ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄວາມປອດໄພໄຊເບີ (ສະບັບສ້າງໃໝ່), ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 23 ມິຖຸນານີ້, ຊຶ່ງຮ່າງກົດໝາຍສະບັບນີ້ ປະກອບດ້ວຍ 10 ພາກ, 11 ໝວດ ແລະ 79ມາດຕາ.
ທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່າວວ່າ: ເຫດຜົນ, ຄວາມຈຳເປັນໃນການສ້າງຮ່າງກົດໝາຍສະບັບນີ້ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາດ້ານເສດຖະກິດ-ສັງຄົມຂອງປະເທດ ເຮັດໃຫ້ການຄຸ້ມຄອງເຕັກໂນໂລຊີສື່ສານຂໍ້ມູນຂ່າວສານທັນກັບສະພາບການປ່ຽນແປງໃນແຕ່ລະໄລຍະ ແລະ ເພື່ອໃຫ້ສອດຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ກົດໝາຍສະບັບນີ້ຍັງມີຄວາມສໍາຄັນໃນການສ້າງກົນໄກໃນການຄຸ້ມຄອງ ແລະ ປົກປ້ອງຂໍ້ມູນຂ່າວສານ, ຮັບປະກັນສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງຜູ້ໃຊ້ບໍລິການໃຫ້ໄດ້ຮັບຄວາມເປັນທຳ ແລະ ປອດໄພ, ພ້ອມທັງ ສ້າງພື້ນຖານທາງກົດໝາຍໃນການແຕ່ງຕັ້ງ ແລະ ເຄື່ອນໄຫວຂອງລະບົບປະຕິບັດການຄວາມປອດໄພໄຊເບີແຫ່ງຊາດ ແລະ ຍົກປະສິດທິພາບກົນໄກປະສານງານໃນການຕອບໂຕ້ເຫດສຸກເສີນໄຊເບີ ທີ່ຮ້າຍແຮງ.
ນອກຈາກນີ້, ຍັງມີຄວາມຈໍາເປັນ ໃນການກໍານົດມາດຕະການປ້ອງກັນ, ຕອບໂຕ້ເຫດການສຸກເສີນ ແລະ ກູ້ຄືນ ລະບົບໃນກໍລະນີເກີດໄພຄຸກຄາມໄຊເບີ, ສ້າງຂອບເຂດທາງກົດໝາຍສໍາລັບການຂຶ້ນທະບຽນຄວາມປອດໄພໄຊເບີ ແລະ ການດໍາເນີນທຸລະກິດຄວາມປອດໄພໄຊເປີ, ກຳນົດສິດ ແລະ ພັນທະຂອງຜູ້ຂຶ້ນທະບຽນຄວາມປອດໄພໄຊເບີ, ຜູ້ໃຫ້ ບໍລິການ ແລະ ຜູ້ໃຊ້ບໍລິການດ້ານຄວາມປອດໄພໄຊເບີ, ພ້ອມທັງສ້າງກົນໄກໃນການຄຸ້ມຄອງ ແລະ ກວດກາວຽກງານ ຄວາມປອດໄພໄຊເບີ. ການສ້າງກົດໝາຍສະບັບນີ້ຈະຊ່ວຍໃຫ້ການຈັດຕັ້ງປະຕິບັດວຽກງານຄວາມປອດໄພໄຊເບີມີ ປະສິດທິພາບ ແລະ ປະສິດທິຜົນ, ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ທ່ານ ບໍ່ວຽງຄໍາ ວົງດາລາ ໃຫ້ຮູ້ຕື່ມວ່າ: ພາຍຫຼັງກົດໝາຍບັບນີ້ ໄດ້ຜ່ານການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ ຈະເປັນເຄື່ອງມືອັນສໍາຄັນໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ປົກປ້ອງຄວາມປອດໄພໄຊເປີຂອງປະເທດ; ຈະຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ວຽກງານຄວາມປອດໄພໄຊເບີພາຍໃນປະເທດການເຊື່ອມໂຍງພາກພື້ນແລະສາກົນດ້ານດີຈີຕອນ, ໂດຍສະເພາະໃນການປົກປ້ອງໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສໍາຄັນຂອງຊາດ, ພ້ອມທັງຮັບປະກັນການປົກປ້ອງສິດ ແລະ ຂໍ້ມູນສ່ວນຕົວ ຂອງຜູ້ໃຊ້ບໍລິການ. ນອກຈາກນີ້, ຍັງຈະສົ່ງເສີມການລົງທຶນຂອງຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນຂະແໜງການເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ໂດຍສະເພາະໃນດ້ານການບໍລິການຄວາມປອດໄພໄຊເບີ; ສ້າງກົນໄກໃນການຕອບໂຕ້ເຫດການສຸກເສີນໄຊເບີ ແລະ ການກູ້ຄືນລະບົບທີ່ມີປະສິດທິພາບ, ຜ່ານການຈັດຕັ້ງລະບົບປະຕິບັດການຄວາມປອດໄພໄຊເບີແຫ່ງຊາດ ແລະ ການປະສານງານຢ່າງມີປະສິດຕິພາບໃນການຕອບໂຕ້ເຫດສຸກເສີນໄຊເບີ, ຈະຊ່ວຍເພີ່ມຄວາມພ້ອມໃນການຮັບມືກັບໄພຄຸກຄາມທາງໄຊເບີ.
ຂ່າວ: ສາວລາວໃຕ້