ກອງປະຊຸມລັດຖະບານ ເປີດກວ້າງຄັ້ງທີ I ປີ 2025 ຫາລື ຫຼາຍບັນຫາສຳຄັນ

ລັດຖະບານ ເປີດກອງປະຊຸມເປີດກວ້າງ ຄັ້ງທີ I ປີ 2025 ໃນລະຫວ່າງວັນທີ 15-16 ກໍລະກົດ 2025 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງ ຕໍ່ຫົວຂໍ້ສຳຄັນຕ່າງໆ ເປັນຕົ້ນ ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈຳນວນໜຶ່ງ ໂດຍສະເພາະ ລາຍງານສະພາບພົ້ນເດັ່ນການຈັດຕັ້ງປະຕິບັດວຽກງານຈຸດສຸມ 6 ເດືອນຕົ້ນປີ 2025 ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຂອງລັດຖະ ບານ; ການຜັນຂະຫຍາຍ ແລະ ປະຕິບັດ 12 ວຽກ ໃນມະຕິ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ແຜນການຜັນຂະຫຍາຍ ບັນດາມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະ ພາແຫ່ງຊາດ ຊຸດທີ IX ທີ່ພົວພັນກັບລັດຖະບານ, ການແກ້ໄຂບັນຫາທີ່ສັງຄົມສະເໜີ ແລະ 10 ບັນຫາທີ່ສະພາແຫ່ງຊາດສັງລວມ; ລາຍງານສະພາບພາກພື້ນ-ສາກົນ ແລະ ຄາດຄະເນຜົນກະທົບຕໍ່ປະເທດເຮົາ, ທັງສະເໜີມາດຕະການຮັບມື ຜົນກະທົບທີ່ອາດຈະເກີດຂຶ້ນ ແລະ ວຽກງານຊາຍແດນ(ການສ້າງ ຕັ້ງ ຫລື ຍົກລະດັບດ່ານຊາຍແດນ); ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຊາດ ແລະ ວຽກງານກໍ່ສ້າງຮາກຖານການເມືອງ; ລາຍງານສະພາບພົ້ນເດັ່ນວຽກງານປ້ອງກັນຄວາມສະຫງົບ ແລະ ສະເໜີທິດທາງແກ້ໄຂ ໃນ 6 ເດືອນທ້າຍປີ. ພ້ອມທັງລາຍງານຜົນການທົບທວນຄືນການປັບຂຶ້ນລາຄາໄຟຟ້າ ແລະ ສະເໜີທິດທາງແກ້ໄຂໃນຕໍ່ໜ້າ; ການຮັບມື ແລະ ທິດທາງແກ້ໄຂການຂຶ້ນພາສີ ຂອງສະຫະລັດອາເມລິກາ ຕໍ່ ສປປ ລາວ 40%; ສະພາບການຄຸ້ມຄອງລາຄາສິນຄ້າ ລວມທັງລາຄານໍ້າມັນເຊື້ອໄຟ; ການສົ່ງອອກສິນຄ້າລະດູຝົນ; ການປະຕິບັດກອງທຶນສົ່ງເສີມການຜະລິດສິນຄ້າຢູ່ ສປປ ລາວ. ພ້ອມນີ້, ຍັງໄດ້ສະເໜີແຜນ, ບັນຊີໂຄງການກໍ່ສ້າງ ແລະ ປັບປຸງເສັ້ນທາງ ທີ່ເປັນບຸລິມະສິດ ໃນປີ 2026 ແລະ ປີຕໍ່ໆໄປລວມທັງ ກົນໄກການປະຕິບັດກອງທຶນທາງ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ສະພາບການຈັດຕັ້ງປະ ຕິບັດວຽກງານສຳຄັນ ໃນປີ 2025 ຂອງທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໂດຍສະ ເພາະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະມ້ວນທ້າຍສະໄໝ ແລະ ການສ້າງຂະບວນການສະເຫລີມສະ ຫລອງ 3 ວັນປະຫວັດສາດ (ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ), ການປັບປຸງກົງຈັກການຈັດຕັ້ງທັງຢູ່ສູນກາງ ແລະ ທ້ອງຖິ່ນ, ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026; ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫລັບສັບຊ້ອນ ໂດຍສະເພາະ ບັນຫາຂໍ້ຂັດແຍ່ງຕ່າງໆ, ການແຜ່ລະບາດຂອງພະຍາດ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດໂລກ ສະເພາະ ຢູ່ພາຍໃນປະເທດພວກເຮົາ ກໍເກີດມີສະພາບຝົນຕົກໜັກຢູ່ຫລາຍແຂວງ ເກີດມີສະພາບນໍ້າຖ້ວມ ແລະ ນໍ້າປ່າໄຫລຊຸ ເຮັດໃຫ້ມີຜູ້ເສຍຊີວິດຢູ່ບາງແຂວງ, ບວກກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍບາງດ້ານມີຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ. ແຕ່ດ້ວຍຄວາມພະຍາຍາມ, ເອົາໃຈໃສ່ນໍາພາ-ຊີ້ ນໍາຂອງກົມການເມືອງສູນກາງພັກ ແລະ ດ້ວຍຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງຂອງລັດຖະ ບານ ແລະ ອົງການປົກຄອງທ້ອງຖິ່ນ ໃນການແກ້ໄຂບັນຫາຕ່າງໆ ໂດຍສະເພາະ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ມີຜົນສໍາເລັດດີຂຶ້ນເລື້ອຍໆ, ເຮັດໃຫ້ເສດຖະກິດຂອງປະເທດ ສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມຈຳນວນໜຶ່ງ ສາ ມາດບັນລຸໄດ້ຕາມແຜນ, ປະກອບສ່ວນສໍາຄັນ ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສືບຕໍ່ມີທ່າອ່ຽງເຕີບໂຕ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ບົດບາດຂອງປະເທດເຮົາ ນັບມື້ໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງຊັດເຈນ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ.