ປະກາດການຈັດຕັ້ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

        ໃນຕອນເຊົ້າວັນທີ 23 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ພາຍຫຼັງໂຮມວຽກງານຈຳນວນໜຶ່ງຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນຳ ຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ; ມີສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ບັນດາສະຫາຍກຳມະການສູນກາງພັກ, ລັດຖະມົນຕີປະຈໍາ ສນຍ; ສະຫາຍ ນາງ ລີວົງ ລາວລີ, ກຳມະການສຳຮອງສູນກາງພັກ, ຮອງລັດຖະມົນຕີ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ; ພ້ອມດ້ວຍ ບັນດາສະຫາຍຄະນະບໍລິຫານງານພັກ ຫສນຍ, ຄະນະໜ່ວຍພັກຮາກຖານ, ພະນັກງານ-ລັດຖະກອນ ຫສນຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

          ໃນໂອກາດນີ້, ສະຫາຍ ບົວຄົງ ນາມມະວົງ ໄດ້ລາຍງານໃຫ້ຊາບ ກ່ຽວກັບການກະກຽມ, ການດຳເນີນ ແລະ ຜົນໄດ້ຮັບຈາກການປັບປຸງກົງຈັກການຈັດຕັ້ງ ຫສນຍ ແລະ ທິດທາງແຜນການໃນຕໍ່ໜ້າ ເຫັນວ່າ: ໂດຍປະຕິບັດຕາມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ; ມະຕິ 05 ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງ ແລະ ຄຳແນະນຳ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 456 ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ: ຄະນະຮັບຜິດຊອບ ໄດ້ເຮັດວຽກງານການເມືອງແນວຄິດ ຂອງພະນັກງານ-ລັດຖະກອນ ໄປຄຽງຄູ່ກັບການດຳເນີນວຽກງານແຕ່ລະດ້ານ ເປັນຕົ້ນ ໄດ້ຄົ້ນຄວ້າປັບປຸງການຈັດຕັ້ງ, ປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ຫສນຍ; ໄດ້ຄົ້ນຄວ້າຜູ້ຄົບເງື່ອນໄຂ ຮັບນະໂຍບາຍອຸດໜູນບໍານານ; ໄດ້ຄົ້ນຄວ້າບັນຈຸຊັບຊ້ອນ, ຈັດວາງ ພະນັກງານຂັ້ນຫົວໜ້າກົມ, ຮອງຫົວໜ້າກົມ ຂອງບາງກົມ; ໄດ້ຂຶ້ນບັນຊີຊັບສິນຂອງລັດ ທີ່ຂຶ້ນກັບ ຫສນຍ ແລະ ພາກສ່ວນກ່ຽວຂ້ອງ. ຜ່ານການຄົ້ນຄວ້າ ແລະ ດຳເນີນການປັບປູງ ຕາມທິດກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ ໄດ້ຕົກລົງໂຮມເອົາວຽກງານ 4 ກົມ ແລະ ທຽບເທົ່າ, ພ້ອມທັັງ ບຸກຄະລາກອນ 131 ທ່ານ (ຍິງ 54 ທ່ານ) ຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ.

 ໃນໂອກາດດຽວກັນ, ທ່ານ ນາງ ລີວົງ ລາວລີ, ຮອງລັດຖະມົນຕີ, ຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ກໍ່ໄດ້ຂຶ້ນຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 215, ລົງວັນທີ 13 ມິຖຸນາ 2025 ວ່າດ້ວຍການຮັບຮອງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂອງ ຫສນຍ ເຊິ່ງປະກອບມີ 10 ກົມ ແລະ 1 ຫົວໜ່ວຍວິຊາການ ຄື: ກົມເລຂາ; ກົມຄົ້ນຄວ້າ-ສັງລວມ; ກົມຈັດຕັ້ງ ແລະ ພະນັກງານ; ກົມກວດກາ;  ກົມນິຕິກຳ; ກົມບໍລິຫານ- ພິທີການ ແລະ ການເງິນ; ກົມປະຊາສຳພັນ; ກົມແຜນທີ່ແຫ່ງຊາດ; ກົມເອກະສານແຫ່ງຊາດ; ກົມວຽກງານຊົນເຜົ່າ ແລະ ສາສະໜາ; ແລະ ຫໍປະຊຸມແຫ່ງຊາດ (ຫົວໜ່ວຍວິຊາການລະດັບ 2). ສ່ວນດ້ານບຸກຄະລາກອນ ໄດ້ຮັບຮອງ ຄື: ທ່ານ ໂຈມ ຂະທຸມພົມ ເປັນຫົວໜ້າກົມເລຂາ; ທ່ານ ຊາຍຄຳ ພຸດທະວົງ ເປັນຫົວໜ້າກົມຄົ້ນຄວ້າ-ສັງລວມ; ທ່ານ ນາງ ສຸລິກັນ ພົມມະຈັນ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ທ່ານ ວິແກ້ວ ບຸບຜາວັນ ເປັນຫົວໜ້າກົມກວດກາ; ທ່ານ ນາງ ວິລະສະຕີ ສົມບູນຂັນ ເປັນຫົວໜ້າກົມບໍລິຫານ-ພິທີການ ແລະ ການເງິນ; ທ່ານ ຄົມສັນ ໄຊຍະສານ ເປັນຫົວໜ້າກົມປະຊາສຳພັນ; ທ່ານ ນາງ ອຳມາລາ ແກ້ວໜູຈັນ ເປັນຫົວໜ້າກົມແຜນທີ່ແຫ່ງຊາດ; ທ່ານ ບຸນຍົງ ສີສຸພັນ ເປັນຫົວໜ້າກົມເອກະສານແຫ່ງຊາດ; ທ່ານ ນິມມະວົງ ອິນທະວົງ ເປັນຫົວໜ້າກົມວຽກງານຊົນເຜົ່າ ແລະ ສາສະໜາ. 

