ໃນວັນທີ 5 ສິງຫາ ນີ້, ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນຳວຽກງານກົດໝາຍ ແລະ ວຽກງານຄົ້ນຄວ້ານິຕິກຳຂອງສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການອອກມະຕິ ແລະ ຄຳແນະນຳ ຂອງຄະນະປະຈຳສະພາແຫ່ງຊາດ ຄື: ມະຕິສະບັບ ເລກທີ 197/ຄປຈ; ມະຕິສະບັບເລກທີ 203/ຄປຈ; ມະຕິ ສະບັບເລກທີ 204/ຄປຈ ແລະ ຄຳແນະນຳ ສະບັບເລກທີ 16/ຄປຈ ເພື່ອໃຫ້ທຸກການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕ ປະຊາ ຊົນ ແລະ ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ.
ໃນໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ຊີ້ແຈງ ກ່ຽວກັບເຫດຜົນ ແລະ ເນື້ອໃນການອອກມະຕິ ຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 197/ຄປຈ, ລົງວັນທີ 22 ກໍລະກົດ 2025 ວ່າດ້ວຍການຂຽນມາດຕາຂອງກົດໝາຍໃສ່ເອກະສານທາງລັດຖະການ ຫລື ການຂຽນບ່ອນອີງຂອງກົດໝາຍໃສ່ເອກະສານທາງລັດຖະການ ເຊິ່ງຈຸດປະສົງຕົ້ນຕໍການອອກມະຕິສະບັບນີ້ ແມ່ນແນໃສ່ໃຫ້ມີຄວາມຮັດກຸມ ແລະ ຈະແຈ້ງໃນການຂຽນບ່ອນອີງທາງດ້ານກົດໝາຍໃສ່ເອກະສານທາງລັດຖະການ. ຄວາມເປັນຈິງໃນການຂຽນຊື່ກົດໝາຍກ່ອນມາດຕາ ຫລື ຂຽນມາດຕາກ່ອນຂຽນຊື່ກົດໝາຍ ລ້ວນແຕ່ມີຄຸນປະໂຫຍດ ແລະ ໃຊ້ໄດ້, ແຕ່ກໍມີຄວາມແຕກຕ່າງກັນຄື: ການຂຽນຊື່ກົດໝາຍກ່ອນມາດຕາ ແມ່ນການເລີ່ມຈາກການຂຽນອັນລວມ ໄປສູ່ອັນສະເພາະ, ສ່ວນການຂຽນມາດຕາຂອງກົດໝາຍຂຶ້ນກ່ອນການຂຽນຊື່ກົດໝາຍນັ້ນ ແມ່ນການເລີ່ມຈາກການຂຽນອັນສະເພາະໄປສູ່ອັນລວມ (ຕາມມາດ ຕະເກນທາງປັດຊະຍາ). ແຕ່ເຫັນວ່າ ການຂຽນມາດຕາຂອງກົດໝາຍຂຶ້ນກ່ອນຊື່ກົດໝາຍ ຈະມີຄວາມໝາຍເຈາະຈົງສະເພາະ ແລະ ມີຄວາມຊັດເຈນກ່ຽວກັບການຂຽນບ່ອນອີງທາງກົດໝາຍ ຂອງເອກະ ສານທາງລັດຖະການ. ສະນັ້ນ, ຄະນະປະຈຳສະພາແຫ່ງຊາດ ຈຶ່ງອອກມະຕິຕົກລົງໃຫ້ຂຽນບ່ອນອີງທາງກົດໝາຍ ໂດຍຂຽນມາດຕາຂຶ້ນກ່ອນຊື່ກົດໝາຍ. ນອກຈາກເຫດຜົນດັ່ງກ່າວແລ້ວ, ຄະນະປະຈຳສະພາແຫ່ງຊາດ ຍັງອີງໃສ່ສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍເອກະສານ ແລະ ຄຳແນະນຳ ຂອງກະຊວງພາຍໃນ ກ່ຽວກັບການປະຕິບັດກົດໝາຍວ່າດ້ວຍເອກະສານ. ພ້ອມກັນນັ້ນ, ຍັງອີງໃສ່ບົດຮຽນຂອງຫາຍປະເທດໃນໂລກ ຕື່ມອີກ.
