ສະຫວັນນະເຂດ ມອບລູກຂາແດງ 2 ໂຕ ແລະ ລູກໂຕໂຄ່ງ 1 ໂຕ ໃຫ້ມູນລະນິທີ ອະນຸລັກສັດປ່າລາວ

ໃນຕອນບ່າຍວັນທີ 30 ມິຖຸນາ 2025 ທີ່ຫ້ອງການກອງກວດກາປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນະເຂດ, ເຈົ້າໜ້າທີ່ກອງກວດກາປ່າໄມ້ ນຳໂດຍທ່ານ ຄຳສຸກ ແກ້ວວິໄລພອນ ວ່າການຫົວໜ້າກອງກວດກາປ່າໄມ້ ພ້ອມດ້ວຍຄະນະ ແລະ ເຈົ້າໜ້າທີ່ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ໄດ້ນຳເອົາລູກຂາແດງ 2 ໂຕ ມີເພດຜູ້ 1 ໂຕ ແລະ ເພດແມ່ 1 ໂຕ ລວມນໍ້າໜັກ 2 ກິໂລກະລາມ ແລະ ລູກໂຕໂຄ່ງ 1 ໂຕ ເປັນເພດຜູ້ 1 ໂຕ ນ້ຳໜັກ 1 ກິໂລກະລາມ ມອບໃຫ້ມູນລະນິທີ ອະນຸລັກສັດປ່າລາວ ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ເຊິ່ງທາງເຈົ້າໜ້າທີ່ກອງກວດກາປ່າໄມ້ແຂວງ ໄດ້ປະສານສົມທົບໄປຫາມູນລະນິທີ ອະນຸລັກສັດປ່າລາວ ເພື່ອມາຮັບເອົາລູກຂາແດງ ແລະ ລູກໂຕໂຄ່ງ ໄປພັກຮັກສາໃຫ້ແຂງແຮງດີ ແລ້ວປ່ອຍຄືນສູ່ທຳມະຊາດ, ເຂົ້າຮ່ວມເປນສັກຂີພິຍານໂດຍທ່ານ ຄຳມອນ ທິລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນະເຂດ.
ທ່ານ ຄຳສຸກ ທອງສະຫວັນ ຮອງຫົວໜ້າກອງກວດກາປ່າໄມ້ ໃຫ້ສຳພາດຕໍ່ຜູ້ສື່ຂ່າວວ່າ: ອີງໃສ່ພາລະບົດບາດຂອງກອງກວດກາປ່າໄມ້ ແລະ ອີງ ຕາມ ກົດໝາຍວ່າດ້ວຍສັດນໍ້າ, ສັດປ່າ ແລະ ການປະມົງ ສະບັບເລກທີ 41,42/ສພຊ, ລົງວັນທີ 17 ກໍລະກົດ 2023. ໃນວັນທີ 29 ມີຖຸນາ 2025 ທາງເຈົ້າໜ້າທີ່ກອງກວດກາປ່າໄມ້ ໄດ້ຮັບແຫຼ່ງຂ່າວຂອງຜົນລະເມືອງດີ ວ່າມີກຸ່ມຄົນບໍ່ດີລົງເຟດຈ່າວຂາຍລູກຂາແດງ, ລູກໂຄ່ງທາງອອນລາຍຢູ່ເຂດເມືອງສອງຄອນ ຈາກນັ້ນເຈົ້າໜ້າທີ່ ຈຶ່ງໄດ້ປະສານສົມທົບກັບໜ່ວຍງານກວດກາປ່າໄມ້ເມືອງສອງຄອນ ພ້ອມກັນວາງແຜນໂທຫາ ເພື່ອລໍ້ຊື້ນໍາຜູ້ຈ່າວຂາຍ, ຜ່ານການຖ່າຍຮູບສົ່ງໃຫ້ກັນ ແລະ ວາງລາຄາຊື້-ຂາຍກັນໃນລາຄາ ລູກຂາແດງໂຕລະ 10 ລ້ານກີບ, ສອງໂຕເທົ່າກັບ 20 ລ້ານກີບ, ລູກໂຕໂຄ່ງ ເທົ່າ 8 