ບໍລິສັດ Haitianເຄື່ອງປຸງອາຫານ ແລະ ອາຫານ ຈໍາກັດ (03288.HK) ໄດ້ເປີດຕົວຄັ້ງທໍາອິດໃນຕະຫຼາດຫຼັກຊັບຮົງກົງ ໃນວັນທີ 19 ມິຖຸນາທີ່ຜ່ານມານີ້, ກາຍເປັນບໍລິສັດເຄື່ອງປຸງອາຫານເຈົ້າທໍາອິດທີ່ໄດ້ເປີດຕົວໃນຕະຫຼາດຫຼັກຊັບຮົງກົງທັງ A-share ແລະ H-share.
ສໍານັກຂ່າວຊິນຮວາ ລາຍງານ: ຮຸ້ນຂອງບໍລິສັດໄດ້ເພີ່ມຂຶ້ນຫຼາຍກວ່າ 3 % ໃນເວລາເປີດຕົວໃນຕະຫຼາດ, ສົ່ງຜົນໃຫ້ມູນຄ່າຕະຫຼາດທັງໝົດສູງກວ່າ 400 ຕື້ຢວນ, ເຮັດໃຫ້ບໍລິສັດ Haitian ຂຶ້ນເປັນວິສາຫະກິດເຄື່ອງປຸງອາຫານທີ່ມີມູນຄ່າສູງທີ່ສຸດໃນໂລກ.
ລາຄາ IPO ຢູ່ທີ່ 36.3 ໂດລາຮົງກົງຕໍ່ຮຸ້ນ, ມີ 279 ລ້ານຮຸ້ນຂາຍອອກ, ລະດົມທຶນໄດ້ 1.48 ຕື້ໂດລາສະຫະລັດ. ນີ້ບໍ່ພຽງແຕ່ເປັນ IPO ທີ່ໃຫຍ່ທີ່ສຸດໃນອຸດສາຫະກໍາສິນຄ້າບໍລິໂພກທົ່ວໂລກໃນປີ 2025, ແຕ່ຍັງສ້າງສະຖິຕິການເງິນໃນອຸດສາຫະກໍາເຄື່ອງປຸງອາຫານທົ່ວໂລກໃນຊ່ວງ 25 ປີທີ່ຜ່ານມາອີກດ້ວຍ.
IPO ນີ້ສະແດງໃຫ້ເຫັນຄວາມໝັ້ນໃຈຂອງນັກລົງທຶນທົ່ວໂລກທີ່ມີຕໍ່ຜູ້ນໍາອຸດສາຫະກໍາເຄື່ອງປຸງອາຫານ ຂອງຈີນ, ໂດຍການສະເໜີຂາຍຮຸ້ນຕໍ່ສະທາລະນະຄັ້ງທໍາອິດໃນຮົງກົງມີຜູ້ຈອງຊື້ເກີນກວ່າ 918.2 ເທົ່າ. ການສະເໜີຂາຍຮຸ້ນສາກົນມີຜູ້ຈອງຊື້ເກີນກວ່າ 22.9 ເທົ່າ ແລະ ສໍາເລັດການຂາຍກ່ອນກໍານົດ.
ນັກລົງທຶນທີ່ສໍາຄັນ ເຊັ່ນ: HHLR Advisors, Ltd., GIC Private Limited ແລະ UBS Asset Management (Singapore) Ltd. ເປັນຜູ້ໃຫ້ການສະໜັບສະໜູນເງິນທຶນໃນການຈອງຊື້ລວມມູນຄ່າເກືອບ 4.7 ຕື້ໂດລາຮົງກົງ, ຄິດໄລ່ໄດ້ເກືອບເຄິ່ງໜຶ່ງຂອງມູນຄ່າການຂາຍອອກຮຸ້ນທັງໝົດ.
ຕາມລາຍງານລະບຸວ່າ ເງິນທຶນທີ່ລະດົມໄດ້ໃນຄັ້ງນີ້ ສ່ວນໃຫຍ່ຈະນໍາໄປໃຊ້ໃນການພັດທະນາຜະລິດຕະພັນທີ່ແນໃສ່ສຸຂະພາບ ແລະ ສອດຄ່ອງກັບເທຮນຊັ້ນ, ການວິໄຈ ແລະ ການພັດທະນາໃນເຕັກໂນໂລຊີການໝັກເປັນເກນຫຼັກ, ການສ້າງພື້ນຖານໂຄງລ່າງດ້ານການວິໄຈ ແລະ ການພັດທະນາໃນທົ່ວໂລກ, ການຍົກລະດັບຍີ່ຫໍ້ໃນທົ່ວໂລກ ແລະ ການຂະຫຍາຍເຄືອຂ່າຍການຈຳໜ່າຍ, ລວມທັງເພີ່ມທະວີຄວາມສາມາດຂອງຕ່ອງໂສ້ການສະໜອງຢູ່ຕ່າງປະເທດ.
ຕາມລາຍງານ ບໍລິສັດໄດ້ສ້າງຜະລິດຕະພັນແບບປະສົມປະສານທີ່ຄົບຮອບດ້ານທີ່ສຸດຂອງອຸດສາຫະກໍາ ໂດຍກວມເອົາຜະລິດຕະພັນຫຼາຍກວ່າ 1,400 SKUs. 7 ຜະລິດຕະພັນຫຼັກຂອງບໍລິສັດໄດ້ສ້າງຍອດການຂາຍຕໍ່ປີເກີນ 1 ຕື້ຢວນ. ບໍລິສັດເປັນຜູ້ນໍາໃນຕະຫຼາດພາຍໃນປະເທດ ດ້ວຍສ່ວນແບ່ງການຕະຫຼາດຫຼາຍກວ່າຄູ່ແຂ່ງທີ່ໃກ້ທີ່ສຸດຫຼາຍກ່ວາສອງເທົ່າ.
ອີງຕາມການຄາດຄະເນຂອງ Frost & Sullivan, ຕະຫຼາດເຄື່ອງປຸງອາຫານທົ່ວໂລກຄາດວ່າຈະບັນລຸເຖີງ 402.7 ຕື້ໂດລາສະຫະລັດໃນປີ 2029, ດ້ວຍອັດຕາການຂະຫຍາຍຕົວປະຈໍາປີແບບທົບຕົ້ນ (CAGR) ຢູ່ທີ່ 6.2 % ຕັ້ງແຕ່ປີ 2024 ຫາປີ 2029. ຕະຫຼາດທີ່ເກີດໃໝ່ກໍາລັງເລັ່ງການຂະຫຍາຍຕົວດັ່ງກ່າວ, ໂດຍອາຊີຕາເວັນອອກສຽງໃຕ້ ແລະ ອາເມລິກາລາຕິນອັດຕາການຂະຫຍາຍຕົວປະຈໍາປີແບບທົບຕົ້ນ (CAGR) ຢູ່ທີ່ 9.1% ແລະ 7.8% ຕາມລໍາດັບ.
ນັກວິເຄາະອຸດສາຫະກຳກ່າວວ່າ: ເສັ້ນທາງການເຕີບໂຕທີ່ເຂັ້ມແຂງນີ້ສ້າງໂອກາດທີ່ກວ້າງຂວາງໃຫ້ແກ່ການຫັນເປັນສາກົນຂອງເຄື່ອງປຸງອາຫານຂອງຈີນໄປທົ່ວໂລກ, ໄດ້ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ການພັດທະນາໃນລະດັບໂລກຂອງ Haitian ອີກດ້ວຍ.
(ຮຽບຮຽງໂດຍ: Niu Huizhe ກັບ Xinhua Silk Road, niuhuizhe@xinhua.org)