• ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ,
ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987–26 ມິຖຸນາ 2025) ທີ່ຈະມາເຖິງນີີ້, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ພະນັກງານລັດ-ຖະກອນ ໃນຂອບເຂດທົ່ວປະເທດ, ຖືໂອກາດນີີ້ ເປັນການຢືນຢັນຄືນເຖິງມານະຈິດທາງການເມືອງ ແລະ ຄວາມ ໝາຍໝັ້ນອັນແຮງກ້າ ຂອງວົງຄະນະຍາດສາກົນ ການຮ່ວມມືກັນ ໃນຂະບວນການຕ້ານຢາເສບຕິດແລ້ວ ຍັງເປັນໂອກາດອັນດີ ທີ່ພວກເຮົາຈະໄດ້ພ້ອມກັນ ທົບທວນ ແລະ ສັງເກດຕີລາຄາຄືນ ກ່ຽວກັບຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍສະເພາະ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ (2021-2025) ໃນ 01 ປີ ຜ່ານມາ.
• ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ!
ເປັນທີ່ຊາບກັນດີແລ້ວວ່າ, ຢາເສບຕິດ ເປັນບັນຫາໃຫຍ່ລະດັບໂລກ ທີ່ບັນດາ ປະເທດ ຕ່າງກໍ່ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາດັ່ງກ່າວ. ປັດຈຸບັນ, ຢູ່ປະເທດເຮົາ ກໍ່ພວມປະເຊີນກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດເຊັ່ນກັນ, ເຊິ່ງໄດ້ແຜ່ລະບາດໄປທົ່ວທຸກບ່ອນ ນັບທັງຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໃນລະດັບທີ່ແຕກຕ່າງກັນ; ບັນຫາຢາເສບຕິດ ໄດ້ກາຍເປັນໜຶ່ງ ໃນບັນດາປະກົດການຫຍໍ້ທໍ້ທາງສັງຄົມ, ການລະບາດ ຂອງຢາເສບຕິດ ໄດ້ເປັນໜໍ່ແໜງ, ເປັນສາຍເຫດຕົ້ນຕໍ ຂອງການເກີດຄວາມຮຸນແຮງ ກໍ່ອາຊະຍາກໍາ ແລະ ສິ່ງຫຍໍ້ທໍ້ຕ່າງໆ ໃນສັງຄົມ, ເຊິ່ງເປັນໄພອັນຕະລາຍ ຕໍ່ຄວາມໝັ້ນຄົງ ຂອງຊາດ ແລະ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ຊິວິດ, ສຸຂະພາບຂອງປະຊາຊົນ, ພົນລະເມືອງລາວເຮົາ ໂດຍສະເພາະ ໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນ ທີ່ເປັນຜູ້ສືບທອດພາລະກິດປະຕິວັດ, ເປັນກໍາລັງແຮງງານ ໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນອະນາຄົດ.
ປັດຈຸບັນ, ການຄ້າຂາຍຢາເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະຊາຊົນລາວ ກໍ່ຄື ບັນດາປະຊາຊາດໃນທົ່ວໂລກ ພ້ອມກັນຕໍ່ຕ້ານ ຢ່າງແຂງແຮງ. ເຖິງແມ່ນວ່າ ຫຼາຍປະເທດ ໄດ້ເພີ່ມທະວີມາດຕະການ, ຄວາມພະຍາຍາມຮ່ວມກັນ ໃນການຄວບຄຸມ, ສະກັດກັ້ນ, ປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງປານໃດກໍຕາມ ແຕ່ການຜະລິດ, ການຄ້າຂາຍ, ຈໍາໜ່າຍ, ການນໍາໃຊ້, ການລໍາລຽງຂົນສົ່ງສິ່ງເສບຕິດ ຢູ່ໃນທົ່ວໂລກ ກໍຍັງບໍ່ຫຼຸດລົງ ແລະ ມີທ່າອ່ຽງເພີ່ມຂຶ້ນ ຢ່າງໜ້າເປັນຫ່ວງ.
ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂ ບັນຫາຢາເສບຕິດ ໃຫ້ມີຄວາມເດັດຂາດ. ໃນຊຸມປີຜ່ານມາ ພັກ-ລັດຖະບານພວກເຮົາ ໄດ້ນໍາພາ-ຊີີ້ນໍາ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະດັ່ງກ່າວ ຢ່າງຈົດຈໍຕະຫຼອດມາ ໂດຍສະເພາະ ການສືບຕໍ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ (2021-2025). ມາຮອດເວລານີີ້ ພັກ-ລັດຖະບານ ໄດ້ສືບຕໍ່ຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ຢ່າງເຕັມຮູບແບບ ເຊິ່ງໄດ້ສຸມໃສ່ເນື້ອໃນ 6 ວຽກຈຸດສຸມ ໃນວາລະແຫ່ງຊາດ ໂດຍສະເພາະ ວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການໂຄສະນາເຜີຍແຜ່ລະບຽບ ກົດໝາຍ, ຜົນຮ້າຍຂອງຢາເສບຕິດ, ເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ໂດຍຜ່ານພາຫະນະສື່ມວນຊົນ ຄື: ລະຄອນສັ້ນ, ສະປອດ, ບົດເພງ, ຕິດ ປ້າຍຄໍາຂວັນ, ປ້າຍຮູບຈິນຕະນາການ, ແຈກຢາຍແຜ່ນພັບ, ໂປສເຕີ, ປຶ້ມຄູ່ມືໂຄສະນາ, ປຶ້ມວິທີການ, ເຕັກນິກ ແລະ ຂັ້ນຕອນການໂຄສະນາ, ພ້ອມກັນນັ້ນ ຄະນະກໍາມະການ ແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດຂະບວນການແຂ່ງຂັນເພງຮ້ອງ, ກອນຂັບລໍາ ແລະ ລະຄອນສັ້ນຂຶ້ນໃນທົ່ວປະເທດ; ຊຶ່ງເນື້ອໃນ ສະແດງໃຫ້ເຫັນເຖິງ ພິດໄພ, ຜົນຮ້າຍຂອງຢາເສບຕິດ ຢ່າງກວ້າງຂວາງ, ຕໍ່ເນື່ອງໃຫ້ພະນັກງານ-ລັດຖະກອນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວ ບັນດາເຜົ່າ. ຜ່ານການຈັດຕັ້ງປະຕິບັດ ເຫັນໄດ້ວ່າ ພົນລະເມືອງລາວສ່ວນຫຼາຍ ແມ່ນມີຄວາມ ຮັບຮູ້-ເຂົ້າໃຈ ຢ່າງຖືກຕ້ອງ ຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ. ພ້ອມກັນນີີ້, ການສ້າງຄວາມເຂັ້ມແຂງທົ່ວສັງຄົມ ໂດຍການເຮັດໃຫ້ຄອບຄົວ, ຊຸມຊົນ ຕື່ນຕົວເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ: ສະຖາບັນຄອບຄົວ, ບ້ານ, ຊຸມຊົນ, ພາກລັດ, ພາກເອກະຊົນ ໄດ້ມີສ່ວນຮ່ວມຈັດຕັ້ງ ປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ແມ່ນໄດ້ເອົາໃຈໃສ່ ຢ່າງໃກ້ຊິດ ແທດເຖິງຮາກຖານປະຊາຊົນ ດ້ວຍການນໍາພາ-ຊີີ້ນໍາ ເຮັດຕົວຈິງ ດ້ວຍຫຼາຍວິທີ ທີ່ເປັນລະບົບ, ຮັບປະກັນດ້ານການເມືອງ, ກົດໝາຍ, ວິຊາສະເພາະທີ່ກ່ຽວຂ້ອງ.
ນອກນັ້ນ, ພວກເຮົາ ຍັງໄດ້ເອົາໃຈໃສ່ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ບັນດາ ຄອບຄົວຂອງປະຊາຊົນບັນດາເຜົ່າ ຢູ່ເຂດພູດອຍ ຫັນໄປປະກອບອາຊີບທີ່ໝັ້ນຄົງ, ຖືກກົດໝາຍ ດ້ວຍການປູກພືດທົດແທນ ພືດທີ່ມີສານເສບຕິດ; ສົ່ງເສີມການລ້ຽງສັດ, ປູກພືດ-ຜັກເປັນສິນຄ້າ. ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ແມ່ນໄດ້ຮັບການບໍາບັດ ປິື່ນປົວ, ຟື້ນຟູ ແລະ ອົບຮົມວິຊາຊີບ ຢູ່ໃນສູນປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ໄດ້ຢ່າງມີປະສິດທິພາບ ດີພໍສົມຄວນ, ເຮັດໃຫ້ຜູ້ຖືກເຄາະຮ້າຍຈາກຢາເສບຕິດ ເຫຼົ່ານັ້ນ ໄດ້ກັບຄືນເປັນຄົນມີຄຸນຄ່າ ແລະ ພົນລະເມືອງທີ່ດີ ໃນສັງຄົມ.
