ບົດ​ຮຽນ​ຂອງ​ຈີນ​ໃນ​ການ​ຊີ້​ນຳ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ​ຈະ​ເປັນ​ບົດ​ຮຽນ​ທີ່​ມີ​ປະ​ໂຫຍດ​ຕໍ່​ປະ​ເທດ​ລາວ

ນັບ​ຕັ້ງແຕ່​ປີ 1953 ເປັນ​ຕົ້ນ​ມາ, ຈີນ​ໄດ້​ສ້າງ ແລະ ປະ​ຕິ​ບັດ​ແຜນ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ 14 ຄັ້ງ​ຢ່າງ​ສຳ​ເລັດ​ຜົນ​, ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ປະ​ຈັກ​ຕາ​ຊາວ​ໂລກ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຍົກ​ສູງ​ກຳ​ລັງ​ສັງ​ລວມ​ແຫ່ງ​ຊາດ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ​ອື່ນໆ, ໄດ້​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຢ່າງວ່ອງ​ໄວ ແລະ ຮັກ​ສາ​ສະ​ຖຽນ​ລະ​ພາບ​ໃນ​ສັງ​ຄົມ​ເປັນ​ເວ​ລາ​ຍາວ​ນານ. ການ​​ນຳ​ພາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ດ້ວຍ​ການສ້າງ ແລະ ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ, ໄດ້​ກາຍ​ເປັນ​ຈຸດ​ພິ​ເສດ​ອັນ​ພົ້ນ​ເດັ່ນ​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ແລະ ​ເປັນ​ສິ່ງສຳ​ຄັນ​ທີ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ໄດ້​ຖອດ​ຖອນ​ເອົາ​ບົດ​ຮຽນ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ.

​ລາວເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຂອງ​ຈີນ, ໃນ​ຊຸມ​ປີ​ຜ່ານ​ມາ​ນີ້​ລາວ​ພະ​ຍາ​ຍາມຊອກ​ຫາ​ເສັ້ນ​ທາງ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ​ໃນ​ຂະ​ບວນ​ການ​ພັດ​ທະ​ນາ. ໃນ​ຂະ​ບວນ​ການ​ນີ້, ທັດ​ສະ​ນະ ວິ​ທີ​ການ ແລະ ຜົນ​ສຳ​ເລັດ​ຈາກ​ພຶດ​ຕິ​ກຳຕົວ​ຈິງໃນ​ການ​​ປະ​ຕິ​ບັດ​ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ 5 ປີ​​ຂອງ​ຈີນໄດ້​ເປັນ​ບົດ​ຮຽນ​ທີ່​ມີ​ປະ​ໂຫຍດ​ຕໍ່​ປະ​ເທດ​ລາວ.

ໃນ​ຂະ​ບວນ​ການ​ກຳ​ນົດ​ແຜນ​​ພັດ​ທະ​ນາ, ຈີນ​ໄດ້​ຍຶດ​ໝັ້ນ​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຖື​ເອົາ​ການ​ຕອບ​ສະ​ໜອງ​ຕາມ​ຄວາມຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ທີ່​ນັບ​ມື້​ເພີ່ມ​ຂຶ້ນ​ຕໍ່​ຊີ​ວິດ​​ການ​ເປັນ​ຢູ່ອັນ​ດີ​ງາມ​​ເປັນ​ຈຸ​ດ​ປະ​ສົງ​ພື້ນ​ຖານ. ປະ​ຊາ​ກອນ​ຜູ້​ທຸກ​ຍາກ 55,75 ລ້ານ​ຄົນ​​ໃນ​ເຂດ​ຊົນ​ນະ​ບົດ​ໄດ້ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກໃນ​ໄລ​ຍະ​ດຳ​ເນີນ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 13 (ແຜນ​ການ 5 ປີ​ຄັ້ງ​ທີ 13), ຮອດ​ການ​ປະ​ກັນ​ສຸ​ຂະ​ພາບ​ຂັ້ນ​ພື້ນ​ຖານ​ປົກ​​ຄຸມຫຼາຍກວ່າ 1,3 ຕື້​ຄົນ, ຜົນ​ສຳ​ເລັດ​ເຫຼົ່າ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ກຳ​ລັງ​ທີ່​ແຂງ​ແຮງ​ຂອງ​ແຜນ​​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ໃນ​ການ​ຮັບ​ປະ​ກັນ​ຊີ​ວິດ​ກາ​ນ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ໃນ​ຂະ​ນະ​ດຽວ​ກັນ​ນັ້ນ, ຜູ້​ຂຽນ​ໄດ້​ສັງ​ເກດ​ເຫັນ​ວ່າ, ໃນ​ເວ​ລາ​ກຳ​ນົດ​ແຜນ​​ພັດ​ທະ​ນາ​ຂອງ​ຕົນ, ປະ​ເທດ​ລາວໄດ້​ເນັ້ນ​ໜັກ​ເຖິງ​ການ​ຖື​ເອົາ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນ​ເປົ້າ​ໝາຍ​ແກນ​ກາງ, ສຸມ​ໃສ່​ການ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຫຼຸດ​ຜ່ອນ​ອັດ​ຕາ​​ຄວາມ​ທຸກ​ຍາກ, ເຮັດ​ໃຫ້​ໝາກ​ຜົນ​ການ​ພັດ​ທະ​ນາ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ. ຕົວ​ຢ່າງ, ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 9 (2021-2025) ຂອງ​ລາວ ໄດ້ຖື​ເອົາ​ການ​​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ເປັນ​ໜຶ່ງ​ໃນ 6 ເປົ້າ​ໝາຍ​ໃຫຍ່, ທັງ​ຖື​ເອົາ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເປັນ​ໜຶ່ງ​ໃນ​ຂົງ​ເຂດ​ຂໍ​ກຸນ​ແຈ​ທີ່​ຈະ​ບຸກ​ທະ​ລຸ​ໃນ​ແຜນ​ການ​ດັ່ງ​ກ່າວ.

