ໃນວັນທີ 12 ສິງຫານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ໄດ້ມີພິທີສໍາມະນາວິທະຍາສາດ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ (13/8/1950-13/8/2025); ເປັນກຽດໃນພິທີ, ໂດຍສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາພະນັກງານອາວຸໂສບໍານານ, ນັກຂ່າວ ທີ່ມາຈາກຕ່າງແຂວງ ພ້ອມດ້ວຍນັກຂ່າວອ້ອມຂ້າງສູນກາງ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້, ສະຫາຍ ລາວປາວຊົ່ງ ນະວົງໄຊ ກ່າວວ່າ: ງານສຳມະນາວິທະຍາສາດໃນມື້ນີ້ ເພື່ອຮ່ວມສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ. (13/8/1950-13/8/2025) ນີ້ແມ່ນວາລະອັນສຳຄັນທີ່ພວກເຮົາຈະໄດ້ທົບທວນປະຫວັດການພັດທະນາຂອງສື່ມວນຊົນ, ສົນທະນາເຖິງບົດບາດຂອງສື່ໃນຍຸກດີຈີຕອນ ແລະ ສ່ອງເບິ່ງອະນາຄົດທີ່ຍັງຄົງມີຄວາມທ້າທາຍ ແລະ ໂອກາດໃໝ່ໆ. ສື່ມວນຊົນໃນໂລກນີ້ໄດ້ເດີນທາງມາຍາວນານຕັ້ງແຕ່ຍຸກສື່ດັ່ງເດີມ. ໃນອະດີດ, ສື່ມວນຊົນເລີ່ມຕົ້ນດ້ວຍການສື່ສານຜ່ານປາກເປົ່າ, ຕໍ່ມາດ້ວຍການຂຽນດ້ວຍມື ແລະ ການພິມໃສ່ແຜ່ນໄມ້ ແລະ ເຈ້ຍ. ການປະດິດເຄື່ອງພິມໃນສະຕະວັດທີ 15 ໂດຍໂຈຮັນເນັດສ ຄັດເທິນເບີກ (Johannes Gutenberg) ໄດ້ປະຕິວັດວົງການສື່ມວນຊົນ, ເຮັດໃຫ້ປຶ້ມ, ໜັງສືພິມ ແລະ ໃບປີວໄດ້ແຜ່ຂະຫຍາຍເປັນວົງກວ້າງຂຶ້ນ. ຕໍ່ມາ, ສື່ດັ່ງເດີມ ຄື: ໜັງສືພິມ, ວິທະຍຸ ແລະ ໂທລະພາບ ກໍໄດ້ກາຍເປັນສື່ຫຼັກໃນການເຜີຍແຜ່ຂໍ້ມູນຂ່າວສານ ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ສັງຄົມ.
ໃນທ້າຍສະຕະວັດທີ 20, ພວກເຮົາໄດ້ກ້າວສູ່ຍຸກ 1.0 ຫຼື ຍຸກເລີ່ມຕົ້ນຂອງອິນເຕີເນັດ, ສື່ອອນລາຍເລີ່ມປະກົດຕົວ, ເວັບໄຊຂ່າວສານໄດ້ຖືກສ້າງຂຶ້ນ ແລະ ຄົນສາມາດເຂົ້າເຖິງຂໍ້ມູນຂ່າວສານຈາກທົ່ວໂລກໄດ້ງ່າຍຂຶ້ນ ແລະ ໄວຂຶ້ນ. ຍຸກນີ້ ຖືເປັນຈຸດເລີ່ມຕົ້ນຂອງການປ່ຽນແປງທີ່ຍິ່ງໃຫຍ່, ຢູ່ບ່ອນທີ່ສື່ມວນຊົນເລີ່ມມີຄວາມຫຼາກຫຼາຍ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ຮັບຂໍ້ມູນຂ່າວສານໄດ້ຫຼາຍຂຶ້ນ.
ມາຮອດຍຸກອຸດສາຫະກຳ 4.0, ສື່ມວນຊົນໄດ້ກ້າວຂ້າມຂີດຈຳກັດ ຂອງຍຸກ 1.0 ດ້ວຍການນຳໃຊ້ປັນຍາປະດິດ AI ແລະ ເຕັກໂນໂລຊີດີຈີຕອນທີ່ທັນສະໄໝ. AI ຊ່ວຍໃຫ້ພວກເຮົາສາມາດວິເຄາະຂໍ້ມູນອັນມະຫາສານ, ສ້າງເນື້ອໃນທີ່ມີຄຸນນະພາບ ແລະ ສົ່ງຕໍ່ຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ. ຕົວຢ່າງເຊັ່ນ: ລະບົບ AI ສາມາດຜະລິດ ແລະ ກວດສອບຄວາມຖືກຕ້ອງຂອງຂໍ້ມູນ, ແລະ ປຸງແຕ່ງເນື້ອໃນໃຫ້ແທດ ເໝາະກັບຜູ້ຮັບຂໍ້ມູນຂ່າວສານໃນແຕ່ລະກຸ່ມ. ຢ່າງໃດກໍຕາມ, ການນຳໃຊ້ AI ຍັງພາໃຫ້ເກີດຄວາມທ້າທາຍ ເຊັ່ນ: ການປ້ອງກັນຂ່າວປອມ ແລະ ການຄວບຄຸມຄຸນນະພາບຂອງເນື້ອໃນທີ່ຜະລິດໂດຍເຄື່ອງຈັກ.