          ຫຼັງຈາກນັ້ນ, ທ່ານ ວິແກ້ວ ບຸບຜາວັນ, ຫົວໜ້າກົມກວດກາ, ຄະນະປັບປຸງກົງຈັກການຈັດຕັ້ງຂອງ ຫສນຍ ກໍ່ໄດ້ຜ່ານບັນດາຂໍ້ຕົກລົງແຕ່ງຕັ້ງ ແລະ ຊັບຊ້ອນບຸກຄະລາກອນ ຄື: ແຕ່ງຕັ້ງທ່ານ ປາດຖະໜາ ສຸກອາລຸນ ເປັນຮັກສາການຫົວໜ້າກົມນິຕິກຳ; ແຕ່ງຕັ້ງທ່ານ ສົມຄວນ ມາສຸວັນ ເປັນຫົວໜ້າຫໍປະຊຸມແຫ່ງຊາດ; ແຕ່ງຕັ້ງເລຂານຸການປະຈຳ (ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ) 01 ທ່ານ; ຊັບຊ້ອນຮອງຫົວໜ້າກົມ 8 ທ່ານ, ຍິງ 2 ທ່ານ ແລະ ແຕ່ງຕັ້ງຜູ້ຊ່ວຍວຽກເລຂານຸການປະຈໍາ (ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ) 01 ທ່ານ.

           ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ໃນການປັບປຸງກົງຈັກການຈັດຕັ້ງ ຫສນຍ ໃນຄັ້ງນີ້, ພ້ອມທັງ ຍົກໃຫ້ເຫັນ ແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ ກໍ່ຄືຈຸດປະສົງ, ເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ຂັ້ນຕ່າງໆ ໃນແຕ່ລະໄລຍະ ເວົ້າລວມ, ເວົ້າສະເພາະ ການປັບປຸງກົງຈັກການຈັດຕັ້ງ ທົ່ວລະບົບການເມືອງ ຂອງ ສປປ ລາວ ໃນຄັ້ງນີ້. ພ້ອມນີ້ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາທ່ານ ທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ ທີ່ໄດ້ອຸທິດຕົນຢ່າງສຸດກົກສຸດປາຍປະກອບສ່ວນເຂົ້າໃນພາລະກິດຕະຫຼອດໄລຍະຜ່ານ. ອັນສໍາຄັນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ມີຄໍາເຫັນເນັ້ນໜັກ ໃຫ້ເອົາໃຈໃສ່ໃນຕໍ່ໜ້າຕື່ມບາງດ້ານ ເປັນຕົ້ນ: ການປັບປຸງກົງຈັກການຈັດຕັ້ງ: ໃຫ້ຄະນະພັກ, ຄະນະນໍາແຕ່ລະຂັ້ນ ສືບຕໍ່ເປັນເຈົ້າການນໍາພາແນວຄິດ ສະມາຊິກພັກ-ພະນັກງານ ໃຫ້ມີຄວາມເຂົ້າໃຈ ແລະ ເປັນເອກະພາບສູງຕໍ່ການປັບປຸງກົງຈັກໃນຄັ້ງນີ້, ຮັກສາໄດ້ຄວາມສາມັກຄີເປັນເອກະພາບ, ຮັບປະກັນຄວາມສະຫງົບທາງດ້ານການເມືອງ ແລະ ສັງຄົມ ຢ່າງໜັກແໜ້ນ; ຍົກສູງສະຕິລະວັງຕົວຕໍ່ຄົນບໍ່ດີ; ເອົາໃຈໃສ່ປຶກສາຫາລື ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ; ສືບຕໍ່ຊີ້ນຳການປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ, ການກຳນົດຕໍາແໜ່ງງານ ແລະ ຈັດວາງສັບຊ້ອນ ພະນັກງານແຕ່ລະຂັ້ນໃຫ້ເໝາະສົມກັບໜ້າທີ່ວຽກຕົວຈິງ ເຮັດໃຫ້ກົງຈັກກະທັດຮັດ, ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສົມເຫດສົມຜົນ, ປະຕິບັດໜ້າທີ່ ທີ່ຖືກມອບໝາຍ ແລະ ບໍລິການຮັບໃຊ້ປະຊາຊົນ ຢ່າງແທ້ຈິງ; ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະຍາສາດ, ປະດິດສ້າງ, ແກ້ໄຂວຽກງານວ່ອງໄວ ແລະ ທັນການ, ຮັບປະກັນປະສິດທິຜົນ ໂດຍຫຼຸດຜ່ອນຂອດຂັ້ນ, ສິ່ງກົດໜ່ວງ, ວຽກທີ່ຊໍ້າຊ້ອນ, ຫຼຸດຜ່ອນຊ່ອງຫວ່າງ ແລະ ບັນຫາຫຍໍ້ທໍ້; ສ້າງກົງຈັກໃຫ້ເປັນລະບົບ ສາມາດຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ກົດໝາຍ ແລະ ນິຕິກໍາ ທີ່ກ່ຽວຂ້ອງ ໄດ້ເປັນຢ່າງດີ; ມີຄວາມເປັນເຈົ້າການ, ມີຄວາມສາມາດປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນ ຕາມທິດ “ຫັນເປັນມືອາຊີບ”; ສືບຕໍ່ປັບປຸງກົງຈັກ ໃຫ້ ເຄື່ອນໄຫວວຽກງານຕາມແນວທາງ, ລັດຖະທໍາມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ; ຄົ້ນຄ້ວາເພື່ອຫຼຸດຜ່ອນຄວາມສິ້ນເປືອງດ້ານຕ່າງໆ ຢ່າງສົມເຫດສົມຜົນ. ຕໍ່ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່: ສືບຕໍ່ນໍາພາກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຫສນຍ ໃຫ້ທັນຕາມກໍານົດເວລາ; ສືບຕໍ່ຍູ້ແຮງຂະບວນການດ້ານຕ່າງໆ ເປັນຕົ້ນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຕິດ ພັນກັບການປັບປຸງຄຸນນະພາບທາງດ້ານວິຊາສະເພາ; ຍູ້ແຮງຂະບວນການປະຕິບັດມະຕິ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄັມແຫ່ງຊາດ 5 ປີ ຄັ້ງທີ IX ໃນໄລຍະທ້າຍສະໄໝ ໃຫ້ແຂງແຮງ ແລະ ກາຍເປັນຂະບວນການຕົວຈິງ ຕິດພັນກັບການກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ສືບຕໍ່ດໍາເນີນຊີວິດການເມືອງ ຢ່າງເປັນປົກກະຕິ, ພາວະວິໄສ, ຍົກໃຫ້ເຫັນຈຸດອ່ອນ-ຂໍ້ຄົງຄ້າງ ເພື່ອຫາທາງແກ້ໄຂໃນຕໍ່ໜ້າ; ສືບຕໍ່ຊຸກຍູ້ກະກຽມດ້ານບຸກຄະລາກອນ ໃຫ້ມີຄວາມຮັບປະກັນ ຕາມທິດຫັນເປັນໜຸ່ມ, ໂຄງປະກອບໃຫ້ມີທັງເພດຍິງ ແລະ ຊົນເຜົ່າ, ມີມາດຕະຖານເງື່ອນໄຂຖືກຕ້ອງ, ຮັບປະກັນດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມຮູ້-ຄວາມສາມາດ ໃນການນໍາພາວຽກງານການເມືອງ ແລະ ວິຊາສະເພາະ; ເອົາໃຈໃສ່ຄັດເລືອກຜູ້ແທນສົມບູນ ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງແຕ່ລະອົງຄະນະພັກ, ລວມທັງ ຜູ້ແທນສົມບູນ-ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ຮັບປະກັນມາດຕະຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.