ວັນທີ 9 ສິງຫາ 2025 ສູນການແພດອະໄລແອນໄດ້ສະຫລອງການສ້າງຕັ້ງຄົບຮອບ 14 ປີ ແບບພິເສດ ຜ່ານການຈັດງານ ສົນທະນາເພື່ອສຸຂະພາບ ແລະ ການໃຫ້ຄຳປຶກສາກັບແພດ ຊ່ຽວຊານໂດຍບໍ່ມີຄ່າໃຊ້ຈ່າຍ, ເພື່ອຕອບຢໍ້າເປົ້າໝາຍຫຼັກໃນການມອບການເບິ່ງແຍ່ງສຸຂະພາບທີ່ມີມາດຕະຖານສາກົນໃຫ້ກັບສັງຄົມລາວ.
ງານສະຫລອງນີ້ເລີ່ມຂຶ້ນດ້ວຍການສົນທະນາສຸຂະພາບຈັດຂຶ້ນ ທີ່ໂຮງແຮມ ອະມາຣີ ນະຄອນຫລວງວຽງຈັນ, ຕໍ່ດ້ວຍການໃຫ້ຄໍາປຶກສາແບບໂຕຕໍ່ໂຕໂດຍບໍ່ມີຄ່າໃຊ້ຈ່າຍ ທີ່ ສູນ ການແພດອະໄລແອນ.
ງານນີ້ມີຄວາມໂດດເດັ່ນໂດຍເປັນການຮ່ວມມືຂອງທີມແພດຜູ້ຊຳນານຈາກຫຼາຍສາຂາ ຈາກສູນການແພດອະໄລແອນ ແລະ ກຸ່ມໂຮງໝໍວັດທະນາ, ເຊິ່ງປະກອບດ້ວຍແພດທົ່ວໄປ ທີ່ເປັນແພດຊ່ຽວຊານໃນການປິ່ນປົວທົ່ວໄປ, ຊ່ຽວຊານຕ້ອນ ຂັບຍ່ອຍ ທີ່ເປັນຊ່ຽວຊານໃນການປິ່ນປົວພະຍາດກ່ຽວກັບຮໍໂມນ ເຊັ່ນ: ເບົາຫວານ, ໄທລອຍ, ພາວະກະດູກຜ່ອຍ, ພາວະໄວທອງ ຫລື ຄວາມຜິດປົກກະຕິອື່ນໆທີ່ກ່ຽວຂ້ອງກັບຮໍໂມນ, ພ້ອມທັງມີຊ່ຽວຊານລະບົບທາງເດີນປັດສະວະທີ່ ເປັນຊ່ຽວຊານປິ່ນປົວພະຍາດທີ່ກ່ຽວຂ້ອງກັບພະຍາດທາງເດີນປັດສະວະເຊັ່ນ: ໝົວໝາກໄຂ່ຫຼັງ, ຕ່ອມລູກ ໝາກໃຫຍ່, ພະຍາດກະເພາະປັດສະວະອັກເສບ, ມະເລັງໃນລະບົບປັດສະວະ ເຊິ່ງຄັ້ງນີ້ທີມແພດໄດ້ມາແບ່ງປັນຄວາມຮູ້ກ່ຽວກັບ ການເບິ່ງແຍ່ງສຸຂະພາບແມ່ຍິງໃນໄວໝົດປະຈຳເດືອນ ແລະສຸຂະພາບຕ່ອມລູກໝາກ,
ງານຄົບຮອບຄັ້ງນີ້ບໍ່ແມ່ນພຽງແຕ່ເປັນການສະຫລອງເທົ່ານັ້ນ ແຕ່ເປັນການສະທ້ອນເຫັນເຖີງພັນທະຂອງ ສູນການ ແພດອະໄລແອນ ທີ່ສືບຕໍ່ດໍາເນີນມາຢ່າງຕໍ່ເນື່ອງ ໃນການມອບການບໍລິການທີ່ມີຄຸນນະພາບ ລະດັບສາກົນ ໃຫ້ແກ່ເພື່ອຜູ້ມາໃຊ້ບໍລິການ.
ພາຍໃຕ້ແນວຄິດໃນການເບິ່ງແຍ່ງສຸຂະພາບແບບຄົບວົງຈອນ, ສູນການແພດອະໄລແອນມີຄວາມພູມໃຈທີ່ໄດ້ສ້າງເຄືອຂ່າຍການສົ່ງຕໍ່ຄົນເຈັບໄປຫາໂຮງໝໍພັນທະມິດທີ່ໄດ້ມາດຕະຖານທັງພາຍໃນ ແລະ ຕ່າງປະເທດ, ເພື່ອຮັບປະກັນວ່າ ທຸກຄົນເຈັບຈະໄດ້ຮັບການເບິ່ງແຍ່ງທີ່ຄົບວົງຈອນ ແລະ ປອດໄພ ບໍ່ວ່າຈະເປັນການກວດສຸຂະພາບ ຫຼື ການປິ່ນປົວທີ່ ຊັບຊ້ອນ ສູນການແພດອະໄລແອນກໍ່ຢູ່ຂ້າງຄົນເຈັບໃນທຸກຂັ້ນຕອນ.