ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງສາລະວັນ ຄັ້ງທີ X ໄດ້ໄຂຂື້ນຢ່າງເປັນທາງການ. ວັນທີ 6 ສິງຫາ 2025. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສາລະວັນ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າຈາກແຂວງຈໍາປາສັກ, ເຊກອງ, ອັດຕະປື, ສະຫວັນນະເຂດ ແລະ ກອງພົນທະຫານຮາບທີ 5 ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ສະຫາຍ ປອ ດາວວົງ ພອນແກ້ວ ໄດ້ໃຫ້ກຽດກ່າວໄຂກອງປະຊຸມຢ່າງເປັນທາງການ ເຊີ່ງສະຫາຍ ໄດ້ກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງສາລະວັນ ຄັ້ງທີ X ໄດ້ໄຂຂຶ້ນຢ່າງ ສະຫງ່າຜ່າເຜີຍ ໃນທ່າມກາງບັນຍາກາດທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ວັນສໍາຄັນຕ່າງໆຂອງຊາດ - ຂອງພັກ ຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ.ໃນບັນຍາກາດອັນມີຄວາມໝາຍສໍາຄັນນີ້ ພວກເຮົາກໍມີຄວາມເອກອ້າງທະນົງໃຈ ທີ່ໄດ້ເປັນສ່ວນໜຶ່ງ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ທີ່ເຕັມໄປດ້ວຍຜົນງານອັນໃຫຍ່ຫຼວງຫຼາຍດ້ານ ທັງເປັນພື້ນຖານໃຫ້ແກ່ການກໍານົດທິດທາງໜ້າທີ່ຂອງແຂວງສາລະວັນ ໃນຊຸມປີຕໍ່ໜ້າ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຈາກສູນກາງພັກ-ລັດຖະບານ, ບວກກັບຄວາມສາມັກຄີເປັນເອກະພາບ ແລະ ຄວາມຮັບຜິດຊອບສູງຂອງຄະນະພັກ - ອົງການປົກຄອງແຕ່ລະຂັ້ນ ໄດ້ເຮັດໃຫ້ແຂວງພວກເຮົາ ສາມາດຜ່ານຜ່າອຸປະສັກຂໍ້ຫຍຸ້ງຍາກ ແລະ ບັນລຸຜົນສໍາເລັດຕາມລະດັບຄາດໝາຍເປັນຢ່າງດີ, ອັນພົ້ນເດັ່ນດ້ານເສດຖະກິດຂະຫຍາຍຕົວ 5.3% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 36,047 ຕື້ກວ່າກີບ, ສະເລ່ຍຕໍ່ຫົວຄົນ 17 ລ້ານກວ່າກີບຕໍ່ຄົນຕໍ່ປີ, ການຍາດແຍ່ງດຶງດູດການລົງທຶນປະຕິບັດໄດ້ 7,542 ຕື້ກວ່າກີບ, ເທົ່າກັບ 86%. ຕັ້ງໜ້າແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢ່າງເປັນເຈົ້າການ, ການຈັດເກັບລາຍຮັບເຂົ້າງົບປະມານຂອງລັດ ປະຕິບັດໄດ້ 1,078 ຕື້ກີບ, ປີ 2023 ແລະ 2024 ໄດ້ລື່ນແຜນການ, ການຄຸ້ມຄອງລາຍຈ່າຍເຂັ້ມງວດຕາມລະບຽບກົດໝາຍ; ຕາໜ່າງການຄ້າ ໄດ້ມີການຂະຫຍາຍຕົວເປັນຢ່າງດີ, ຂະບວນການຜະລິດກະສິກຳເປັນສິນຄ້າຂອງປະຊາຊົນ ໄດ້ມີບາດກ້າວຂະຫຍາຍຕົວໃໝ່ ເປັນຕົ້ນໂຄງການປູກເຂົ້າເປັນສິນຄ້າ ເພື່ອຄໍ້າປະກັນສະບຽງ ອາຫານທົດແທນການນໍາເຂົ້າ ບັນລຸໄດ້ 1.9 ລ້ານກວ່າໂຕນ ເທົ່າກັບ 95%, ການປູກພືດທາດແປ້ງ ແລະ ພືດອຸດສາຫະກຳອື່ນໆ ໄດ້ຂະຫຍາຍຕົວຢ່າງໄວວາ, ພື້ນຖານໂຄງລ່າງຄົມມະນາຄົມ ກໍໄດ້ປັບປຸງຍົກລະດັບດີຂຶ້ນ ທົ່ວແຂວງ ມີເສັ້ນທາງທີ່ສາມາດໄປໄດ້ຕະຫຼອດປີ ກວມ ເອົາ 79% ຂອງບ້ານທັງໝົດ, ພົ້ນເດັ່ນຊຸມຊົນຕື່ນຕົວເປັນເຈົ້າການໃນການປະກອບສ່ວນເຂົ້າໃນການກໍ່ສ້າງຂົວ-ທາງ ບັນດາບ້ານ ຢູ່ເມືອງຄົງເຊໂດນ, ລະຄອນເພັງ, ສາລະວັນ ແລະ ເມືອງອື່ນໆ ມູນາ 30 ຕື້ກວ່າກີບ; ການຂະຫຍາຍຕາຂ່າຍໄຟຟ້າ ໄປສູ່ຊົນນະບົດ ກວມ 99% ຂອງບ້ານທັງໝົດ, ຊັບພະຍາກອນທໍາມະຊາດ ໄດ້ຮັບການປົກປັກຮັກສາການຄຸ້ມຄອງຈັດສັນ ອອກໃບຕາດິນໄດ້ 50 ພັນກວ່າຕອນ; ການຂະຫຍາຍສັນຍານໂທລະສັບ-ອິນເຕີເນັດ ປົກຄຸມກວມ 94% ຂອງພື້ນທີ່ ທົ່ວແຂວງ.
ໃນພິທີຜູ້ເແທນທີ່ເຂົ້່າຮ່ວມ ຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ, ຜ່ານບົດສະຫຼວດການນຳພຳລວມຂອງຄະນະພັກຊຸດເກົ່າ ແລະກ່າວລາໜ້າທີ່ຂອງຄະນະພັກຊຸດເກົ່າ. ຜ່ານມາດຖານເງືອນໄຂ ຜູ້ຮັບສະໝັກເລືອກຕັ້ງຄະນະພັກຊຸດໃຫມ່ ແລະມາດຖານເງື່ອນໄຂຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ສູນກາງພັກ, ພ້ອມທັງຜ່ານລາຍຊື່ບຸກຄະລະກອນ ທີ່ຈະສະໝັກເລືອກຕັ້ງຄະນະພັກຊຸດໃໝ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈິ່ງຈະສໍາເລັດ ( 6 – 7 ສິງຫາ 2025).