ບໍລິສັດ ພູເບ້ຍ ມາຍນິງ ສໍາເລັດການສ້ອມແປງຂົວນໍ້າໂມ້ທີ່ເປ່ເພຈາກພາຍຸໄຕ້ຝຸ່ນ

ຫຼັງຈາກຝົນຕົກໜັກຈາກພາຍຸໄຕ້ຝຸ່ນວິພາ (Wipha) ໃນວັນທີ 25 ກໍລະກົດ ໄດ້ກໍ່ໃຫ້ເກີດນໍ້າຖ້ວມ ແລະ ຄວາມເສຍຫາຍຕໍ່ຂົວນໍ້າໂມ້ ໃກ້ກັບໂຄງການ ພູຄໍາ ຂອງບໍລິສັດ ພູເບ້ຍ ມາຍນິງ. ຂົວດັ່ງກ່າວເປັນຈຸດເຊື່ອມຕໍ່ທີ່ສຳຄັນສຳລັບຊຸມຊົນທ້ອງຖິ່ນໃນການເຂົ້າເຖິງຕະຫຼາດ, ສະຖານທີ່ເຮັດວຽກ, ໂຮງຮຽນ, ແລະ ສຸກສາລາ. ບໍລິສັດ ພູເບ້ຍ ມາຍນິງ ໄດ້ລະດົມທີມງານໂດຍທັນທີ ເພື່ອດຳເນີນການສ້ອມແປງຢ່າງຮີບດ່ວນ, ຊຶ່ງຮັບປະກັນຄວາມປອດໄພ ແລະ ການເດີນທາງໄປມາຂອງປະຊາຊົນຫຼາຍພັນຄົນທີ່ຕ້ອງພຶ່ງພາຂົວນີ້ໃນແຕ່ລະມື້.

ນັບແຕ່ວັນທີ 26 ກໍລະກົດ ຫາ ວັນທີ 10 ສິງຫາຜ່ານມາ, ທີມງານພະແນກຂຸດຄົ້ນ, ພະແນກທໍລະນີເຕັກນິກ, ພະແນກຂຸດຄົ້ນໃຕ້ດິນ, ພະແນກພັດທະນາບໍ່ແຮ່, ແລະ ພະແນກພົວພັນຊຸມຊົນ ຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ເຮັດວຽກຮ່ວມກັບຜູ້ຮັບເໝົາ ແລະ ອໍານາດການປົກຄອງທ້ອງຖິ່ນ ເພື່ອສ້ອມແປງຂົວໃຫ້ມີຄວາມໝັ້ນຄົງ ແລະ ປອດໄພສຳລັບການສັນຈອນທີ່ຈຳເປັນ.

ການສ້ອມແປງປະກອບມີການປິດຮອຍແຕກ, ເສີມບໍລິເວນຕີນຂົວດ້ວຍຫີນໜັກເພື່ອປ້ອງກັນການເຊາະເຈື່ອນ (riprap), ການນໍາໃຊ້ຊີມັງປ້ອງກັນ (shotcrete) ທີ່ຖານຫຼັກຂອງຂົວ, ແລະ ການຕິດຕັ້ງແນວປ້ອງກັນຄວາມປອດໄພໃໝ່. ຕະຫຼອດແຜນງານສ້ອມແປງດັ່ງກ່າວ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ປະຕິບັດຕາມຂັ້ນຕອນຄວາມປອດໄພຢ່າງເຂັ້ມງວດເພື່ອປົກປ້ອງພະນັກງານ ແລະ ສະມາຊິກຊຸມຊົນໃນທ້ອງຖິ່ນ.

ທ່ານ ເດວິດ ຣີດ, ຜູ້ອຳນວຍການບໍລິຫານຂອງບໍລິສັດ ພູເບ້ຍ ມາຍນິງ, ໄດ້ກ່າວຊົມເຊີຍຄວາມມຸ່ງໝັ້ນຂອງທີມງານທັງໝົດວ່າ: “ໂຄງການນີ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ, ຄວາມເປັນມືອາຊີບ, ແລະ ການເຮັດວຽກເປັນທີມຂອງພະນັກງານບໍລິສັດ ພູເບ້ຍ ມາຍນິງ. ພວກເຂົາໄດ້ລົງມືປະຕິບັດຢ່າງວ່ອງໄວ ແລະ ມີປະສິດທິພາບ, ບໍ່ພຽງແຕ່ປ້ອງກັນບໍ່ໃຫ້ຄວາມເສຍຫາຍຮ້າຍແຮງເກີດຂຶ້ນ, ແຕ່ຍັງຟື້ນຟູຈຸດເຊື່ອມຕໍ່ທີ່ເປັນພື້ນຖານໂຄງລ່າງທີ່ສຳຄັນສຳລັບຊຸມຊົນອີກດ້ວຍ.”

ທ່ານ ແດນນ້ຽວ ເຊັງ, ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິຫານຂອງບໍລິສັດ ແພນອອສ໌, ໄດ້ຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງບໍລິສັດຕໍ່ຄວາມປອດໄພວ່າ: “ສະຫວັດດີພາບ ຂອງຊຸມຊົນທ້ອງຖິ່ນເປັນບູລິມະສິດທີ່ສໍາຄັນ ຂອງພວກເຮົາສະເໝີ. ການສ້ອມແປງຂົວນໍ້າໂມ້ ເປັນຕົວຢ່າງທີ່ດີຂອງການເຮັດວຽກຮ່ວມກັບຜູ້ນຳຊຸມຊົນ ແລະ ອໍານາດການປົກຄອງທ້ອງຖິ່ນ ເພື່ອຕອບສະໜອງຄວາມຕ້ອງການຮີບດ່ວນດ້ວຍຄວາມວ່ອງໄວ ແລະ ຄວາມຊຳນິຊໍານານ. ຄວາມພະຍາຍາມຂອງພວກເຮົາໃນການຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຂົວ, ພ້ອມທັງຫຼຸດຜ່ອນຜົນກະທົບຕໍ່ຊຸມຊົນທ້ອງຖິ່ນ, ສະແດງໃຫ້ເຫັນເຖິງຄວາມສາມາດ, ຄວາມວ່ອງໄວ, ແລະ ຄວາມມຸ້ງໝັ້ນທີ່ພ້ອມໃຫ້ການຮ່ວມມືຂອງທີມງານບໍລິສັດ ພູເບ້ຍ ມາຍນິງ ທັງໝົດ.”

ໂຄງການສ້ອມແປງດັ່ງກ່າວນີ້ເປັນສິ່ງທີ່ພິສູດໃຫ້ເຫັນຢ່າງຊັດເຈນຕໍ່ຄຸນນະທໍາ FAITH ຂອງ ບໍລິສັດ ພູເບ້ຍ ມາຍນິງ – ການຕອບສະໜອງຢ່າງວ່ອງໄວ (Fast), ການດຳເນີນການຢ່າງເດັດຂາດ (Action), ການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີ (Innovation and Technology), ແລະ ການເອົາຄົນເປັນທີ່ຕັ້ງ (Human Oriented) ດ້ວຍການປົກປ້ອງຄົນກ່ອນ.

ບັນດານັກວິສະວະກອນໂຍທາ ໄດ້ກວດກາຂົວແລ້ວ ແລະ ຢືນຢັນວ່າມັນປອດໄພໃນການກັບມາຂ້າມຂົວໄດ້ປົກກະຕິ, ພ້ອມທັງມີການຕິດຕາມກວດກາຢ່າງຕໍ່ເນື່ອງ.