ນັບແຕ່ນີ້ເປັນຕົ້ນໄປ, ສະເໜີໃຫ້ທຸກອົງການຈັດຕັ້ງ ໃນລະບົບການເມືອງປະຊາທິປະໄຕປະ ຊາຊົນ ຂອງ ສປປ ລາວ ຈົ່ງພ້ອມກັນປະຕິບັດຢ່າງເຂັ້ມງວດ ແລະ ເປັນເອກະພາບສູງ ຕໍ່ມະຕິຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 197/ຄປຈ, ລົງວັນທີ 22 ກໍລະກົດ 2025 ວ່າດ້ວຍການຂຽນມາດຕາຂອງກົດໝາຍໃສ່ເອກະສານທາງລັດຖະການ. ໝາຍຄວາມວ່າ ບ່ອນອີງຂອງທຸກເອກະສານທາງລັດຖະການ ໃຫ້ຂຽນມາດຕາຂອງກົດໝາຍຂຶ້ນກ່ອນ ແລ້ວຈຶ່ງຂຽນຊື່ກົດໝາຍຕາມຫລັງ, ບໍ່ຈຳເປັນຂຽນພາກ ແລະ ໝວດ. ພ້ອມກັນນີ້, ສະເໜີໃຫ້ລັດຖະບານ, ຊີ້ນຳພາກສ່ວນທີ່ກ່ຽວຂ້ອງ ປັບປຸງຄຳແນະນຳ ສະບັບເລກທີ 02/ພນ, ລົງວັນທີ 9 ມີນາ 2021 ຂອງກະຊວງພາຍໃນເກົ່າ ໃຫ້ສອດຄ່ອງຕາມມະຕິຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 197/ຄປຈ ເພື່ອຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ກ່ຽວກັບເຫດຜົນ ແລະ ເນື້ອໃນການອອກມະຕິ ຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 203/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການປັບປຸງການໃສ່ສີເຄື່ອງໝາຍຊາດ: ຈຸດປະສົງຕົ້ນຕໍການອອກມະຕິ ຂອງຄະນະປະຈຳສະພາແຫ່ງຊາດ ໃຫ້ປັບປຸງການໃສ່ສີ ແລະ ປັບຍອດໃບໄມ້ຢູ່ໃນເຄື່ອງໝາຍຊາດ ແມ່ນແນໃສ່ໃຫ້ປະຕິບັດຢ່າງຖືກຕ້ອງ ແລະ ເປັນເອກະພາບສູງທົ່ວປະເທດຕາມເນື້ອໃນມາດຕາ 114 ຂອງລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປີ 2025. ສຳລັບການປັບຍອດໃບໄມ້ຢູ່ໃນເຄື່ອງໝາຍຊາດ ບໍ່ໃຫ້ບັງຮູບທາດຫລວງ ເປັນຕົ້ນ ຈອມຮູບທາດຫລວງທາງລຸ່ມ ກໍແມ່ນແນໃສ່ເຮັດໃຫ້ເຫັນແຈ້ງຮູບທາດຫລວງຢ່າງຊັດເຈນ, ເພາະວ່າທາດຫລວງແມ່ນສັນຍາລັກທີ່ໂດດເດັ່ນທາງດ້ານວັດທະນະທຳຂອງຊາດລາວ.
ໃນມາດຕາ 76 ຂອງລັດຖະທຳມະນູນ ສະບັບປີ 1991; ໃນມາດຕາ 90 ຂອງລັດຖະທຳມະນູນ ສະບັບປີ 2003; ໃນມາດຕາ 111 ຂອງລັດຖະທຳມະນູນ ສະບັບປີ 2015 ແລະ ໃນມາດຕາ 114 ຂອງລັດຖະທຳມະນູນ ສະບັບປີ 2025 ໄດ້ກຳນົດກ່ຽວກັບເຄື່ອງໝາຍຊາດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຮູບວົງມົນ ດ້ານລຸ່ມມີຮູບເຄິ່ງກົງຈັກເປັນແຂ້ວເຟືອງ ແລະ ໂບສີແດງ ຂຽນອັກສອນ “ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ” ສອງຂ້າງອ້ອມດ້ວຍຮວງເຂົ້າສຸກເປັນຮູບເຟືອງພະຈັນ ແລະ ໂບສີແດງຂຽນອັກສອນ “ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອ ກະພາບ, ວັດທະນະຖາວອນ”. ການປັບປຸງລັດຖະທຳມະນູນ 3 ຄັ້ງຜ່ານມາ, ແມ່ນບໍ່ໄດ້ປັບປຸງເນື້ອໃນກ່ຽວກັບມາດຕາທີ່ກຳນົດເຄື່ອງໝາຍຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ກ່າວມາຂ້າງເທິງນີ້ ແລະ ບໍ່ໄດ້ກຳນົດໃຫ້ໃສ່ສີຄຳ. ການໃສ່ສີຄຳໃສ່ເຄື່ອງໝາຍຊາດ ກໍມີຄວາມໝາຍສຳຄັນຢ່າງເລິກເຊິ່ງ, ແຕ່ສຳພັດລຶບບັນດາສັນຍາລັກ ລວມທັງສີທີ່ກຳນົດໄວ້ໃນເຄື່ອງໝາຍຊາດຂອງລັດຖະທຳມະນູນ. ອີກປະການໜຶ່ງ, ເຫັນວ່າຍອດໃບໄມ້ຍັງມີສ່ວນບັງຮູບທາດຫລວງ ຊຶ່ງເປັນທີ່ເຄົາລົບບູຊາຂອງປະຊາຊົນລາວບັນດາເຜົ່າ. ຍ້ອນແນວນັ້ນ, ຄະນະປະຈຳສະພາແຫ່ງຊາດ ຈຶ່ງອອກມະຕິ ສະບັບເລກທີ 203/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການປັບປຸງການໃສ່ສີເຄື່ອງໝາຍຊາດ ແລະ ປັບຍອດໃບໄມ້ບໍ່ໃຫ້ບັງຮູບທາດຫລວງໃນເຄື່ອງໝາຍຊາດສະບັບນີ້.
