ປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງໂຮມວຽກງານຈໍານວນໜຶ່ງຂອງ ຖວທ ມາຂຶ້ນກັບ ຄອສພ

ພິທີປະກາດກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພາຍຫຼັງການໂຮມວຽກງານຈໍານວນໜຶ່ງຂອງກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນານີ້ ທີ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ໂດຍມີ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນາທໍາ ແລະ ທ່ອງທ່ຽວ, ມີບັນດາສະຫາຍຄະນະໂຄສະນາອົບຮົມສູນກາງ, ພ້ອມດ້ວຍພະນັກງານ-ລັດຖະກອນ ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າ ຄອສພ ປະທານສະພາທິດສະດີສູນກາງພັກ ໄດ້ຂຶ້ນຜ່ານບົດລາຍງານກະກຽມປັບປຸງການຈັດຕັ້ງ ແລະ ການໂຮມວຽກງານຈໍານວນໜຶ່ງຂອງກະຊວງ ຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບ ຄອສພ ໃນໄລຍະຜ່ານມາ ແລະ ວຽກງານຕໍ່ໜ້າບາງຕອນວ່າ: ໂຄງປະກອບກົງຈັກການຈັດຕັ້ງ ຂອງ ຄອສພ ມີ 9 ກົມ, ມີ 42 ພະແນກ, ມີພະນັກງານ-ລັດຖະກອນ ທັງໝົດ 201 ຄົນ ຍິງ 97 ຄົນ; ມີ 10 ໜ່ວຍພັກ, ສະມາຊິກພັກທັງໝົດ 234 ສະຫາຍ ຍິງ 107 ສະຫາຍ; ບັນດາກົມ ທີ່ຍົກຍ້າຍອອກຈາກກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບ ຄອສພ ຊຶ່ງກົງຈັກການຈັດຕັ້ງປະກອບມີ 1 ກົມ ຄື: ກົມສື່ມວນຊົນ ແລະ 4 ຫົວໜ່ວຍວິຊາການ ລະດັບ 1 (ທຽບເທົ່າກົມ) ຄື: ສຳນັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍ ສຽງແຫ່ງຊາດລາວ ແລະ ໜັງສືພິມພາສາຕ່າງປະເທດ; ມີພະນັກງານ-ລັດຖະກອນ ທັງໝົດ 426 ຄົນ ຍິງ 170 ຄົນ; ມີ 2 ຄະນະພັກຮາກຖານ, ມີໜ່ວຍພັກຂຶ້ນກັບ 11 ໜ່ວຍພັກ ແລະ ມີ 3 ໜ່ວຍພັກຮາກຖານ; ມີສະມາຊິກພັກ ທັງໝົດ 313 ສະຫາຍ ຍິງ 135 ສະຫາຍ. ສໍາລັບດ້ານຕັ້ງໜ້າ: ກະຊວງ ຖະແຫລງຂ່າວ,ວັດທະນາທໍາ ແລະ ທ່ອງທ່ຽວ ໄດ້ມີການນໍາພາຊີ້ນໍາ, ການຄຸ້ມຄອງ ທີ່ເປັນລະບົບ, ສາມາດເຮັດບົດບາດ, ໜ້າທີ່ຄຸ້ມຄອງມະຫາພາກກ່ຽວກັບວຽກງານຖະແຫຼ່ງຂ່າວ-ສື່ມວນຊົນ ກໍຄືການປະຕິບັດໜ້າທີ່ເປັນປາກກະບອກສຽງໃຫ້ແກ່ພັກ-ລັດ ໃນການໂຄສະນາ, ເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ກົດໝາຍ, ລະບົບການ ແລະ ອື່ນໆ ຕໍ່ພາຍໃນ ແລະ ຕ່າງປະເທດ, ທັງສ່ອງແສງສະພາຄວາມເປັນຈິງຂອງການພັດທະນາ, ຂອງປະຊາຊົນ ໄດ້ເປັນຢ່າງດີ; ສາມາດຕິດຕາມ, ກວດກາ, ຄຸ້ມຄອງ ການເຄື່ອນໄຫວຂອງອົງການສື່ມວນຊົນ, ນັກຂ່າວ, ນັກວິຊາການ ແລະ ຜູ້ປະກອບກິດຈະການສື່ມວນຊົນ. ໄດ້ໃນລະດັບອັນແນ່ນອນ; ສື່ຫຼັກຂອງລັດ (ທັງສື່ສິ່ງພິມ, ສື່ເອເລັກໂຕຣນິກ) ໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດພາລະບົດບາດ, ໜ້າທີ່ ຂອງຕົນຢ່າງເປັນເຈົ້າການ; ຕາໜ່າງຖະແຫຼ່ງຂ່າວ-ສື່ມວນຊົນ ໂດຍສະເພາະວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບ ມີສັນຍານຄົບທຸກແຂວງ, ມີລະບົບໂທລະໂຄ່ງຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງຂ່າວສານ ແລະ ການໂຄສະນາ, ເຜີຍແຜ່ ແນວທາງ, ນະໂຍບາຍ... ຂອງພັກ-ລັດຖະບານ ໄດ້ໂດຍພື້ນຖານ; ບັນດາພາຫະນະສື່ມວນຊົນ ຂອງຂະແໜງການ ແລະ ທ້ອງຖິ່ນຈໍານວນໜຶ່ງ (ປະກອບດ້ວຍໂທລະພາບ, ວິທະຍຸ, ໜັງສືພິມ...) ທີ່ເຮັດໜ້າທີ່ວຽກງານຖະແຫຼ່ງຂ່າວ-ສື່ມວນຊົນ ຂອງແຕ່ລະບ່ອນ ໄດ້ເປັນຢ່າງດີ; ມີສະມາຄົມນັກຂ່າວ ແຫ່ງ ສປປ ລາວ ເປັນການຈັດຕັ້ງວິຊາຊີບນັກຂ່າວ ເພື່ອເຄື່ອນໄຫວວຽກງານຖະແຫຼງຂ່າວ-ສື່ມວນຊົນ ຊ່ວຍພັກ-ລັດ; ພາກສ່ວນສື່ມວນຊົນ ໄດ້ປະກອບເຂົ້າໃນຄະນະກຳມະການລະດັບຊາດຕ່າງໆ ເຖິງ 15 ຄະນະກຳມະການ ກ່ຽວກັບວຽກງານຖະແຫຼ່ງຂ່າວ-ສື່ມວນຊົນ. ສື່ມວນຊົນລາວ ໄດ້ມີການພົວພັນຮ່ວມມືກັບສື່ມວນຊົນປະເທດເພື່ອນມິດຍຸດທະສາດ, ອົງການຈັດຕັ້ງສາກົນ, ເປັນພາຄີ ຫຼື ສະມາຊິກໃນອົງການຈັດຕັ້ງສື່ມວນຊົນ, ວຽກງານຖະແຫຼງຂ່າວ ແລະ ສື່ມວນຊົນ ໃນພາກພື້ນ ແລະ ສາກົນ.

ໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນເນັ້ນບາງບັນຫາສໍາຄັນວ່າ: ພາຍຫຼັງການມອບໂອນນີ້ແລ້ວ, ໃຫ້ ຄອສພ ສືບຕໍ່ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ທີ່ມີວຽກສື່ມວນຊົນ (ວຽກຖະແຫຼງຂ່າວ) ຂຶ້ນກັບນີ້ ໃຫ້ສໍາເລັດໂດຍໄວ ເພື່ອຂັບເຄື່ອນວຽກງານໃຫ້ຕໍ່ເນື່ອງ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນຂຶ້ນຕື່ມ. ສຶກສາອົບຮົມການເມືອງແນວຄິດພະນັກງານ-ລັດຖະກອນ ໃຫ້ເຂົ້າໃຈແຈ້ງຕື່ມ ກ່ຽວກັບຈຸດປະສົງ, ເປົ້າໝາຍຂອງການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ກົງຈັກກະທັດຫັດແຕ່ມີຄຸນນະພາບ. ສະນັ້ນ, ການຊັບຊ້ອນບຸກຄະລາກອນເຂົ້າໃນຕໍາແໜ່ງງານຈະຕ້ອງມີຂຶ້ນ, ມີລົງ, ມີເຂົ້າ, ມີອອກ ອັນນີ້ແມ່ນເລື່ອງປົກກະຕິ. ຊັບຊ້ອນຈັດວາງບຸກຄະລາກອນ ເຂົ້າບັນດາຕໍາແໜ່ງງານ ໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງ ຂອງພະນັກງານແຕ່ລະຄົນ; ຈັດຕັ້ງແບ່ງວຽກ, ແບ່ງງານ ແລະ ຄວາມຮັບຜິດຊອບພາຍໃນຄະນະພັກ, ຄະນະນໍາຄືນໃໝ່ ເພື່ອໃຫ້ສອດຄ່ອງຕາມໂຄງປະກອບກົງຈັກທີ່ໄດ້ປັບປຸງໃໝ່ ແລະ ດໍາເນີນຕາມລະບອບແບບແຜນການນໍາພາໃຫ້ແທດເຖິງເປັນປົກກະຕິ; ຊີ້ນໍາ ຕິດຕາມ ການປັບປຸງກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມ ຢູ່ທ້ອງຖິ່ນ ໃຫ້ສໍາເລັດ ແລະ ມີການເຄື່ອນໄຫວປະຕິບັດໜ້າທີ່ມີປະສິດທິຜົນກວ່າເກົ່າ. ປັບປຸງກົນໄກການເຄື່ອນໄຫວວຽກງານວິຊາສະເພາະໃຫ້ເປັນລະບົບໂລ່ງລ່ຽນ, ວ່ອງ ໄວ ທັນສະພາບການ (ລະຫວ່າງບັນດາກົມພາຍໃນ ຄອສພ, ລະຫວ່າງຄະນະໂຄສະນາອົບຮົມແຕ່ລະຂັ້ນ ແລະ ລະຫວ່າງຄະນະໂຄສະນາອົບຮົມ ກັບບັນດາຂະແໜງການ ກໍຄື ການຈັດຕັ້ງອື່ນໆ ໃຫ້ສອດຄ່ອງຕາມໜ້າທີ່ ແລະ ຂອບເຂດສິດ ທີ່ກໍານົດໄວ້); ສືບຕໍ່ຈັດຕັ້ງຝຶກອົບຮົມ, ບໍາລຸງ-ກໍ່ສ້າງພະນັກງານໂຄສະນາອົບຮົມ, ພະນັກງານທີ່ເຮັດວຽກງານສື່ສານມວນຊົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມຮູ້ຄວາມສາມາດສູງ, ມີຄວາມຊຳນານງານ (ມືອາຊີບ) ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການ ເມືອງ, ໂດຍເລີ່ມຈາກການຝຶກອົບຮົມວິຊາສະເພາະຢູ່ພາຍໃນເປັນຕົ້ນຕໍ; ຈັດຕັ້ງຊຸດຮຽນທິດສະດີການ ເມືອງ ຢ່າງເປັນລະບົບຕໍ່ເນື່ອງທັງຢູ່ພາຍໃນ ແລະ ຕ່າງປະເທດ;

