ຜູ້ແທນລາວ  ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

ວັນທີ 10 ມິຖຸນາ 2025 ທີ່ກົວລາລໍາເປີ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ຈີນ, ອົດສະຕຣາລີ, ການາດາ, ອິນເດຍ, ນິວຊີແລນ, ຍີ່ປຸ່ນ, ລັດເຊຍ, ສ ເກົາຫລີ, ສ ອາເມລິກາ ແລະ ກອງ ປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 26 ຕາມລໍາດັບ.

ໃນນາມທີ່ ສປປ ລາວ ເປັນປະເທດປະສານງານ ສໍາລັບການພົວພັນຮ່ວມມືອາຊຽນ-ການາດາ (2024-2027), ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ຮ່ວມກັບ ທ່ານ ນາງ ອານິຕາ ອາແນນ ລັດຖະມົນຕີຕ່າງປະເທດການາດາ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ກັບຄວາມຄືບໜ້າ ການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດອາຊຽນ-ການາດາ ໂດຍສະ ເພາະແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ການາດາ(2021-2025) ແລະ ຢໍ້າຄືນຄວາມໝາຍໝັ້ນ ໃນການເລັ່ງລັດການເຈລະຈາແຜນປະຕິບັດງານ ສະບັບໃໝ່ (2026-2030) ເພື່ອໃຫ້ສາມາດຮັບຮອງເອົາພາຍໃນ ປີນີ້. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ເລັ່ງລັດຂະບວນການເຈລະຈາສັນຍາເຂດການຄ້າເສລີອາຊຽນ-ການາດາ (ACAFTA) ໃຫ້ສໍາເລັດພາຍໃນປີ 2026 ນີ້.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍ ໄດ້ສະແດງຄວາມຍິນດີ ຕໍ່ຜົນສໍາເລັດການຈັດຕັ້ງ ປະຕິບັດແຜນປະຕິບັດງານອາຊຽນ-ອິນເດຍ (2021-2025) ພ້ອມທັງຊຸກຍູ້ການເຈລະຈາ ເພື່ອຍົກລະດັບສັນຍາ ການຄ້າດ້ານສິນຄ້າ ອາຊຽນ-ອິນເດຍ (AITIGA) ໃຫ້ສໍາເລັດໂດຍໄວ. ນອກນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ການ ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທາງດ້ານການເຊື່ອມຈອດ ໃຫ້ເປັນຮູບປະທໍາ ເປັນຕົ້ນ ໂຄງການທາງດ່ວນ ສາມຝ່າຍ ອິນເດຍ-ມຽນມາ-ໄທ ເຊື່ອມຕໍ່ມາຍັງ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ. ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຮອງເອົາແຜນປະຕິບັດງານອາຊຽນ-ອິນເດຍ ສະບັບໃໝ່ (2026-2030) ເພື່ອຈັດຕັ້ງຜັນຂະຫຍາຍການ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອິນເດຍ ແນໃສ່ສົ່ງເສີມການພົວພັນຮ່ວມມືອາຊຽນ-ອິນເດຍ ໃນ 5 ປີຕໍ່ໜ້າ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ໄດ້ສະແດງຄວາມໝາຍໝັ້ນໃນການສືບຕໍ່ຈັດຕັ້ງ ຜັນຂະຫຍາຍເອກະສານຜົນກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫລີມສະຫລອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ໄດ້ຈັດຂຶ້ນໃນປີ 2024 ແລະ ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອົດສະຕຣາລີ (2025-2029). ໃນໂອກາດດັ່ງກ່າວ, ອາຊຽນ ແລະ ອົດສະຕຣາລີ ໄດ້ຮັບຮອງເອົາຖະແຫລງການຮ່ວມ ວ່າດ້ວຍອະນາຄົດຮ່ວມກັນຂອງອາຊຽນ ແລະ ອົດສະຕຣາລີ ແລະ ໄດ້ເຫັນດີດ້ານຫລັກການໃນການຮັບຮອງເອົາ ຖະແຫລງການຮ່ວມ ວ່າດ້ວຍການປ້ອງກັນຂໍ້ຂັດແຍ່ງ ແລະ ການຈັດ ການກັບວິກິດການ ໃນໂອກາດກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5 ທີ່ຈະຈັດຂຶ້ນໃນເດືອນຕຸລາ 2025.