ເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດີຈີຕອນ ຢ່າງເປັນທາງການ

ພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງດີຈີຕອນ ຢ່າງເປັນທາງການ ໄດ້ຈັດຂຶ້ນວັນທີ 30 ກໍລະກົດນີ້ ທີ່ສະໂມສອນກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຮອງລັດຖະມົນຕີ, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດນາມ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແຂກຖືກເຊີນເຂົ້າຮ່ວມ.

 ໃນພິທີ, ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງ ປກສ ໃຫ້ຮູ້ວ່າ: ການສ້າງລະບົບຖານຂໍ້ມູນພົນລະເມືອງ ໂດຍສະເພາະແມ່ນລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈີຕອນ ແມ່ນອົງປະກອບໜຶ່ງທີ່ສໍາຄັນ ແລະ ຈຳເປັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ດ້ວຍເຫດນັ້ນ, ກະຊວງ ປກສ ເວລາໃດກໍພະຍາຍາມຢ່າງຕັ້ງໜ້າ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການພັດທະນາວຽກງານໃນຂະແໜງການຂອງຕົນ, ກະຊວງ ປກສ ລາວ ສຸດທີ່ດີໃຈ ທີ່ໄດ້ຮັບການຊ່ວຍເຫຼືອ ເພື່ອສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວພົນລະເມືອງ ຈາກພັກ-ລັດຖະບານ ສສ ຫວຽດນາມ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດພາຍຫຼັງທີ່ການນໍາສູງສຸດຂອງສອງປະເທດ ລາວ ແລະ ຫວຽດນາມ ໄດ້ກົດປຸ່ມເປີດດໍາເນີນໂຄງການນີ້ທີ່ສະພາແຫ່ງຊາດລາວ ໃນໂອກາດທີ່ທ່ານປະທານປະເທດ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 11-12 ກໍລະກົດ 2024 ທີ່ຜ່ານມາ. ຜົນສໍາເລັດຂອງໂຄງການນີ້ ຈະສ້າງປະຫວັດສາດໜ້າໃໝ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງຊາດກໍຄືສອງກໍາລັງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທັງເປັນການປະກອບສ່ວນທີ່ສໍາຄັນໃຫ້ແກ່ການສະກັດກັ້ນ ແລະ ຕ້ານອາຊາຍາກໍາ ລວມທັງການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງປະເທດພວກເຮົາໃຫ້ນັບມື້ດີຂຶ້ນເລື້ອຍໆ.

 ໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ຂຶ້ນກ່າວເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈີຕອນ ຢ່າງເປັນທາງການວ່າ: ພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈີຕອນ ຢ່າງເປັນທາງການຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ, ພວກເຮົາຈະໄດ້ນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈີຕອນ ຢ່າງເປັນເອກະພາບ ແຕ່ສູນກາງຮອດທ້ອງຖິ່ນ, ເປັນການຈັດຕັ້ງຜັນຂະຫຍາຍໂຄງການມີໝາກມີຜົນຕາມຈິດໃຈຊີ້ນໍາທີ່ປະທານປະເທດ ແຫ່ງ ສປປ ລາວ ແລະ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ພ້ອມກັນກົດປຸ່ມດຳເນີນໂຄງການນີ້ ຢ່າງເປັນທາງການ ໃນວັນທີ 11 ກໍລະກົດ 2024 ໃຫ້ເຂົ້າສູ່ວຽກງານຕົວຈິງ. ການນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວດີຈີຕອນ ແມ່ນຖືກກັບກາລະໂອກາດ ແລະ ເປັນຄວາມມຸ້ງຫວັງຂອງລັດຖະບານລາວ ທີ່ຢູ່ໃນໄລຍະປະຕິບັດແນວທາງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ເຂົ້າສູ່ວຽກງານຕົວຈິງ ເພື່ອຂ້າມຜ່ານຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ແລະ ສິ່ງກີດຂວາງຕໍ່ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ,ໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວນີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຫວຽດນາມ ກໍຄືກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ຊຶ່ງເປັນໂຄງການທີ່ສໍາຄັນ ເພື່ອຊ່ວຍລັດຖະບານລາວ ກໍຄືກະຊວງປ້ອງກັນຄວາມສະຫງົບລາວ ໃນການຫັນເປັນດີຈີຕອນ ແລະ ຈະນໍາເອົາຜົນປະໂຫຍດສໍາຄັນມາສູ່ປະເທດຂອງພວກເຮົາ.

ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຍັງໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ຮ່ວມມືຢ່າງໝົດຈິດໝົດໃຈ ເຮັດໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ນໍາເອົາແນວທາງລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ມາພັດທະນາ ແລະ ມີຜົນສຳເລັດເປັນກ້າວໆມາ.

ໃນໂອກາດນີ້, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ແລະ ທ່ານ ພົນເອກ ເລືອງ ຕາມກວາງ ພ້ອມດ້ວຍການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສສ ຫວຽດນາມ ໄດ້ຮ່ວມກັນຂຶ້ນກົດປຸ່ມ ເພື່ອເປີດການນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງດີຈີຕອນ ຢ່າງເປັນທາການ.

ໃນພິທີ, ຍັງມີການມອບຫຼຽນກາ ແລະ ໃບຍ້ອງຍໍ ກະຊວງ ປກສ ໃຫ້ບັນກົມກອງລວມໝູ່ ແລະ ກອງບັນຊາການ ປກສ ແຂວງ, ປກສ ເມືອງ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານການຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວ ໃຫ້ກຽດມອບໂດຍ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ.

ໂອກາດນີ້, ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຍັງໄດ້ມອບລົດໃຫຍ່ 3 ຄັນ ແລະ ລົດຈັກ 244 ຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໂດຍການມອບຂອງ ທ່ານ ພົນເອກ ເລືອງ ຕາມກວາງ  ແລະ ຮັບໂດຍ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ, ມີບັນດາຮອງລັດຖະມົນຕີ, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມເປັນສັກຂີພິຍານ.

ຫຼັງຈາກນັ້ນ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ແລະ ທ່ານ ພົນເອກ ເລືອງ ຕາມກວາງ, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສສ ຫວຽດນາມ ພ້ອມດ້ວຍແຂກຖືກເຊີນ ໄດ້ເຂົ້າຮ່ວມພິທີເປີດສູນຂໍ້ມູນພົນລະເມືອງ ແລະ ບັດປະຈໍາຕົວພົນລະເມືອງ ຢູ່ທີ່ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມທັງຢ້ຽມຊົມການວາງສະແດງຄວາມສາມາດຂອງບັດປະຈໍາຕົວຝັງຊິບ, ຊົມ ແລະ ຮັບຟັງການນໍາໃຊ້ແຜນທີ່ດີຈີຕອນ, ຄວາມສາມາດການນໍາໃຊ້ແຜນທີ່ດີຈີຕອນ ແລະ ວິທີການ, ຂັ້ນຕອນ ຂອງການນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງດີຈີຕອນ ຕື່ມອີກ.

ຂ່າວ: ປກສ