2). ໃຫ້ ຄອສພ ສືບຕໍ່ກະກຽມດໍາເນີນກອງປະຊຸມໜ່ວຍພັກ ແລະ ກ້າວໄປເຖິງການກະກຽມດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກ ຄອສພ ໃຫ້ສໍາເລັດຕາມແຜນທີ່ຄາດໄວ້;

3) ກ່ຽວກັບວຽກສື່ມວນຊົນ (ວຽກຖະແຫຼງຂ່າວ): ຄະນະອໍານວຍການ, ຄະນະບັນນາທິການ ແລະ ພະນັກງານ-ລັດຖະກອນທັງໝົດ ຕະຫຼອດເຖິງການຈັດຕັ້ງຕ່າງໆ ເປັນຕົ້ນການ ຈັດຕັ້ງຮາກຖານພັກ ຜ່ານມາໄດ້ຂຶ້ນກັບ ແລະ ພາຍໃຕ້ການນຳພາ ຂອງຄະນະພັກກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ປັດຈຸບັນ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ, ສ່ວນສຳນັກງານບ່ອນເຮັດວຽກສ່ວນຫຼາຍແມ່ນຕັ້ງຢູ່ບ່ອນເກົ່າ ແລະ ມີບາງກົມອາດຈະສັບຊ້ອນມາຢູ່ສໍານັກງານອື່ນໃໝ່ ໃຫ້ບັນດາສະຫາຍມີຄວາມອຸ່ນອ່ຽນ ແລະ ເປັນເອກະພາບສູງ ຕໍ່ການຕົກລົງຂອງຂັ້ນເທິງ; ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ພ້ອມກັນບຸກບືນແຂ່ງຂັນປະຕິບັດໜ້າທີ່ວຽກງານໃຫ້ຕໍ່ເນື່ອງເປັນປົກກະຕິ ແລະ ມີຜົນສຳເລັດດີຂຶ້ນກວ່າເກົ່າ. ເປັນເຈົ້າການປະສານສົບທົບ ກັບພາກສ່ວນກ່ຽວຂ້ອງ ໃນການປັບປຸງບາງກົນໄກການເຄື່ອນໄຫວວຽກງານໃຫ້ເປັນເອກະພາບ. ສືບຕໍ່ຝຶກອົບຮົມ, ບໍາລຸງ, ກໍ່ສ້າງຖັນແຖວພະນັກງານ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ກໍຄືທາງດ້ານໜ້າທີ່ວິຊາສະເພາະ;

4). ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ແລະ ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງໄດ້ສືບຕໍ່ໃນການເຮັດໜ້າທີ່ການເມືອງ ດ້ານວຽກງານແນວຄິດຂອງພັກ ກໍຄື ວຽກງານໂຄສະນາຜ່ານສື່ມວນຊົນ ແລະ ວຽກງານວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ເຂັ້ມແຂງຂຶ້ນເລື້ອຍໆ ໂດຍເລີ່ມຈາກການປັບປຸງການຈັດຕັ້ງພັກ-ພະນັກງານ ຕາມທິດຫັນເຂົ້າສູ່ຄຸນນະພາບ ແລະ ທັນສະໄໝ.

ຂ່າວ-ພາບ: ວັນເພັງ