ນາຍແບບບຣາຊິນລົ້ມໝົດສະຕິເທິງເວທີ ກ່ອນເສຍຊີວິດຢູ່ໂຮງໝໍ

ເກີດເຫດນາຍແບບອາຍຸ 26 ປີ ລົ້ມຂະນະໝຸນໂຕລົງໄປ ນອນໝົດສະຕິທີ່ງານເຊົາເປົາໂລ ແຟຊັນວີກກ່ອນເສຍຊີວິດທີ່ໂຮງໝໍ.

ເມື່ອວັນທີ 27 ເມສາ 2019  ທີ່ຜ່ານມາທີ່ງານເຊົາເປົາໂລແຟຊັນວີກປະເທດບຣາຊິນ ເກີດເຫດທາເລສ ຊໍເຣສ ຫຼື ລູໂຕນາຍແບບໜຸ່ມ ຊາວບຣາຊິນໄວ 26 ປີ ລົ້ມຍ້ອນ ຂ້າງກັບເຊືອກເກີບຂະນະເດິນແບບ ແລະລົ້ມລົງຂະນະໝຸນໂຕຍ່າງກັບແລະລົງໄປນອນລົ້ມຂວໍ້າເທິງແຄັດ ວອກ.ສື່ທ້ອງຖິ່ນລະບຸວ່າຕອນທຳ ອິດຜູ້ຊົມຄິດວ່າການລົ້ມເປັນສ່ວນ ໜຶ່ງຂອງການເດີນແບບກ່ອນທີ່ຈະມີໜ່ວຍແພດເຂົ້າມາຊ່ວຍເຫຼືອຊຶ່ງສ້າງຄວາມຕົກໃຈໃຫ້ກັບນາຍແບບນາງແບບແລະທຸກຄົນທີ່ຢູ່ໃນງານດັ່ງກ່າວ.ດ້ານຜູ້ຈັດງານເຊົາເປົາ ໂລແຟຊັນວີກ ໄດ້ອອກຖະແຫຼງການລະບຸວ່າ ທາເລສ ຊໍເຣສ ຫຼື ລູໂຕບໍ່ສະບາຍກະທັນຫັນກ່ອນຈະ ເສຍຊີວິດໃນເວລາຕໍ່ມາທີ່ໂຮງໝໍໃນລະຫວ່າງການເດີນແບບມື້ສຸດ ທ້າຍຂອງງານ ໂດຍບໍ່ເປີດເຜີຍສາ ເຫດຂອງການເສຍຊີວິດ. ຢ່າງໃດກໍຕາມທີມງານທຸກຄົນຕື່ນຕົກໃຈ  ແລະເສຍໃຈກັບການຈາກໄປຢ່າງ ກະທັນຫັນແລະຂໍສະແດງຄວາມ ເສຍໃຈຕໍ່ຄອບຄົວຂອງທາເລສ ຊໍ ເຣສ ຫຼື ລູໂຕ.