ພ້ອມກັນນີີ້, ລັດຖະບານ ຍັງໄດ້ສຸມໃສ່ ໃຫ້ທຸກພາກສ່ວນ ຮ່ວມກັນປະຕິບັດວຽກງານ 3 ສ້າງ ຕິດພັນກັບການສ້າງບ້ານ ໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງສໍານັກງານອົງການ, ກົມກອງກໍາລັງປະກອບອາວຸດ, ບ້ານ, ສະຖາບັນການສຶກສາ, ຫົວໜ່ວຍການຜະລິດ, ບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ຕາມທ້ອງຖິ່ນທົ່ວປະເທດ ປອດຈາກຢາເສບຕິດເພີ່ມຂຶ້ນ. ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ ຕໍ່ການປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ກະທໍາຜິດ.
ສະເພາະໃນປີນີີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແມ່ນສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຫຼາຍກໍລະນີ, ພ້ອມທັງ ໄດ້ເພີ່ມທະວີຄວາມເປັນເຈົ້າການ ໃນການ ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕັ້ງໜ້າ ໂດຍໄດ້ມ້າງຄະດີ, ຍຶດຢາເສບຕິດ, ຍຶດອາວຸດເສິກ, ຍຶດຊັບສິນ, ວັດຖຸມີຄ່າ, ສານເຄມີຕ່າງໆ ທີ່ພວກກຸ່ມຄົນບໍ່ດີ ນໍາໄປຜະລິດເປັນຢາເສບຕິດ ແລະ ທີ່ສໍາຄັນ ແມ່ນສາມາດຈັບກຸມຜູ້ກະທໍາຜິດ ມາດໍາເນີນຄະດີຕາມລະບຽບກົດໝາຍ.
• ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫຼາຍ !
ເນື່ອງໃນວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ 2025 ຄົບຮອບ 38 ປີ ໃນປີນີ້, ຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ເຈົ້າໜ້າ ທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ໄດ້ໃຫ້ການ ຮ່ວມມືປະກອບສ່ວນ ເຂົ້າໃນການສືບຕໍ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ໃນໄລຍະ 01 ປີຜ່ານມາ.
ນະໂອກາດນີີ້, ຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫຼືອໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີຕະຫຼອດມາ ແລະ ຫວັງວ່າ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອໃນອະນາຄົດ.
• ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫຼາຍ !
ຢາເສບຕິດ ເປັນບັນຫາທີ່ອັນຕະລາຍຮ້າຍແຮງ, ທ້າທາຍ ຂອງທຸກຊາດ ແລະ ເປັນໄພຂົ່ມຂູ່ ຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແລະ ຄວາມໝັ້ນຄົງ ຂອງບັນດາປະຊາຊາດໃນໂລກ. ດັ່ງນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ, ທຸກເພດ-ໄວ ໃນທົ່ວສັງຄົມ ຕະຫຼອດຮອດ ບັນດາອົງການຈັດຕັ້ງພັກ-ລັດ, ອົງການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາ, ອົງການພຸດທະສາສະໜາ ແລະ ສະຖາບັນຄອບຄົວ ຕະຫຼອດເຖິງ ຊາວຕ່າງດ້າວ, ຊາວຕ່າງປະເທດ ທີ່ດໍາລົງຊີວິດ, ທໍາມາຫາກິນ ແລະ ດໍາເນີນ ທຸລະກິດ ຢູ່ ສປປ ລາວ ຈົ່ງໄດ້ພ້ອມກັນເປັນເຈົ້າການ ເຂົ້າຮ່ວມ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ, ສືບຕໍ່ຮ່ວມກັນປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ເຮັດໃຫ້ບັນຫາຢາເສບຕິດ ຫຼຸດລົງ ຢ່າງຊັດເຈນ ແລະ ໝົດໄປຈາກສັງຄົມລາວ ພວກເຮົາ.
ຂໍຂອບໃຈ