ປີໜ້າໄຊຍະບູລີຈະລົບລ້າງຄອບຄົວທຸກຍາກໃຫ້ຍັງເຫຼືອບໍ່ເກີນ 1,5%

 ທ່ານ ຄຳຫຼ້າ ຜິວວັນນາ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງໄຊຍະບູລີໄດ້ຊີ້ເເຈງໃນກອງປະຊຸມວຽກງານກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດປະຈຳປິີ 2018 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ  25-26 ເມສາ ຜ່ານມາ, ທີ່ຫ້ອງປະຊຸມພະແນກກະສິກຳ ແລະປ່າໄມ້ເເຂວງໄຊຍະບູລີວ່າ: ໃນສົກ 2018 ຜ່ານມາຊຶ່ງເປັນໄລຍະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເເຂວງໄຊຍະບູລີຄະນະບໍລິຫານງານພັກແຂວງໄດ້ສຸມໃສ່ຊີ້ນຳໆພາການຈັດຕັ້ງວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ເເລະ ລົບລ້າງຄວາມທຸກຍາກຕາມ 4 ເນື້ອໃນ 4 ຄາດໝາຍກໍ່ຄືບັນດາມາດຕະຖານພົ້ນທຸກ, ມາດຕະຖານພັດທະນາທີ່ໄດ້ກຳນົດໄວ້ໃນດຳລັດຂອງລັດທະບານເລກທີ 309 ໂດຍໄດ້ເສີມຂະຫຍາຍອອກເປັນມະຕິຂອງຄະນະບໍລິຫານງານພັກເເຂວງເລກທີ 626/ຄພຂຊຍ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງເລກທີ 198/ຈຂຊຍ ເຫັນວ່າໄດ້ຮັບຜົນສຳເລັດຫຼາຍດ້ານປະຈຸບັນ ທົ່ວເເຂວງມີ 11 ເມືອງ, ມີ 433 ບ້ານມີຄອບຄົວທັງໝົດ 74.129  ຄອບຄົວ, ມີຄອບຄົວທຸກຍາກຍັງ ເຫຼືອ 1.202 ຄອບຄົວ ກວມເອົາ 2,28%, ບ້ານທຸກຍາກຍັງ 12 ບ້ານກວ ມເອົາ 2,77% ເມືອງທຸກຍາກຍັງ 2 ເມືອງຄືເມືອງໄຊ ສະຖານ ແລະເມືອງຊຽງຮ່ອນ, ມີຄອບຄົວພັດທະນາ 60.729 ຄອບຄົວກວມເອົາ 81,92%. ບ້າ ນພັດທະນາມີ 278 ບ້ານກວມເອົາ 64,43% ຂອງຈຳນວນບ້ານທັງໝົດ, ບ້ານຍັງມີຄະນະພັກຮາກຖານກຸ່ມບ້ານ 12 ກຸ່ມບ້ານ, ມີໜ່ວຍພັກຮາກຖານ 446 ໜ່ວຍ, ບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ 6 ບ້ານ.

 ທ່ານຍັງໄດ້ກ່າວຕື່ມວ່າ: ຮອດປີ 2020 ແຂວງໄຊຍະບູລີຕ້ອງໄດ້ສືບຕໍ່ປະຕິບັດທິດນຳ 3 ສ້າງ ເຂົ້າສູລວງເລິກ, ສູ້ຊົນລົບລ້າງຄວາມທຸກຍາກຂອງປະຊາ ຊົນ;ນຳພາພັດທະນາໃຫ້ໄດ້ຕາມມາດຖານທີ່ໄດ້ກຳນົດໄວ້ໃນດຳລັດ 348/ລບ ຄື: ລົບລ້າງຄອບຄົວທຸກຍາກໃຫ້ຍັງເຫຼືອບໍ່ເກີນ 1,5% ຂອງຄອບຄົວທັງໝົດທົ່ວເເຂວງ, ລົບລ້າງບ້ານທຸກຍາກໃຫ້ເຫຼືອ 6  ບ້ານ, ເມືອງທຸກຍາກໃຫ້ໄດ້ 1 ເມືອງຄື: ເມືອງຊຽງຮ່ອນສ້າງຄອບຄົວພັດທະນາໃຫ້ໄດ້ 10 ພັນຄອບຄົວຂຶ້ນໄປ ເເລະຄອບຄົວພັດທະນາໃຫ້ກວມ 83%, ສ້າງບ້ານ ພັດທະນາໃຫ້ໄດ້ 10 ບ້ານ ທົ່ວເເຂວງຊຶ່ງມີບ້ານພັດທະນາກວມເອົາ 65%; ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 3 ຈຸດເມືອງເຂັ້ມເເຂງຮອບດ້ານໃຫ້ໄດ້ 1 ເມືອງ, ສ້າງໃຫ້ສະມາຊິກພັກຮັບຜິດຊອບວຽກງານຂອງບ້ານໃຫ້ກວມເອົາ 70 % ຂອງບັນດາຕຳແໜ່ງງານຂອງເເຕ່ລະບ້ານ, ສ້າງໜ່ວຍພັກປອດໃສເຂັ້ມເເຂງ, ໜັກເເໜ້ນກວມເອົາ 50% ຂອງຂອງໜ່ວຍພັກຮາກຖານບ້ານທັງໝົ ດ ແລະລົບລ້າງຄະນະພັກຮາກຖານບ້ານທີ່ຍັງເຫຼືອທັງໝົດຢູ່ເເຕ່ລະເມືອງໃຫ້ສຳເລັດກ່ອນກອງປະຊຸມໃຫຍ່ອົງຄະນະພັກເມືອງໃນປີ 2019.