​ພ້ອມ​ກັນ​ນັ້ນ, ລາວ​ກໍ​ໃຫ້​ຄວາມ​ສຳ​ຄັນ​ຕໍ່ການ​ສ້າງ​ແຜນ​​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຕາມຫຼັກ​ວິ​ທະ​ຍາ​ສາດ​ທີ່ນອນໃນ​ແຜນ​ພັດ​​ນະ​ນາ 5 ປີ​ຂອງ​ຈີນ. ຈີນ​ໄດ້​ຜ່ານ​ການ​ຊີ້​ນຳ​ຂອງ​ແຜນ​ພັດ​ທະ​ນາ ໂດຍ​ໄດ້​ສ້າງ​ລະ​ບົບ​ອຸດ​ສາ​ຫະ​ກຳ​ທີ່​ຄົບ​ວົງ​ຈອນ​ເທື່ອ​ລະ​ກ້າວ, ຫັນ​ປ່ຽນ ແລະ ຍົກ​ລະ​ດັບ​ຈາກ​ອຸ​ດ​ສາ​ຫະ​ກຳ​ການ​ຜະ​ລິດ​ແບບ​ດັ້ງ​ເດີມ​ໄປ​ສູ່​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ລະ​ດັບ​ສູງ ແລະ ອຸດ​ສາ​ຫະ​ກຳ​ໃໝ່​ທີ່​ມີ​ລັ​ກ​ສະ​ນະ​ຍຸດ​ທະ​ສາດ. ໃນ​ແຜນ​​ພັດ​ທະ​ນາ​ຂອງ​ລາວ, ໄດ້​ປະ​ສົມ​ປະ​ສານ​ກັບ​ທ່າ​ແຮງ​ດ້ານ​ຊັບ​ພະ​ຍາ​ກອນ​ຂອງ​ປະ​ເທດ​ຕົນ, ຕັ້ງ​ໜ້າ​ຊຸກ​ຍູ້ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ. ຕົວ​ຢ່າງ, ດ້ານ​ກະ​ສິ​ກຳ, ລາວ​ໄດ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ, ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ດ້ານ​ການ​ປູກ​ຝັງ​ ແລະ ບົດ​ຮຽນ​ການ​ຄຸ້ມ​ຄອງ​ທີ່​ທັນ​ສະ​ໄໝ, ຍົກ​ສູງ​ປະ​ລິ​ມານ​ການ​ຜະ​ລິດ ແລະ ຄຸນ​ນະ​ພາບ​ຂອງ​ຜະ​ລິ​ດ​ຕະ​ພັນ​ກະ​ສິ​ກຳ, ເພື່ອ​ຊຸກ​ຍູ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​​ໃນ​ດ້ານ​ກະ​ສິ​ກຳ; ​ຂົງ​ເຂດ​ພະ​ລັງ​ງານ, ໄດ້​ຕັ້ງ​ໜ້າ​ພັດ​ທະ​ນາ​ພະ​ລັງ​ງານ​ລົມ ພະ​ລັງ​ງານ​ແສງ​ຕາ​ເວັນ ແລະ ພະ​ລັງ​ງານ​ສະ​ອາດ​ອື່ນໆ ເພື່ອຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເປັນ​ປັດ​ໄຈສຳ​ຄັນ​ໃນ​ແຜນ​ພັດ​ທະ​ນາ 5 ປີ​ຂອງ​ຈີນ, ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ໃນ​ຂົງ​ເຂດການ​ຄົມ​ມະ​ນາ​ຄົມ ພະ​ລັງ​ງານ ການ​ສື່​ສານ ແລະ​ອື່ນໆ. ການ​ສ້າງ​ສຳ​ເລັດ ແລະ ເປີດ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ, ບໍ່​ພຽງ​ແຕ່​ໄດ້​ປັບ​ປຸງ​ສະ​ພາບ​ການ​ຄົມ​ມະ​ນາ​ຄົມ​ຂອງ​ລາວ​ຢ່າງຫຼວງຫຼາຍ​ເທົ່າ​ນັ້ນ, ​ຍັງ​ໄດ້​ເພີ່ມ​ແຮງ​ຂັບ​ເຄື່ອນ​ທີ່​ແຂງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ກາຍ​ເປັນ​ພຶ​ດ​ຕິ​ກຳ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ລາວ​ໃນ​ການ​ຖອດ​ຖອນ​ບົດ​ຮຽນ​ຈາກ​ຈີນ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ. ການ​ເປີດ​ນຳ​ໃຊ້​​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ, ເຮັດ​ໃຫ້​ລາວ ກັບ​ຈີນ ກໍ​ຄື​ປະ​ເທດ​ອ້ອມ​ຂ້າງ​ອື່ນໆ​ມີ​ການ​ພົວ​ພັນ​ກັນ​ຢ່າງ​ໃກ້​ຊິດກວ່າ​ເກົ່າ, ໄດ້​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ການ​ຄ້າ ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ ແລະ ການ​ຮ່ວມ​ມື​​ດ້ານເສດ​ຖະ​ກິດ​ໃນ​ພາກ​ພື້ນ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ໃນ​ແຜນ​​ພັດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ລາວ​ໄດ້​ເພີ່ມ​​ງົບ​ປະ​ມານ​ເຂົ້າ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ເຊັ່ນ: ການຄົມ​ມະ​ນາ​ຄົມ, ພະ​ລັງ​ງານ ແລະ ອື່ນໆ, ​ພ້ອມ​ນີ້​ຍັງມີ​ແຜນ​ຈະ​ກໍ່​ສ້າງ​ເຄືອ​ຂ່າຍ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສົມ​ບູນກວ່າ​ເກົ່າ, ​ເພື່ອ​ສ້າງ​ພື້ນ​ຖານ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລາວ.