ໃນທ່າມກາງການພັດທະນາຂອງເຕັກໂນໂລຊີ, ຈັນຍາບັນສື່ມວນຊົນຍັງຄົງເປັນພື້ນຖານທີ່ສຳຄັນ. ສື່ບໍ່ພຽງແຕ່ມີພາລະໃນການນຳສະເໜີຂໍ້ມູນທີ່ຖືກຕ້ອງ ວ່ອງໄວ ແລະ ທັນເວລາ, ແຕ່ຍັງຕ້ອງຮັບປະກັນຄວາມຖືກຕ້ອງ ແລະ ເຄົາລົບສິດທິຂອງຄົນ. ໃນຍຸກທີ່ AI ມີບົດບາດຫຼາຍຂຶ້ນ, ພວກເຮົາຕ້ອງຕື່ນຕົວໃນການນຳໃຊ້ເຕັກໂນໂລຊີຢ່າງມີຈັນຍາບັນ, ປ້ອງກັນການແຜ່ຂະຫຍາຍຂອງຂ່າວປອມ ແລະ ປົກປ້ອງຄວາມເປັນສ່ວນຕົວຂອງຜູ້ຮັບຂໍ້ມູນຂ່າວສານ. ເມື່ອສ່ອງໄປສູ່ອະນາຄົດ, ສື່ມວນຊົນຈະຍັງຄົງພັດທະນາຕໍ່ໄປພາຍໃຕ້ອິດທິພົນຂອງເຕັກໂນໂລຊີທີ່ກ້າວໜ້າເຊັ່ນ: ປັນຍາປະດິດທີ່ສະຫຼາດຂຶ້ນ, ເຕັກໂນໂລຊີຄວາມເປັນຈິງສະເໝືອນ AR/VR, ແລະ ເຄືອຂ່າຍ 5G/6G ທີ່ຈະເຮັດໃຫ້ການເຂົ້າເຖິງຂໍ້ມູນຂ່າວສານມີຄວາມວ່ອງໄວ ແລະ ປະສົບການທີ່ແຕກຕ່າງ. ພວກເຮົາອາດຈະເຫັນສື່ທີ່ສາມາດປັບຕົວໃນລະດັບທີ່ສູງຂຶ້ນ, ຜູ້ຮັບຂໍ້ມູນຂ່າວສານຈະບໍ່ເປັນພຽງແຕ່ເປັນຜູ້ບໍລິໂພກ, ແຕ່ຍັງເປັນຜູ້ສ້າງເນື້ອຫາຮ່ວມກັນ. ແນວໃດກໍຕາມ, ຄວາມທ້າທາຍທີ່ສຳຄັນຄືການຮັກສາຄວາມຖືກຕ້ອງ ແລະ ໝັ້ນຄົງຂອງຂໍ້ມູນຂ່າວສານ, ປ້ອງກັນການບິດເບືອນຄວາມຈິງ, ແລະ ສົ່ງເສີມຄວາມຮູ້ດ້ານສື່ມີເດຍ ລິດເທີຣາຊີ (Media Literacy) ໃຫ້ແກ່ສັງຄົມ.
ສະຫາຍ ລາວປາວຊົ່ງ ນະວົງໄຊ ກ່າວຕື່ມວ່າ: ໃນມື້ນີ້, ພວກເຮົາຈະໄດ້ຮ່ວມກັນສົນທະນາ ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບການພັດທະນາ ຂອງສື່ມວນຊົນຈາກອະດີດສູ່ປັດຈຸບັນ, ບົດບາດຂອງ AI ໃນຍຸກ 4.0, ຄວາມສຳຄັນຂອງຈັນຍາບັນສື່ ແລະ ທິດທາງໃນອະນາຄົດ. ຂ້າພະເຈົ້າຫວັງວ່າ ການສົນທະນາຈະເປັນແຮງບັນດານໃຈໃຫ້ພວກເຮົາຮ່ວມກັນສ້າງສື່ມວນຊົນທີ່ມີຄຸນນະພາບ, ມີຈັນຍາບັນ, ແລະ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄືສັງຄົມໄດ້ຍືນຍົງຕະຫຼອດໄປ.