ກ່ຽວກັບເຫດຜົນ ແລະ ເນື້ອໃນ ການອອກມະຕິຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 204/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການກຳນົດວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ແລະ ການຈັດຊຸດສະພາປະຊາຊົນຂັ້ນແຂວງ: ຈຸດປະສົງຕົ້ນຕໍໃນການອອກມະຕິສະບັບນີ້ ແມ່ນແນໃສ່ເພື່ອຢືນຢັນການກຳນົດເອົາວັນທີ 4 ສິງຫາ 1978 ເປັນວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ຫລື ສະພາປະຊາຊົນຂັ້ນແຂວງ. ສຳລັບການກຳນົດການຈັດຊຸດສະພາປະຊາຊົນຂັ້ນແຂວງ ຊຸດປະຈຸບັນ ໃຫ້ເປັນຊຸດທີ IV ກໍເພື່ອໃຫ້ສອດຄ່ອງກັບການກຳນົດວັນສ້າງຕັ້ງສະພາປະຊາຊົນທ້ອງຖິ່ນ ຫລື ສະພາປະ ຊາຊົນຂັ້ນແຂວງ (ວັນທີ 4 ສິງຫາ 1978) ເພື່ອໃຫ້ສອດຄ່ອງກັບລັກສະນະປະຫວັດສາດ ແລະ ສະ ພາບການຕົວຈິງໃນການສ້າງຕັ້ງ ແລະ ເຄື່ອນໄຫວຂອງສະພາປະຊາຊົນທ້ອງຖິ່ນຢູ່ປະເທດເຮົານັບແຕ່ປີ 1975 ເຖິງປັດຈຸບັນ.
ຄຳແນະນຳ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 16/ຄປຈ, ລົງວັນທີ 11 ກໍລະ ກົດ 2025 ກ່ຽວກັບການປາຖະກະຖາ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ການໂຄສະພາ ເຜີຍແຜ່ ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປີ 2025. ແມ່ນແນໃສ່ຜັນຂະຫຍາຍມູນເຊື້ອ ກ່ຽວກັບການສະເຫລີມສະຫລອງວັນປະກາດໃຊ້ລັດຖະທຳມະນູນ ຊຶ່ງເອີ້ນວ່າ: ວັນລັດຖະທຳມະນູນແຫ່ງຊາດ ທີ່ພວກເຮົາເຄີຍຈັດຕັ້ງປະຕິບັດມາໃນແຕ່ລະປີ, ປີນີ້ ແມ່ນປີຄົບຮອບ 34 ປີ ຢູ່ໃນໄລຍະ ທີ່ພວກເຮົາພວມຜັນຂະຫຍາຍຜົນສຳເລັດ ທີ່ສຳຄັນໃນການປັບປຸງລັດຖະທຳມະນູນ ສະບັບປີ 2025. ສະນັ້ນ, ການປາຖະກະຖາກ່ຽວກັບວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ຈຶ່ງດຳເນີນໄປຕິດພັນກັບການໂຄສະນາ ເຜີຍແຜ່ຜົນການປັບປຸງເນື້ອໃນລັດຖະທຳມະນູນ ສະບັບປີ 2025 ແນໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ກຳມະກອນ, ກະສິ ກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ, ຊາວຕ່າງດ້າວ ແລະ ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ, ປະຊາຊົນລາວບັນດາເຜົ່າ ແລະ ທຸກອົງການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນ ກໍຄື ພີ່ນ້ອງຊາວລາວຢູ່ຕ່າງປະເທດ ໄດ້ຮັບຮູ້ຢ່າງທົ່ວເຖິງກັນ ເພື່ອພ້ອມກັນຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ເພີ່ມທະວີຄວາມສາມັກຄີເປັນອັນໜຶ່ງອັນດຽວ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ ກ້າວຂຶ້ນສູ່ຄວາມວັດທະ ນະຖາວອນ.