ເຄິ່ງປີ ແຂວງເຊກອງ ສົ່ງອອກສິນຄ້າ ບັນລຸໄດ້ 121,16 ລ້ານໂດລາ

ໃນ 6 ເດືອນຕົ້ນປີ 2025 ແຂວງເຊກອງ ມີມູນຄ່າການນໍາເຂົ້າສິນຄ້າຈາກຕ່າງປະເທດທັງໝົດ 4,17 ລ້ານໂດລາ ທຽບໃສ່ແຜນການປີ ເທົ່າກັບ 55,6% ໂດຍສິນຄ້າທີ່ນໍາເຂົ້າປະກອບມີ ວັດສະດຸຮັບໃຊ້ການກໍ່ສ້າງ; ອຸປະກອນຮັບໃຊ້ການຜະລິດ; ກົນຈັກ ແລະ ພາຫະນະ; ປຸ໋ຍ ແລະ ແນວພັນພືດ. ສ່ວນການສົ່ງອອກປະຕິບັດໄດ້ 121,16 ລ້ານໂດລາ ທຽບໃສ່ແຜນການປີ ເທົ່າກັບ 63,69%. ໃນນີ້, ຜົນຜະລິດກະສິກໍາ ກວມເອົາ 24%; ຜະລິດຕະພັນໄມ້ ກວມເອົາ 0,78%; ກະແສໄຟຟ້າ ກວມເອົາ 28,58%; ຖ່ານຫີນ ກວມເອົາ 46,50% ແລະ ຖ່ານຂາວ ກວມເອົາ 0,1%.

ທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງເຊກອງ ລາຍງານໃຫ້ຮູ້ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ເມື່ອບໍ່ດົນຜ່ານມາວ່າ: ໃນໄລຍະຜ່ານມາ, ແຂວງເຊກອງ ກໍຄື ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ສ້າງເງື່ອນໄຂຊຸກຍູ້ສົ່ງເສີມການຜະລິດສິນຄ້າ ແລະ ການສົ່ງອອກສິນຄ້າ; ຈໍາກັດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນ ຕິດພັນກັບການເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ໂດຍໄດ້ສົມທົບກັບຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ລົງເຄື່ອນໄຫວຕິດຕາມ, ກວດກາ ລາຄາສິນຄ້າຢູ່ຕະຫລາດເທສະບານແຂວງ ແລະ 4 ເມືອງ, ຊຶ່ງຜ່ານການລົງຕິດຕາມຕົວຈິງ ເຫັນວ່າມີສິນຄ້າທີ່ນອນໃນບັນຊີຄວບຄຸມ (ບັນຊີ ກໍ ແລະ ບັນຊີ ຂໍ) ມີການເໜັງຕີງ ເພີ່ມຂຶ້ນ-ຫລຸດລົງ ຕາມກົນໄກຂອງຕະຫລາດ ເປັນຕົ້ນ ສິນຄ້າໝວດປະເພດສະບຽງອາຫານເພີ່ມຂຶ້ນ +18%; ນໍ້າມັນເຊື້ອໄຟເພີ່ມຂຶ້ນ-ຫລຸດລົງ ຕາມກົນໃກຂອງຕະຫລາດຢູ່ຕ່າງປະເທດ; ສິນຄ້າໝວດປະເພດເຄື່ອງກໍ່ສ້າງຫລຸດລົງ -9%; ສິນຄ້າໝວດເຄື່ອງໃຊ້ການຜະລິດກະສິກໍາຫລຸດລົງ -8%; ສິນຄ້າປະເພດເຄື່ອງໃຊ້ຄົວເຮືອນເພີ່ມຂຶ້ນ +28%; ສິນຄ້າປະເພດໝວດວັດຖຸມີຄ່າເພີ່ມຂຶ້ນ +24% ແລະ ສິນຄ້າປະເພດໝວດກະສິກໍາປຸງແຕ່ງຫລຸດລົງ -20%.

ສໍາລັບທິດທາງໃນຕໍ່ໜ້າ ກໍຄື ໃນ 6 ເດືອນທ້າຍປີ 2025, ທ່ານ ດາວວີ ສວຍທະລັງສີ ລະບຸວ່າ: ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຈະໄດ້ສຸມໃສ່ຜັນຂະຫຍາຍມະຕິ 04/ກມສພ ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່; ຊຸກຍູ້ສົ່ງເສີມການຜະລິດ, ສົ່ງເສີມການເຂົ້າເຖິງແຫລ່ງທຶນ, ລະດົມຜູ້ປະກອບການເອົາສິນຄ້າໄປວາງຂາຍໃນຕະຫລາດ ແລະ ຂາຍສິນຄ້າໃນລາຄາຖືກ. ພ້ອມນີ້, ກໍ່ເອົາໃຈໃສ່ໂຄສະນາປຸກລະດົມປະຊາຊົນໃຫ້ຫັນມາຊົມໃຊ້ສິນຄ້າພາຍໃນໃຫ້ຫລາຍຂຶ້ນ; ປະສານສົມທົບຈັດກອງປະຊຸມແລກປ່ຽນ ແລະ ປຶກສາຫາລືກັບແຂວງໃກ້ຄຽງ, ຈໍາກັດການນໍາເຂົ້າປະເພດສິນຄ້າທີ່ບໍ່ມີຄວາມຈໍາເປັນ ແລະ ສາມາດຜະລິດໄດ້ເອງພາຍໃນ; ດຸ່ນດ່ຽງສິນຄ້າ ແລະ ຕິດຕາມກວດກາຕົ້ນທຶນການຜະລິດສິນຄ້າໃຫ້ລະອຽດ.
ຂ່າວ: ສັນຍາ