  ພ້ອມນີ້ຍັງໄດ້ກຳນົດ 3 ປະເພດຈຸດສູມເຊັ່ນຈຸດສູມຈັດສັນພູມລຳເນົາ ແລະອາຊີບຄົງທີ່ 3 ຈຸດຄືບ້ານຫ້ວຍຊອງເມືອງຫົງສາ, ບ້ານພູແລ້ງໃຕ້ເມືອງຫົງສາ ແລະບ້ານຫ້ວຍສະແງມມີ 7 ບ້ານ ເມືອງໄຊຍະບູລີພວມຈັດຕັ້ງປະຕິບັດມາໃນປີ 2018; ຈຸດສູມພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກ, ກຳນົດເອົາ 6 ບ້ານຄືຈຸດສູມລົບລ້າງຄວາມທຸກຍາກປະຕິບັດໃນປີ 2019 ແມ່ນກຳນົດເອົາ 3 ບ້ານເຊັ່ນບ້ານສາມັກຄີໄຊ ເມືອງຊຽງຮ່ອນ, ບ້ານກ້ອງທ່ຽງ ເມືອງໄຊ ສະຖານ ແລະບ້ານສະຖານເມືອງໄຊສະຖານ ແລະໃນປີ 2020 ເເມ່ນກຳນົດເອົາ 3 ບ້ານຄືບ້ານສະລາ, ບ້ານກໍ່ບ້ານສະມະເມືອງໄຊສະຖານ, ຈຸດສຸມສ້າງບ້ານພັດທະນາມີ 10 ບ້ານ, ປະຕິບັດໃນ ປີ 2019 ມີ 2 ບ້ານຄືບ້ານດົງຫຼວງເມືອງພຽງ, ບ້ານຜ້າເເດງເມືອງເງິນ, ໃນປີ 2020 ປະຕິ ບັດໃນ 8 ບ້ານເຊັ່ນບ້ານຜ້າບ່ອງ ເມືອງຄອບ, ບ້ານຫ້ວຍເຜິ້ງ ເມືອງເງິນ, ບ້ານນາປູ່ງ ເມືອງຫົງສາ, ບ້ານຖ້ຳລອດ ເມືອງໄຊຍະບູລີ, ບ້ານນາອູມເມືອງພຽງ, ບ້ານນ້ຳລິນເມືອງປາກລາຍ, ບ້ານນາຫີນເມືອງແກ່ນທ້າວ ແລະບ້ານນາຂ່າເມືອງບໍ່ແຕນ, ຈຸດສູມສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດມີ 3 ຈຸດຄືບ້ານໂພນສະອາດເມືອ ງພຽງ, ບ້ານບົວບານເມືອງວາເມືອງປາກລາຍ ແລະບ້ານໃຫຍ່ ເມືອງບໍ່ແຕນ.

  ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-26 ເມສາຢູ່ທີ່ຫ້ອງປະຊຸມພະແນກກະຊິກຳ ແລະປ່າໄມ້ແຂວງໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ໄຊຍະບູລີ, ມີເຈົ້າເມືອງຮອງເຈົ້າເມືອງ,ມີຫົວໜ້າຮອງຫົວໜ້າພະແນກການ,ຫົວໜ້າຮອງຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງພ້ອມດ້ວຍເເຂກຖືກເຊີນເຂົ້າຮ່ວມ.

ພາບ ແລະຂ່າວ

ໂດຍ: ໜັງສືພິມເສດຖະກິດ-ສັງຄົມ