່ມີຜົນ ກະທົບຕໍ່ປະຊາຊົນ;
3) ສະເໜີໃຫ້ລັດຖະບານ ໂຈະການພິຈາລະນາໂຄງການແຮ່ທາດໃໝ່ທຸກປະເພດ (ແຮ່ໂລຫະ, ແຮ່ອະ ໂລຫະ ແລະ ແຮ່ຫີນທຸກຊະນິດທີ່ບໍ່ແມ່ນຫີນຮັບໃຊ້ໃນການກໍ່ສ້າງ), ສຸມໃສ່ ຕິດຕາມກວດກາ ແລະ ປະເມີນ ໂຄງການທີ່ໄດ້ຮັບອະນຸຍາດຜ່ານມາ, ໂຄງການມີຄວາມຄືບໜ້າຊ້າ, ບໍ່ປະຕິບັດຕາມສັນຍາ, ສົ່ງຜົນກະທົບດ້ານລົບ ຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ແມ່ນ ຕ້ອງນໍາໃຊ້ມາດຕະການຕາມກົດໝາຍກຳນົດ ຢ່າງເດັດຂາດ;
4) ກວດກາຄືນກົນໄກການຈັດເກັບລາຍຮັບ ຈາກໂຄງການພັດທະນາດ້ານແຮ່ທາດ ເຂົ້າງົບປະມານແຫ່ງລັດ ເນື່ອງຈາກວ່າໃນໄລຍະຜ່ານມາ ໄດ້ມີການອະນຸຍາດໃຫ້ຈັດຕັ້ງປະຕິບັດຫຼາຍໂຄງການ ແຕ່ການເກັບພັນທະ ເຂົ້າງົບປະມານຂອງລັດ ຈຳນວນໜຶ່ງຍັງບໍ່ທັນປະຕິບັດໄດ້ ຕາມກົດໝາຍກຳນົດ.

ຂ່າວ: ສາວລາວໃຕ້