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ໄດ້ສະແດງຄວາມຍິນດີຕໍ່ການຈັດຕັ້ງປະຕິບັດບັນດາກິດຈະກໍາ ເພື່ອສະເຫລີມສະຫລອງປີແຫ່ງການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະ ກິດຈະກໍາທີ່ຍັງຄົງຄ້າງສໍາລັບປີດັ່ງກ່າວ ໃຫ້ເປັນຮູບປະທໍາ. ກອງປະຊຸມ ໄດ້ຮັບຊາບ ຄວາມຄືບໜ້າຂອງການເຈ ລະຈາສັນຍາເຂດການຄ້າເສລີ ອາຊຽນ-ຈີນ ສະບັບ 3.0 ທີ່ເຫັນວ່າຢູ່ໃນຂັ້ນຕອນສຸດທ້າຍແລ້ວ. ພິເສດ ກອງປະຊຸມ ໄດ້ຮັບຮອງເອົາ ແຜນປະຕິບັດງານອາຊຽນ-ຈີນ ສະບັບໃໝ່ (2026-2030) ເພື່ອຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານອາຊຽນ-ຈີນ. ພ້ອມນີ້, ກອງປະຊຸມຍັງໄດ້ຮັບຊາບ ການກຳນົດເອົາປີ 2026 ເປັນປີສະເຫລີມສະຫລອງຄົບຮອບ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຈີນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ນິວຊີແລນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໄລຍະ 50 ປີ ຜ່ານ ມາ ແລະ ໄດ້ເຫັນດີເຮັດວຽກຮ່ວມກັນ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ເພື່ອສະເຫລີມສະຫລອງການພົວພັນ ຮ່ວມມືອາຊຽນ-ນິວຊີແລນ ຄົບຮອບ 50 ປີ. ພ້ອມນີ້, ໄດ້ເຫັນດີດ້ານຫລັກການໃນການຮັບຮອງເອົາ ຮ່າງຖະ ແຫລງການວິໄສທັດຜູ້ນໍາ ວ່າດ້ວຍຄົບຮອບ 50 ປີ ແຫ່ງການພົວພັນຮ່ວມມືອາຊຽນ-ນິວຊີແລນ ໃນໂອກາດກອງ ປະຊຸມສຸດຍອດສະເຫລີມສະຫລອງດັ່ງກ່າວ ທີ່ຈະຈັດຂຶ້ນໃນເດືອນຕຸລາ 2025.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຣັດເຊຍ ໄດ້ທົບທວນຄືນການພົວພັນຮ່ວມມືອາຊຽນ-ຣັດເຊຍ ໃນໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານການຮ່ວມມືອາຊຽນ-ຣັດ ເຊຍ (2021-2025). ກອງປະຊຸມ ໄດ້ຢໍ້າຄືນຄວາມໝາຍໝັ້ນ ໃນການຮ່າງແຜນປະຕິບັດງານການຮ່ວມມືອາຊຽນ-ລັດເຊຍ ສະບັບໃໝ່ (2026-2030) ເພື່ອໃຫ້ສໍາເລັດໃນທ້າຍປີນີ້. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ເຫັນດີໃຫ້ສືບຕໍ່ ເສີມຂະຫຍາຍການຮ່ວມມື ຜ່ານການຈັດຕັ້ງປະຕິບັດໂຄງການພາຍໃຕ້ກົນໄກການຮ່ວມມື ອາຊຽນ-ຣັດເຊຍ ໂດຍສະເພາະ ໃນຂົງເຂດການຄ້າ ແລະ ການລົງທຶນ, ພະລັງງານ, ການທ່ອງທ່ຽວ, ການແລກປ່ຽນລະຫວ່າງຊາວໜຸ່ມ, ວັດທະນະທຳ ແລະ ການສຶກສາ, ການປ່ຽນແປງດິນຟ້າອາກາດ, ຄວາມປອດໄພດ້ານສະບຽງອາຫານ ແລະ ສາທາລະນະສຸກ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍເອກະສານ ຜົນຂອງ ກອງປະຊຸມສຸດຍອດ ເພື່ອສະເຫລີມສະຫລອງການພົວພັນອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ທີ່ໄດ້ຈັດຂຶ້ນໃນເດືອນ ທັນວາ 2023 ທີ່ໂຕກຽວ ກໍຄື ຖະແຫລງການຮ່ວມວິໄສທັດຜູ້ນໍາອາຊຽນ-ຍີ່ປຸ່ນ ວ່າດ້ວຍມິດຕະພາບ ແລະ ການ ຮ່ວມມື ແລະ ແຜນການຈັດຕັ້ງປະຕິບັດຖະແຫລງການດັ່ງກ່າວໃຫ້ເປັນຮູບປະທໍາ. ພ້ອມນີ້, ກອງປະຊຸມ ໄດ້ເຫັນ ດີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ  ການຄ້າດີຈິຕອນ, ເຕັກໂນໂລຊີການ ເງິນ, ການຫັນເປັນດີຈິຕອນ, ປັນຍາປະດິດ, ການຫັນປ່ຽນເປັນພະລັງງານສະອາດ, ການພັດທະນາຊັບພະຍາກອນ ມະນຸດ ແລະ ການແລກປ່ຽນລະຫວ່າງປະຊາຊົນ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ ເກົາຫລີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ສ ເກົາຫລີ ຄົບຮອບ 36 ປີ ແລະ ສະແດງຄວມໝາຍໝັ້ນໃນການສືບຕໍ່ເຮັດວຽກຮ່ວມກັນ ເພື່ອຈັດຕັ້ງຜັນຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ. ໃນນີ້, ກອງປະຊຸມ ໄດ້ເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດທີ່ມີ ຄວາມສົນໃຈຮ່ວມກັນ ເປັນຕົ້ນ ເສດຖະກິດ, ການຄ້າ-ການລົງທຶນ, ພະລັງງານສະອາດ, ການເງິນ, ການສຶກສາ, ການຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ, ວັດທະນະທຳ ແລະ ກະສິກຳ. ພ້ອມນີ້, ກອງປະຊຸມ ໄດ້ ເຫັນດີຮັບຮອງເອົາແຜນປະຕິບັດງານ ເພື່ອຈັດຕັ້ງປະຕິບັດຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ສ ເກົາຫລີ ສະບັບ ໃໝ່ (2026-2030).

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສ ອາເມລິກາ ໄດ້ທົບທວນຄືນການຮ່ວມມື ອາຊຽນ-ສ ອາເມລິກາ ໃນໄລຍະຜ່ານມາ ແລະ ໄດ້ຊຸກຍູ້ການຮັດແໜ້ນການຮ່ວມມືໃນຂົງເຂດທີ່ສໍາຄັນ ເປັນຕົ້ນ ການຄ້າ ແລະ ການລົງທຶນ, ສາທາລະນະສຸກ, ນະວັັດຕະກໍາ, ປັນຍາປະດິດ, ການພັດທະນາຊັບພາຍະກອນ ແລະ ອື່ນໆ. ພ້ອມນີ້, ກອງປະຊຸມ ໄດ້ເຫັນດີດ້ານຫລັກການໃນການຮັບຮອງເອົາ ຖະແຫລງການວິໄສທັດຮ່ວມຜູ້ນໍາ ອາຊຽນ-ສ ອາເມ ລິກາ ວ່າດ້ວຍການສົ່ງເສີມ ອາຊຽນ ແລະ ອາເມລິກາ ທີ່ເຂັ້ມແຂງ, ປອດໄພ, ແລະ ສົມບູນພູນສຸກຍິ່ງຂຶ້ນ ໃນໂອກາດກອງປະຊຸມສຸດຍອດ ອາຊຽນ-ສ ອາເມລິກາ ຄັ້ງທີ 13 ທີ່ຈະຈັດຂຶ້ນໃນເດືອນ ຕຸລາ 2025.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ) ຄັ້ງທີ 26 ໄດ້ທົບທວນຄືນການຮ່ວມມືພາຍໃຕ້ຂອບອາຊຽນບວກສາມ ໃນໄລຍະຜ່ານມາ ແລະ ຊຸກຍູ້ການຈັດຕັ້ງຜັນຂະ ຫຍາຍແຜນວຽກການຮ່ວມມືອາຊຽນບວກສາມ ສໍາລັບໄລຍະ 2023-2027 ຢ່າງມີປະສິດທິພາບ ແລະ ຄົບຖ້ວນ. ພ້ອມນີ້, ກອງປະຊຸມໄດ້ສະໜັບສະໜູນຂໍ້ສະເໜີຂອງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ເພື່ອອອກ ຖະແຫລງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການຮັດແໜ້ນການຮ່ວມມືດ້ານການເງິນ ເພື່ອຮັບຮອງເອົາໃນກອງ ປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 28 ໃນເດືອນ ຕຸລາ 2025.