ລ້ານກີບ, ລວມທັງໝົດ 3 ໂຕເປັນ 28 ລ້ານກີບ, ຈາກນັ້ນຝ່າຍຂາຍກໍ່ໄດ້ຕົກລົງຂາຍແລ້ວຈິ່ງນັດກັນບ່ອນສົ່ງເຄື່ອງ, ເບື້ອງຕົ້ນແມ່ນນັດກັນ ສົ່ງຢູ່ປໍ້ານໍ້າມັນ ພີທີທີ ເມືອງສອງຄອນ ເມື່ອຜູ້ຂາຍໄປສົ່ງເຫັນລົດຈອດຫຼາຍໂພດ ຝ່າຍຂາຍຈິງໄດ້ໂທຫາໃຫ້ອອກໄປເບິ່ງຢູ່ນອກປໍ້າ ຈາກນັ້ນເຈົ້າໜ້າທີ່ກອງກວດກາປ່າໄມ້ ຈຶ່ງໄດ້ແຕ່ງໃຫ້ຜູ້ໜຶ່ງຂັບລົດອອກໄປຈອດຢູ່ແຄມທາງ ເພື່ອລໍຖ້າລົດຝ່າຍຂາຍມາສົ່ງ, ເຈົ້າໜ້າທີ່ສ່ວນທີ່ເຫຼືອນັ້ນແມ່ນຕິດຕາມຢູ່ຫ່າງໆພໍປະມານ ເມື່ອຮອດເວລາ 15ໂມງ, ຈື່ງເຫັນລົດກະບະວີໂກ້ສີຂາວບໍ່ຕິດແຜ່ນປ້າຍທະບຽນແລ່ນມາສົ່ງເຄື່ອງແລ້ວຈອດຢູ່ທາງໜ້າລົດເຈົ້າໜ້າທີ່ຜູ້ລໍ້ຊື້, ຈາກນັ້ນເຈົ້າໜ້າທີ່ຜູ້ລໍ້ຊື້ຈິ່ງໄດ້ລົງຈາກລົດແລ້ວຍ່າງໄປຈັບເອົາກົງສັດປ່າມາໃສ່ລົດໂຕເອງ, ໃນຄະນະນັ້ນພໍດີລົດເຈົ້າໜ້າທີ່ຜູ້ກຽມຖ້າມາຮອດເມື່ອຝ່າຍຂາຍເຫັນທ່າບໍ່ດີ, ຈິ່ງໄດ້ຟ້າວຂັບລົດອອກໄປເລີຍ, ຈາກນັ້ນເຈົ້າໜ້າທີ່ ຈິ່ງໄດ້ຂັບລົດນໍາໄປແຕ່ກໍ່ບໍ່ທັນເພາະວ່າມີລົດບັນທຸກຫຼາຍຄັນແລ່ນຕໍ່ກັນ, ເມື່ອແຊງຫວິດກໍ່ບໍ່ເຫັນລົດເປົ້າໝາຍ. ເຈົ້າໜ້າທີ່ຈຶ່ງໄດ້ປຶກສາຫາລືກັນແລ້ວຈຶ່ງໄດ້ຕົກລົງ ເປັນເອກະພາບກັນສ້າງບົດບັນທຶກຢຶດຮ່ວມກັນແລ້ວນຳສັດປ່າຈໍານວນ 3 ໂຕ ມາຮັກສາໄວ້ຢູ່ກອງກວດກາປ່າໄມ້ ເພື່ອມອບຕໍ່ໃຫ້ມູນລະນິທີ ອະນຸລັກສັດປ່າລາວ, ເຊິ່ງສັດຈຳນວນດັ່ງກ່າວເປັນສັດປ່າປະເພດຫວງຫ້າມ ນອນຢູ່ໃນບັນຊີຫວງຫ້າມ ບັນຊີ I ຂອງ ຂໍ້ຕົກລົງ ສະບັບເລກ ທີ 08/ນຍ ລົງວັນທີ 25 ກຸມພາ 2021, ສະນັ້ນທາງ ກອງກວດກາປ່າໄມ້ແຂວງ ຈຶ່ງໄດ້ມອບໃຫ້ ມູນລະນິທິ ອະນຸລັກສັດປ່າ ລາວ ເພື່ອນໍາເອົາສັດດັ່ງກ່າວໄປບຳບັດ, ຟື້ນຟູ ແລະ ຄຸ້ມຄອງປົກປັກຮັກສາໄວ້ຊົ່ວຄາວ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອພາກລັດ ເນື່ອງຈາກປະຈຸບັນຍັງບໍ່ທັນມີສູນບຳບັດ ແລະ ສູນຊ່ວຍເຫຼືອ, ມອບໃຫ້ສວນສັດນໍາໄປບຳບັດໃຫ້ແຂງແຮງ ແລ້ວປ່ອຍຄືນສູ່ທຳມະຊາດ.