ປັດ​ຈຸ​ບັນ, ຈີນ​ພວມ​ກະ​ກຽມ​ສ້າງແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີຄັ້ງ​ທີ 15, ສຳ​ລັບ​ປະ​ເທດ​ລາວ​ກໍ​ພວມ​ພິ​ຈາ​ລະ​ນາ​ແຜນ​ພັດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມ 5 ປີ​ຄັ້ງ​ທີ 10. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ທ່ານ​ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຂອງ​ຈີນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ແຜນ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມແຫ່ງ​ຊາດ, ທັງ​ກ່າວ​ວ່າ ລາວ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ, ປັບ​ປຸງ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ​ລາວ 5 ປີ​ຄັ້ງ​ທີ 10 (2026-2030) ​ໃຫ້​ສົມ​ບູນຂຶ້ນ. ເຊື່ອ​ວ່າ​ຢູ່​ບົນ​ເສັ້ນ​ທາງ​ແຫ່ງ​ການ​ຮ່ວມ​ກັນ​ກ້າວ​ໄປ​ໜ້າ, ລາວ ແລະ​ຈີນ​ຈະ​ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ, ປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ ແລະ ກຳ​ລັງ​ແຮງຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ທີ່ມາ:ວິເຄາະສະຖານະການ锐视评